ໃນໄລຍະດັ່ງກ່າວ, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບທີ 1 ຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນ-ອາຊຽນບັນລຸເຖິງ 3,020 ຕື້ຢວນ, ເພີ່ມຂຶ້ນ 9.1%, ກວມເອົາຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນເຖິງ 16.8%. ໃນນັ້ນ, ຈີນໄດ້ສົ່ງອອກສິນຄ້າໄປຍັງປະເທດສະມາຊິກອາຊຽນບັນລຸເຖິງ 1,900 ຕື້ຢວນ, ເພີ່ມຂຶ້ນ 13.5% ແລະ ໄດ້ນຳເຂົ້າສິນຄ້າຈາກປະເທດສະມາຊິກອາຊຽນບັນລຸເຖິງ 1,120 ຕື້ຢວນ, ເພີ່ມຂຶ້ນ 2,3%.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ