ມອບປຶ້ມ ທ່ານ ວົງເພັດ ໄຊເກີຢາຈົງຕົວ ນັກປະຕິວັດ 5 ຢາ ໃຫ້ແກ່ຫໍສະໝຸດແຫ່ງຊາດ

ມອບປຶ້ມ ທ່ານ ວົງເພັດ ໄຊເກີຢາຈົງຕົວ ນັກປະຕິວັດ 5 ຢາ ໃຫ້ແກ່ຫໍສະໝຸດແຫ່ງຊາດ
ພິທີມອບປຶ້ມທ່ານ ວົງເພັດ ໄຊເກີຢາຈົງຕົວ ນັກປະຕິວັດ 5 ຢາ ໃຫ້ແກ່ຫໍສະໝຸດແຫ່ງຊາດ ແລະ ຫໍສະໝຸດທົ່ວປະເທດຈຳນວນ 500 ຫົວ ມູນຄ່າ 75 ລ້ານກີບ ໄດ້ຈັດຂຶ້ນໃນວັນທີ 1 ມີນານີ້ ທີ່ຫໍສະໝຸດແຫ່ງຊາດ, ກ່າວມອບໂດຍ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ກ່າວຮັບໂດຍທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ, ມີທ່ານ ນາງ ກົງເດືອນ ເນດຕະວົງ ອະດີດຜູ້ອຳນວຍການຫໍສະໝຸດແຫ່ງຊາດ, ມີຄະນະອຳນວຍການຈາກຫໍສະໝຸດ 22 ແຫ່ງໃນນະຄອນຫຼວງວຽງຈັນ, ມີບັນດາຄອບຄົວ ທ່ານ ວົງເພັດ ໄຊເກີຢາຈົງຕົວ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນກ່າວຄວາມເປັນມາຂອງໂຄງການປຶ້ມດັ່ງກ່າວວ່າ: ໃນເດືອນກັນຍາປີ 2023 ທ່ານ ກາບແກ້ວ ທໍາມະວົງ ໄດ້ເລີ່ມຂຽນ, ຮຽບຮຽງປຶ້ມ ແລະ ໄດ້ພິມອອກມາ. ສ່ວນເນື້ອໃນຂອງປຶ້ມແມ່ນເວົ້າເຖິງຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງພໍ່ວົງເພັດ ໄຊເກີຢາຈົງຕົວ ນັບແຕ່ມື້ທ່ານເກີດຈົນເຖິງມື້ທ່ານໄດ້ຈາກໄປ ໂດຍໃຊ້ສັບສຳນວນວັນນະຄະດີໃຫ້ອ່ານແລ້ວມ່ວນ ແລະ ແຊກຊ້ອນຄໍາສອນ, ບົດຮຽນຊີວິດ, ຄະຕິເຕືອນໃຈ ກໍຄືປັດຊະຍາ 5 ຢາທີ່ພໍ່ ວົງເພັດ ໄຊເກີຢາຈົງຕົວ ກິນແລ້ວເຮັດວຽກງານປະສົບຜົນສໍາເລັດ ແລະ ພໍ່ກໍໃຫ້ລູກທຸກຄົນກິນມາແຕ່ ນ້ອຍໆ ສຳລັບ 5 ຢາຄື: ອົດທົນ, ດຸໝັ້ນ, ເປັນເຈົ້າການຕໍ່ຕົນເອງ, ຊື່ສັດ ແລະ ປະຢັດ. ໃນຄວາມເປັນຈິງແລ້ວ 5 ຢາທີ່ກ່າວມານີ້ ແມ່ນການລວມຍອດເອົາຄໍາສັ່ງສອນສືບທອດກັນມາໄດ້ຫຼາຍເຊັ່ນຄົນແລ້ວ ທັງແມ່ນຄໍາສັ່ງສອນຂອງບັນດາທ່ານຜູ້ນໍາພາການປະຕິວັດສາກົນກຳມະຊີບເຊັ່ນ: ທ່ານ ກາກມາກ, ອັງແກນ, ເລນິນ, ໂຮ່ຈິມິນ, ປະທານ ໄກສອນ ພົມວິ ຫານ, ປະທານ ສຸພານຸວົງ ແລະ ຜູ້ນຳທ່ານອື່ນໆ ທັງໝົດນັ້ນໄດ້ປູກຈິດສໍານຶກໃຫ້ ພໍ່ ວົງເພັດ ໄຊເກີຢາຈົງຕົວ ພິເສດທີ່ສຸດຜູ້ສັ່ງສອນໃຫ້ເພິ່ນຕັ້ງແຕ່ນ້ອຍໆນັ້ນແມ່ນ ພໍ່ ຈົງຕົວ ຢ່າເຍຍເກົ້າ ແລະ ພໍ່ປູ່ທໍ່ຕູ້ ຢາໄຊຈຸ ໂດຍຜ່ານການນຳໄປຈັດຕັ້ງປະຕິບັດ ໄດ້ເກີດມີຜົນສຳເລັດຕົວຈິງ ພໍ່ວົງເພັດ ໄຊເກີຢາຈົງຕົວ ຈຶ່ງສະຫຼຸບສັງລວມອອກມາເປັນຢາດີ 5 ເມັດ ແລ້ວກໍສືບຕໍ່ນໍາມາສັ່ງສອນລູກຫຼານ, ອ້າຍນ້ອງພະນັກງານ ພ້ອມກັນໜູນໃຊ້ນໍາໄປປະຕິບັດໃຫ້ໄດ້ຮັບຜົນດີ ແລະ ສືບທອດຕໍ່ໆກັນໄປ.
ປຶ້ມດັ່ງກ່າວທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 500 ຫົວ ມູນຄ່າ 75 ລ້ານກີບ ເພື່ອໃຫ້ຊາວ ໜຸ່ມໄດ້ອ່ານ ແລະ ນຳເອົາ 5 ຢາ ນີ້ ໄປປະຕິບັດເພື່ອພັດທະນາຕົນເອງ ກໍຄືສັງຄົມ ແລະ ປະເທດຊາດໃຫ້ກ້າວໜ້າຍິ່ງໆຂຶ້ນ.
ທ່ານ ສຳລານ ຫຼວງອາໄພ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານນາງ ປານີ ຢາທໍ່ຕູ້ ແລະ ຄອບຄົວ ທ່ານ ວົງເພັດ ໄຊເກີຢາຈົງຕົວ ທີ່ໄດ້ນຳປຶ້ມມາມອບໃຫ້ໃນຄັ້ງນີ້ ຂໍອວຍພອນໄຊໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ. ປຶ້ມດັ່ງກ່າວນັບວ່າເປັນຂອງຂວັນອັນລໍ້າຄ່າທີ່ສຸດ ເຮັດໃຫ້ເພີ່ມຄັງສາງຂໍ້ມູນຄວາມຮູ້, ທາງພູມປັນຍາໃຫ້ມີຄວາມຫຼາກຫຼາຍໃນການສະ ໜອງຂໍ້ມູນໃຫ້ແກ່ນັກຮຽນ, ນັກ ສຶກສາ, ປັນຍາຊົນ ແລະ ຜູ້ທີ່ມີຄວາມສົນໃຈຢາກຄົ້ນຄ້ວາ, ຮໍ່າຮຽນ. ໃນນັ້ນ, ຈະນຳເອົາປຶ້ມດັ່ງກ່າວໄວ້ບໍລິການໃຫ້ແກ່ປວງຊົນຢູ່ພາຍໃນຫໍສະໝຸດແຫ່ງຊາດໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ຈະນຳໄປແຈກຢາຍໃຫ້ບັນດາຫໍສະໝຸດຢູ່ບັນດາແຂວງ ຫຼື ຫໍສະໝຸດທ້ອງຖິ່ນ, ຫໍສະໝຸດໂຮງຮຽນຕາມຄວາມເໝາະສົມ.
(ຂ່າວ: ວັນເພັງ, ພາບ: ພູວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ເມື່ອ​ບໍ່​ດົນ​ມາ​ນີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນບໍລິສັດ ໄຟຟ້າ ຫົງສາ ຈໍາກັດໄດ້ຈັດພິທີ ມອບກອງທຶນຄຸ້ມຄອງ ແລະ ປົກປັກຮັກສາລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ່ 1 ເດືອນພຶດສະພາ - ມິຖຸນາ 2026 ໃຫ້ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ລວມທັງໝົດ ຈໍານວນ 200 ລ້ານກີບ ລວມພື້ນທີ່ແລວສາຍສົ່ງໄລຍະທາງທັງໝົດ 67 ກິໂລເມັດ.
ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ (13 ກໍລະກົດ) ຢ່າງຄຶກຄື້ນ ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້ ທີ່ບ້ານດອນເມນໂດຍມີ ທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງປະທານຄະນະກວດກາພັກປະທານອົງການກວດກາລັດແຂວງ,ມີທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີການ​ນຳ​ເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປີນີ້ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ

ປີນີ້ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ

ເນື່ອງໃນໂອກາດຈະເຖິງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດໃນວັນທີ 9 ກໍລະກົດນີ້ ທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຊຶ່ງໄດ້ກ່າວວ່າ: ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນໍ້າ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 29 ປີ. ນອກຈາກນີ້, ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ການນຳເມືອງຄູນຄຳລົງຕິດຕາມສະພາບນ້ຳຖ້ວມ

ການນຳເມືອງຄູນຄຳລົງຕິດຕາມສະພາບນ້ຳຖ້ວມ

ເມືອງຄູນຄຳ ແຂວງຄຳມ່ວນ ມີຝົນຕົກໜັກຕິດຕໍ່ກັນຫຼາຍ​ວັນ,ມາ​ຮອດວັນທີ 07 ກໍລະກົດ 2026 ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຫຼາຍ, ດັ່ງ​ນັ້ນ, ທ່ານ ຄຳປ່ຽນ ມະນີຄຳ ກຳມະການພັກແຂວງ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຄູນຄຳ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໄດ້ພ້ອມກັນລົງຕິດຕາມສະພາບຢ່າງໃກ້ສິດ.
ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ປີ 2026 ນີ້ ແຂວງອັດຕະປື ກະກຽມປ່ອຍລູກປາ ຫຼາກຫຼາຍຊະນິດລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ, ໃນນີ້ ສະເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026 ຢູ່ບັນດາ 5 ຕົວເມືອງຂອງແຂວງ ແມ່ນຈະປ່ອຍລູກປາ ໃຫ້ໄດ້ 218,500 ໂຕ ແລະ ພິທີໃຫຍ່ຂອງແຂວງ ຈະຈັດຂຶ້ນທີ່ວັງສະຫງວນເຊນໍ້ານ້ອຍ, ບ້ານໃຫຍ່ໝື່ນຫົວເມືອງເມືອງສາມັກຄີໄຊ, ສ່ວນທີ່ເຫຼືອຈະສືບຕໍ່ປ່ອຍຕາມແຜນການຂອງແຕ່ລະເມືອງ ໃຫ້ໄດ້ທັງໝົດ 7.4 ລ້ານກວ່າໂຕ.
ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ພິທີປະກາດສ້າງຕັ້ງ ຕາແສງ ດອນເມນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2026 ນີ້ ທີ່ບ້ານດອນເມນ ໂດຍມີທ່ານ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກປະ​ທານ​ອົງ​ການກວດ​ກາ​ລັດ​ແຂວງ,ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີການນໍາຂັ້ນແຂວງ, ຂັ້ນເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື GAMCIL ໄດ້ນຳພາສຳມະນາກອນສື່ມວນຊົນ ທີ່ມາຈາກ 6 ແຂວງ, ພາກກາງ ແລະ ພາກໃຕ້ ເຄື່ອນໄຫວທັດສະນະສຶກສາຮູບແບບການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ແລະ ການຄຸ້ມຄອງສິ່ງແວດລ້ອມ ຢູ່ທີ່ບໍລິສັດໄຟຟ້າ ນ້ຳເທີນ 2 ເມືອງນາກາຍ ແຂວງຄໍາມວ່ນ , ນໍາພາໂດຍ ທ່ານ ທອງຫຼໍ່ ດວງສະຫວັນ ຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ພ້ອມດ້ວຍຄະນະຜູ້ປະສານງານໂຄງການເຂົ້າຮ່ວມ.
ອັດຕະປື ສ້າງໄດ້ 18 ບ້ານແມ່ຍິງ 3 ດີ

ອັດຕະປື ສ້າງໄດ້ 18 ບ້ານແມ່ຍິງ 3 ດີ

ປັດຈຸບັນແຂວງອັດຕະປື ກໍ່ຄືສະຫະພັນແມ່ຍິງແຂວງ ໄດ້ສຸມໃສ່ການສ້າງບ້ານແມ່ຍິງ 3 ດີ ແລະ ສ້າງຄອບຄົວ 3 ດີ, ຊຶ່ງສ້າງໄດ້ແລ້ວ ຈໍານວນ 18 ບ້ານ ໂດຍມີຄອບຄົວເຂົ້າຮ່ວມທັງໝົດ 4,836 ຄອບຄົວ, ໃນນັ້ນ ຄອບຄົວປະເພດແຂງ ມີ 3,840 ຄອບຄົວ ກວມ 79.40%, ປະເພດກາງ 958 ຄອບຄົວ ກວມ 19.80% ແລະ ປະເພດອ່ອນ ມີພຽງ 38 ຄອບຄົວ ກວມ 0.78% ຂອງຈໍານວນຄອບຄົວທີ່ເຂົ້າຮ່ວມທັງໝົດ.
ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ໃນວັນທີ 7 ກໍລະກົດ 2026 ທ່ານ ທອງລີ ສີສຸລິດ ກໍາມະການສູນການພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊົນປະຕິວັດລາວ(ສຊປລ) ພ້ອມດ້ວຍ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງເມືອງລົງສໍາຫຼວດພື້ນທີ່ເຂດຈຸດສຸມພັດທະນາ ຢູ່ບ້ານແຮ້ວເມືອງວຽງໄຊ ແຂວງຫົວພັນ.
ປະທານສກລ ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ແຂວງອັດຕະປື

ປະທານສກລ ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ແຂວງອັດຕະປື

ວັນທີ 8 ກໍລະກົດ 2026, ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອັດຕະປືທ່ານ ຄຳຜອຍ ວັນນະສານກຳມະການສູນກາງພັກປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ(ສກລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມ ແລະ ພົບປະ ທ່ານ ນາງ ມີນາພອນ ໄຊສົມພູ, ຮອງເລຂາພັກແຂວງອັດຕະປື.
ເພີ່ມເຕີມ