ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ
ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ລະຫວ່າງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາຜ່ານມາ ທີ່ໂຮງຮຽນດັ່ງກ່າວ ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ມອບ-ຮບ ໂຮງຮຽນມດທະຍມ-ວຊາຊບຕວແບບມດຕະພາບລາວ-ຫວຽດນາມ - image 1
 

ໃນພິທີ, ໄດ້ລາຍງານຜົນໄດ້ຮັບທີ່ໂຄງການສະໜອງໃຫ້ເປັນຕົ້ນ: ທາງດ້ານອາຄານສະຖານທີ່,ອຸປະກອນການຮຽນ-ການສອນ ແລະ ທາງດ້ານການຝຶກອົບຮົມຄູ ທາງດ້ານພາກທິດສະດີ ແລະ ພາກປະຕິບັດ, ການໄປທັດສະນະແລກປ່ຽນບົດຮຽນຈາກ ປະເທດ ສສ ຫວຽດນາມ ແລະ ການລົງແນະນໍາ . ພ້ອມນັ້ນຍັງໄດ້ຮັບຟັງການລາຍງານຂໍ້ຄົງຄ້າງ ແລະ ແຜນຈັດຊື້ໃນການສະໜອງອຸປະກອນງວດສຸດທ້າຍ ແລະ ຂະບວນການດໍາເນີນການປິດໂຄງການຢ່າງເປັນທາງການ, ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດການຮຽນ-ການສອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ.

ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ແຫ່ງນີ້, ແມ່ນຂອງຂວັນອັນລໍ້າຄ່າ ຈາກອະດີດປະທານປະເທດແຫ່ງ ສສ. ຫວຽດນາມ ມອບໃຫ້ລັດຖະບານ ສປປ ລາວ ແລະ ໄດ້ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຮັບຜິດຊອບໂຄງການກໍ່ສ້າງໂຮງຮຽນ ຊຶ່ງໄດ້ຮັບການອະນຸມັດໃນການຈັດຕັ້ງປະຕິບັດການກໍ່ສ້າງເລີ່ມ ແຕ່ເດືອນ ພະຈິກ ປີ 2022 ເຖິງ ທັນວາ ປີ 2025.

ໃນພິທີ, ຍັງໄດ້ມີການມອບຂອງທີ່ລະນຶກໃຫ້ທ່ານຮອງລັດຖະມົນຕີ, ຫົວໜ້າກົມອະຊີວະສຶກສາ, ຫົວໜ້າກົມສາມັນ, ຜູ້ອໍານວຍການວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ພະນັກງານພ້ອມຄູ-ອາຈານທີ່ມີຜົນງານໃນໄລຍະຜ່ານມາໃຫ້ກຽດມອບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ. ຈາກນັ້ນ, ຄະນະທີ່ເຂົ້າຮ່ວມທັງໝົດຍັງໄດ້ໄປເບິ່ງສະຖານທີ່ຕ່າງໆພາຍໃນໂຮງຮຽນ ແລະ ຢ້ຽມຢາມອະນຸສອນສະຖານປະທານໂຮ່ຈີມິ່ນຢູ່ບ້ານຊຽງຫວາງ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວການຮ່ວມມື

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 21 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ຊຶ່ງມີຜູ້ຕາງໜ້າ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ ຈາກບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ.
ຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ເຂົ້າຢ້ຽມພົບປະການນຳແຂວງອຸດົມໄຊ

ຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ເຂົ້າຢ້ຽມພົບປະການນຳແຂວງອຸດົມໄຊ

ໃນວັນທີ 22 ຕຸລານີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ ໄດ້ມີພິທີຕ້ອນຮັບຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ສສ ຫວຽດນາມ, ນຳໂດຍ ສະຫາຍ ເຈີ່ນແທັງຮືງ ຫົວໜ້າພະແນກຍຸຕິທຳແຂວງດຽນບຽນ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ຮອງຫົວໜ້າ ຄຕພ ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່

ຮອງຫົວໜ້າ ຄຕພ ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່

ຫວ່າງບໍ່ດົນມານີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ນຳພາຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ຕາຄີຣ ບູດາກົບ (Tahir BUDAGOV) ຮອງປະທານພັກອາແຊັກໄບຊານໃໝ່ (New Azerbaijan Party), ໃນໂອກາດເຂົ້າຮ່ວມກອງປະຊຸມຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (The International Conference of Asian Political Parties - ICAPP) ທີ່ນະຄອນຫຼວງບາກູ ສ ອາແຊັກໄບຊານ.
ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ

ໃນວັນທີ 20 ຕຸລາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບສະຖານເອກອັກຄະຣາຊະທູດແຫ່ງຍີ່ປຸ່ນປະຈໍາ ສປປ ລາວ ໄດ້ຈັດພິທີລົງນາມເອກະສານແລກປ່ຽນການຊ່ວຍເຫຼືອໃນໂຄງການ“ພັດທະນາທ້ອງຖິ່ນຜ່ານການ​ການແກ້ໄຂບັນຫາລະເບີດບໍ່ທັນແຕກ ​ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3). ໂດຍການລົງນາມຢ່າງເປັນທາງການຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຍີ່ປຸ່ນປະຈຳ ສປປ ລາວ. ໂດຍລັດຖະບານຍີ່ປຸ່ນສະໜອງການຊ່ວຍເຫຼືອເປັນມູນຄ່າ 673,000,000 ເຢນ ຫຼື 4.5 ລ້ານໂດລາ ໃຫ້ແກ່ ສປປ ລາວ, ເພື່ອສຸມໃສ່ການພັດທະນາຄວາມສາມາດຂອງໂຄງການເກັບກູ້ລະເບີດເເຫ່ງຊາດຢູ່ພາກໃຕ້ຂອງ ສປປ ລາວ.
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

ໃນວັນທີ 20 ຕຸລານີ້ ທີ່ ພະລາດຊະວັງ ອິດສະຕານາ ນູຣູ ອີມານ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025.
ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ  ການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato ErywanPehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ.
ກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP)

ກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP)

ໃນວັນທີ 16-19 ຕຸລາ ຜ່ານມາ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (The 4th Meeting of ICAPP Asian Cultural Council) ພາຍໃຕ້ຫົວຂໍ້“ຈາກຄວາມຫຼາກຫຼາຍຂອງບັນດາຊາດ ສູ່ຄວາມສາມັກຄີຂອງປະຊາຄົມໂລກ: ບົດບາດຂອງວັດທະນະທໍາໃນລະບຽບໂລກໃໝ່” (From National Diversity to Global Solidarity: The Role of Culture in the New World Order) ໂດຍການເປັນເຈົ້າພາບຂອງພັກອາແຊັກໄບຊານໃໝ່ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 16 ພັກການເມືອງ ຈາກ 14 ປະເທດໃນຂົງເຂດອາຊີ, ຕາເວັນອອກກາງ ແລະ ເອີຣົບ.
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້, ພະນະທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງພິທີຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.
ເພີ່ມເຕີມ