ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສກກ) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ມອບ-ຮບ ໜາທລດຖະມນຕກະຊວງສກສາທການ ແລະ ກລາ ຜເກາ ແລະ ຜໃໝ - image 1
 

ໃນພິທີ, ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຊຶ່ງອະນຸມັດໃຫ້ ສະຫາຍ ພຸດ ສິມມາລາວົງ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ ພ້ອມທັງຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານງານພັກເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່).

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມບາງຕອນວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງສັບຊ້ອນ-ຈັດວາງ ພະນັກງານການນຳຂັ້ນສູງບາງຕຳ ແໜ່ງຄືນໃໝ່ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ພັກ-ລັດ ວາງອອກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ. ການສັບຊ້ອນ-ຈັດວາງ ພະນັກງານທຸກປະເພດ ໂດຍສະເພາະພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບການສັບປ່ຽນໝູນວຽນໜ້າທີ່ວຽກງານ ຂອງພະນັກງານການນຳ ໃນລະບົບການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຄືເຄີຍປະຕິບັດຜ່ານມາ ຖືເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫຼັກການ “ມີຂຶ້ນ-ມີລົງ ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້ນໄປເລື້ອຍໆ ທັງເປັນການຍົກລະດັບພະນັກງານການນຳ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້ ຄວາມສາມາດນຳພາຮອບດ້ານ.

ມອບ-ຮບ ໜາທລດຖະມນຕກະຊວງສກສາທການ ແລະ ກລາ ຜເກາ ແລະ ຜໃໝ - image 2
 

ໂອກາດດຽວກັນ, ສະຫາຍ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວວ່າ: ການຈັດວາງສັບຊ້ອນໜ້າທີ່ໃໝ່ ແມ່ນຄວາມຮຽກຮ້ອງຕ້ອງການຈໍາເປັນ ແລະ ແມ່ນວຽກປົກກະຕິ ເພື່ອຍູ້ແຮງການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ໃຫ້ບັນລຸໝາກຜົນຕາມຄາດໝາຍວາງໄວ້ ຊຶ່ງວຽກງານທີ່ສຳຄັນທີ່ຈະຕ້ອງໄດ້ສຸມໃສ່ໃນໂອກາດທີ່ມາຮັບໜ້າທີ່ໃໝ່ ແມ່ນເຮັດໃຫ້ວຽກງານການສຶກສາ ແລະ ກິລາ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ ແມ່ນມີ 6 ໜ້າວຽກຫຼັກ ຄື: ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນຄະນະນໍາ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ປະຕິບັດລະບອບແບບແຜນນຳພາ ແລະ ວິທີເຮັດວຽກຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ; ສືບຕໍ່ເອົາໃຈໃສ່ກໍາສະພາບແນວຄິດ, ນໍາພາສຶກສາອົບຮົມ ດ້ານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ທົ່ວເຖິງ, ພ້ອມທັງນໍາພາກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃຫ້ມີຜົນສໍາເລັດຢ່າງຈົບງາມ; ສືບຕໍ່ຍູ້ແຮງການປະຕິບັດໜ້າທີ່ວິຊາສະເພາະ ຢ່າງແຂງແຮງ, ທັງເປັນເຈົ້າການຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍ ບັນດາມະຕິຂອງສູນກາງພັກ ໃຫ້ເຂົ້າສູ່ວຽກງານຕົວຈິງ; ສືບຕໍ່ປັບປຸງການຈັດຕັ້ງຂອງພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງສອດຄ່ອງ ຕາມ 5 ຫຼັກການ ແລະ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ; ສືບຕໍ່ເອົາໃຈໃສ່ການບໍາລຸງກໍ່ສ້າງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ຄູ-ອາຈານ ໃຫ້ມີຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທຳ ແລະ ມີຄວາມຮູ້ຄວາມສາມາດດ້ານວິຊາການ, ເປັນວິຊາການຊຳນານງານ ແລະ ຊ່ຽວຊານ, ສອນດີ-ສອນເກັ່ງ; ສືບຕໍ່ສ້າງ ແລະ ປັບປຸງລະບົບການສຶກສາ-ກິລາ ໃຫ້ທັນສະໄໝ, ຕາມມາດຕະຖານພາກພື້ນ ແລະ ສາກົນ, ແນໃສ່ສ້າງຊັບພະຍາກອນມະນຸດຂອງພວກເຮົາ ໃຫ້ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ.

(ຂ່າວ: ບົວລະພາ)

ຄໍາເຫັນ

ຂ່າວການເມືອງ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ເພີ່ມເຕີມ