ເມືອງແບງ ຈັດງານເທດສະການສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຄັ້ງທີ 5 ປະຈໍາປີ 2023

ເມືອງແບງ ຈັດງານເທດສະການສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຄັ້ງທີ 5 ປະຈໍາປີ 2023
ໃນວັນທີ 25 ພະຈິກ ຜ່ານມານີ້ ທີ່ເດີນບານເມືອງແບງ ແຂວງອຸດົມໄຊ ໄດ້ມີພິທີເປີດງານເທດສະການສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຄັ້ງທີ 5 ປະຈໍາປີ 2023 ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ສົມຄິດ ກັນສະໜິດ ເຈົ້າເມືອງໆແບງ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ທ່ານ ສຸຫັວດ ມະຫາວົງສະໜັ່ນ ຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ ຜູ້ຊີ້ນໍາເມືອງແບງ. ມີແຂກເຊີນຈາກພະແນກການອ້ອມຂ້າງແຂວງ, ຕ່າງແຂວງ, ການນໍາຂັ້ນເມືອງ, ນັກທຸລະກິດ, ພະນັກງານ-ລັດຖະກອນ, ທະຫານ, ຕະຫຼວດ, ນັກຮຽນ ຕະຫຼອດຮອດມວນຊົນຊາວເມືອງແບງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງໆແບງ ຮອງປະທານຈັດງານ ໄດ້ລາຍງານການກະກຽມຄວາມພ້ອມຈັດງານເທດສະການສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຄັ້ງທີ 5 ປະຈໍາປີ 2023 ໃຫ້ຮູ້ວ່າ: ຈຸດປະສົງການຈັດງານ ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ທີ່ເປັນມູນເຊື້ອຂອງບັນດາເຜົ່າ, ແນໃສ່ກະຕຸ້ນເສດຖະກິດພາຍໃນເມືອງ, ໃຫ້ມີຄວາມເຂັ້ມແຂງ, ໂດຍການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ສຸມໃສ່ການພັດທະນາການທ່ອງທ່ຽວພາຍໃນເມືອງ, ໃຫ້ຮັບປະກັນດ້ານຄຸນນະພາບໃນການບໍລິການ ເພື່ອສ້າງລາຍຮັບໃຫ້ຫຼາຍຂຶ້ນ ທັງເປັນການຍົກສູງຄວາມຮູ້ຂອງທົ່ວສັງຄົມ ກໍຄືປະຊາຊົນບັນດາເຜົ່າ ໃຫ້ເຫັນຄວາມສໍາຄັນການທ່ອງທ່ຽວ, ກໍຄືວຽກງານຫັດຖະກໍາຜ້າຝ້າຍພື້ນເມືອງ, ໃຫ້ໄດ້ຮັບການພັດທະນານັບມື້ດີຂຶ້ນເທື່ອລະກ້າວ, ກິດຈະກໍາເທດສະການຜ້າຝ້າຍພື້ນເມືອງ ເປັນການສະທ້ອນໃຫ້ເຫັນທ່າແຮງ ທີ່ສ່ອງແສງໃຫ້ເຫັນວິຖີຊີວິດ, ຂອງປະຊາຊົນບັນດາເຜົ່າ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງແບງໃຫ້ນັບມື້ຫຼາຍຂຶ້ນ.
ການຈັດງານເທດສະການຜ້າຝ້າຍພື້ນເມືອງຂອງຊາວເມືອງແບງຄັ້ງນີ້ ຍັງໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ສຳຄັນເຊັ່ນ: ຕະຫຼາດນັດຂາຍສິນຄ້າຜະລິດຕະພັນທີ່ເປັນສີໄມ້ລາຍມືຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງປະເທດ, ກິດຈະກຳຊິມອາຫານພື້ນເມືອງ ແລະ ອື່ນໆ ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 7 ວັນ ເລີ່ມແຕ່ວັນທີ 25 ພະຈິກ ຫາ ວັນທີ 1 ທັນວາ 2023.
ພາຍຫຼັງເປີດງານຢ່າງເປັນການແລ້ວ ການນໍາທຸກພາກສ່ວນກໍໄດ້ຢ້ຽມຊົມກິດຈະກຳການເຂັ້ນຝ້າຍ, ແຂ່ງຂັນຕໍ່າຫູກ, ແຂ່ງຂັນຜ້າແພງານ, ຊີມອາຫານພື້ນເມືອງຂອງແຕ່ລະເຜົ່າ, ຊົມຕະຫຼາດນັດຫັດຖະກໍາພື້ນເມືອງ, ຫັດຖະກໍາຈັກສານ ແລະ ອື່ນໆ.
ຂ່າວ-ພາບ: ກິ່ງມະນີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ໃນວັນທີ 12 ກັນຍານີ້ ໂດຍມີສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະ ມົນຕີ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກສ, ສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະ ທານຄະນະກວດກາສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບທາບທາມຂັ້ນສູນກາງ, ມີສະຫາຍກໍາມະການສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດກໍາມະການສູນກາງພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ ປກສ, ຄະນະຮັບຜິດຊອບທາບທາມບຸກຄະລາກອນຂັ້ນສູນກາງ, ຜູ້ແທນຈາກກົມກອງກ່ຽວຂ້ອງເຂົ້າຮ່ວມ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ

ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຈຸດທີ 4 ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າໜ່ວຍງານທາບທາມຂັ້ນສູນກາງ, ມີບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຄະນະພັກອົງການ, ກອງພົນ, ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ ແລະ ລັດວິສາຫະກິດກອງທັບເຂົ້າຮ່ວມ.
ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມສະຫຼອງວັນຊາດ ຄົບຮອບ 50 ປີ

ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະລົງຕິດຕາມການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ເພື່ອກະກຽມຄວາມພ້ອມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃນວັນທີ 11 ກັນຍານີ້ ທີ່ວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງກະຊວງ ປກສ, ຄະນະອຳນວຍການ 2 ວິທະຍາຄານ, ຄູຝຶກ ແລະ ນັກສຶກສາເຂົ້າຮ່ວມ.
6 ສິ່ງທີ່ຄວນຮູ້ໄປອອກແຮງງານຢູ່ຕ່າງປະເທດ  ເພື່ອປ້ອງກັນການຕົກເປັນເຫຍື່ອຂອງການຄ້າມະນຸດ

6 ສິ່ງທີ່ຄວນຮູ້ໄປອອກແຮງງານຢູ່ຕ່າງປະເທດ ເພື່ອປ້ອງກັນການຕົກເປັນເຫຍື່ອຂອງການຄ້າມະນຸດ

ຫຼາຍຄົນຢາກໄປເຮັດວຽກຢູ່ຕ່າງປະເທດເພື່ອຫາເງິນຊ່ວຍຄອບຄົວ ແລະ ສ້າງຖານະໃຫ້ຕົນເອງ ແຕ່ເຈົ້າຮູ້ບໍ່ວ່າ ເຈົ້າຕ້ອງລະວັງ ຫຼື ຄຳນຶງຫຍັງແນ່ໃນລະຫວ່າງການເດີນທາງ ເພື່ອບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງການຄ້າມະນຸດ. ສະນັ້ນ, ຄວນຮູ້ 6 ສິ່ງສຳຄັນດັ່ງຕໍ່ໄປນີ້:
ພະແນກການເງິນ ແຂວງສາລະວັນ ສໍາເລັດຊຸດຝຶກອົບຮົມຄວາມຮູ້ສະຖິຕິເອັກແຊວ

ພະແນກການເງິນ ແຂວງສາລະວັນ ສໍາເລັດຊຸດຝຶກອົບຮົມຄວາມຮູ້ສະຖິຕິເອັກແຊວ

ພະແນກການເງິນ ແຂວງສາລະວັນ ໄດ້ສໍາເລັດການຈັດຊຸດຝຶກອົບຮົມກ່ຽວກັບສະຖິຕິເອັກແຊວໃຫ້ແກ່ພະນັກງານ-ລັດຖະກອນ ໃນວັນທີ 10 ກັນຍາຜ່ານມາ ຢູ່ທີ່ສະໂມສອນຂອງຕົນ ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວສີພັນດອນ ຄະນະປະຈໍາພັກແຂວງ, ທ່ານ ໂມໂຕໂຍຊິ ທີ່ປຶກສາປະຈໍາສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ໃຫ້ກຽດເປັນວິທະຍາກອນ.
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝ VIII ຮອບທີ 3 ຈັດຂຶ້ນວັນທີ 11 ກັນຍາ ນີ້ ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ປະທານສະພາປະຊາຊົນ ນວ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນວ, ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ຍທຂ ທາບທາມບຸກຄະລາກອນເພື່ອສະໝັກເປັນຄະນະບໍລິຫານງານພັກກະຊວງຮອບທີ 3

ຍທຂ ທາບທາມບຸກຄະລາກອນເພື່ອສະໝັກເປັນຄະນະບໍລິຫານງານພັກກະຊວງຮອບທີ 3

ກອງປະຊຸມທາບທາມບຸກຄະລາກອນເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ 3 ຈັດຂຶ້ນໃນວັນທີ 11 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາຄະນະປະຈໍາພັກກະຊວງ, ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ດ້ວຍບັນຍາການຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ ພາຍຫຼັງດໍາເນີນມາແຕ່ວັນທີ 10-11 ກັນຍາ 2025 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”, ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍ​ແຂກ​ທີ່​ຖືກ​ເຊີນ​ຈາກ​ກະຊວງ ​ແລະ ອົງການ​ອ້ອມ​ຂ້າງ​ສູນ​ກາງ​, ບັນດາ​ສະຫາຍ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຕາງໜ້າອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາສະຫາຍຜູ້​ແທນ​ສົມບູນ ​ເຂົ້າ​ຮ່ວມ.
5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

5 ປີ ແຂວງເຊກອງ ຂຶ້ນທະບຽນວິສາຫະກິດໄດ້ 900 ກວ່າຫົວໜ່ວຍ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດຂຶ້ນທະບຽນວິສາຫະກິດໄດ້ທັງໝົດ 943 ຫົວໜ່ວຍ, ມີທຶນຈົດທະບຽນ 3,423.50 ຕື້ກີບ. ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 233 ຫົວໜ່ວຍ, ມີທຶນຈົດທະບຽນ 1,124.10 ຕື້ກີບ; ການຄ້າ 472 ຫົວໜ່ວຍ, ມີທຶນຈົດທະບຽນ 944.14 ຕື້ກີບ ແລະ ວິສາຫະກິດທີ່ເຮັດການບໍລິການ 238 ຫົວໜ່ວຍ, ມີທຶນຈົດທະບຽນ 1,355.25 ຕື້ກີບ. ພ້ອມນີ້, ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ເອົາໃຈໃສ່ເປັນເຈົ້າການຄຸ້ມຄອງຖານສະຖິຕິຂໍ້ມູນໂຮງງານທີ່ມີແລ້ວໃນທົ່ວແຂວງ ແລະ ໂຮງງານທີ່ສ້າງຕັ້ງໃໝ່ໃຫ້ເປັນລະບົບ; ຊຸກຍຸ້ ແລະ ປັບປຸງໂຄງລ່າງພື້ນຖານອຸດສາຫະກໍາຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອເພີ່ມຂີດຄວາມສາມາດ ຂອງຜູ້ປະກອບການຜະລິດປຸງແຕ່ງໃຫ້ສາມາດຕອບສະໜອງການຊົມໃຊ້ພາຍໃນ ຊຶ່ງເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສາມາດປະຕິບັດໄດ້ 1,602 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 117.04% (ແຜນ 5 ປີ 738.11 ຕື້ກີບ).
ເພີ່ມເຕີມ