ມອບ-ຮັບ ໜ້າທີ່ເຈົ້າເມືອງວຽງຄໍາຜູ້ເກົ່າ ແລະຮັກສາການເຈົ້າເມືອງ ຜູ້ໃໝ່

ມອບ-ຮັບ ໜ້າທີ່ເຈົ້າເມືອງວຽງຄໍາຜູ້ເກົ່າ ແລະຮັກສາການເຈົ້າເມືອງ ຜູ້ໃໝ່

ມອບ-ຮັບ ໜ້າທີ່ເຈົ້າເມືອງວຽງຄໍາຜູ້ເກົ່າ ແລະຮັກສາການເຈົ້າເມືອງ ຜູ້ໃໝ່
ພິທີ ມອບ-ຮັບໜ້າທີ່ ເຈົ້າເມືອງວຽງຄໍາ ແຂວງຫຼວງພະບາງ ລະຫວ່າງ ຜູ້ເກົ່າ ແລະຮັກສາການເຈົ້າເມືອງ ຜູ້ໃໝ່ ໄດ້ຈັດ

ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸກດາວັນ ພັນຈັກຂັນ ກຳມະການພັກແຂວງຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ຄໍາສິງ ສຸດທິດາ ຮອງເລຂາພັກເມືອງ ເປັນຮັກສາການເຈົ້າເມືອງວຽງຄໍາ, ໂອກາດດຽວກັນ, ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄໍາ ຜູ້ເກົ່າ ຜ່ານບົດບັນທຶກ ໂດຍຍົກໃຫ້ເຫັນຜົນງານ ໃນການຈັດຕັ້ງປະຕິບັດວຽກງານ ລວມທັງບັນດາຄາດໝາຍ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍຫຍໍ້.ຈາກນັ້ນ, ໄດ້ມີການເຊັນບົດບັກທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄຳ ຜູ້ເກົ່າ ແລະ ທ່ານ ຄໍາສິງ ສຸດທິດາ ຮັກສາການເຈົ້າເມືອງວຽງຄໍາ ຜູ້ໃໝ່.

ຕອນທ້າຍ ທ່ານຮອງເຈົ້າແຂວງ ໄດ້ເນັ້ນໜັກໃຫ້ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ຮ່ວມກັບຄະນະບໍລິຫານງານພັກເມືອງພ້ອມກັນຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ນໍາພາກໍ່ສ້າງພະນັກງານໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ລົງກໍ່ສ້າງຮາກຖານ ແນ່ໃສ່ເຮັດໃຫ້ຄອບຄົວ, ບ້ານທຸກຍາກທີ່ຍັງເຫຼືອ ໃຫ້ໄດ້ຮັບການແກ້ໄຂ, ເປັນເຈົ້າການເຕົ້າຄວາມສາມັກຄີ, ເປັນແບບຢ່າງນໍາໜ້າໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ຂອງເມືອງ ໃຫ້ບັນລຸຕາມແຜນທີ່ວາງໄວ້.

(ຂ່າວ: ບຸນທັນ ໄຊຍະວົງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງຄັ້ງທີ 4 ສະໄໝທີ XI ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສນຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ບັນດາຄະນະທີ່ປຶກສາ, ປະທານແນວລາວສ້າງຊາດນະຄອນຫຼວງ-ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II  ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 7-11 ກໍລະກົດນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍບັນດາແຂກຖືກເຊີນ.
ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເຊກອງເປີດກວ້າງ ຄັ້ງທີ 13 ສະໄໝທີ X ໄດ້ປິດລົງ ໃນວັນທີ 10 ກໍລະກົດນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການ ເລຂາພັກແຂວງ ຮັກສາການເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ອົງການທຽບເທົ່າ ເຂົ້າຮ່ວມ.
ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ10 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານ ຂອງທ່ານນາງ ລໍາພອຍ ສີອັກຄະຈັນ ຮອງປະທານ ສປນວ; ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນວ ແລະ ສສນວ ໄດ້ພ້ອມກັນຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2025 ຂອງ ສປນວ ແລະ ພ້ອມກັນຄົ້ນຄວ້າພິຈາລະນາ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

​ ກອງປະຊຸມປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກວ້າງ ຄັ້ງທີ 19 ສະໄໝທີ IX; ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ, ທີ່ສະໂມສອນແຂວງສາລະວັນ, ໂດຍເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ