ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງເມືອງ ຄັ້ງທີ X

ເມືອງຫົງສາ ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງຄັ້ງທີ X

ເມືອງຫົງສາ ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງຄັ້ງທີ X
ເມື່ອບໍ່ດົນມານີ້, ການນຳເມືອງຫົງສາ ແຂວງໄຊຍະບູລີໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງເມືອງ ຄັ້ງທີ X ຂຶ້ນຢູ່ທີ່ສະໂມສອນເມືອງ

ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄຳວົງ ແກ້ວມຸນລັດ ປະທານຄະນະສະຫະພັນແມ່ຍິງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຫົງສາ, ມີສະຫາຍ ນາງ ຄຳຜິວ ພັນທະວົງ ກຳມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ, ມີແຂກຖືເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ນາງ ຄຳວົງ ແກ້ວມຸນລັດ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ຊຶ່ງໄດ້ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງເມືອງຄັ້ງທີ IXໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ, ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງເມືອງ 5 ປີຜ່ານມາ ພ້ອມທັງວາງທິດທາງແຜນການ 5 ປີໃນຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີຕັ້ງໜ້າ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ. ປັດຈຸບັນມີໜ່ວຍຮາກຖານສະຫະພັນແມ່ຍິງຂຶ້ນກັບສະຫະພັນແມ່ຍິງເມືອງຈໍານວນ 67 ໜ່ວຍ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 5 ພັນກວ່າສະຫາຍ,.ໃນໄລຍະຜ່ານມາຄະນະບໍລິຫານງານາສະຫະພັນແມ່ຍິງເມືອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເອື້ອຍນ້ອງແມ່ຍິງບັນດາເຜົ່າ, ບັນດາຊັ້ນຄົນໃຫ້ມີແນວຄິດຫຼັກໝັ້ນຕໍ່ການນຳພາຂອງພັກ, ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງຄຽງບ່າຄຽງໄລ່ກັບເພດຊາຍ, ສ້າງເສດຖະກິດຄອບຄົວຄຽງຄູ່ກັບການຈັດຕັ້ງປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍໃນຄອບຄົວ, ສ້າງໃຫ້ເປັນຄອບຄົວ 3 ດີ, ບ້ານ 3 ດີຕິດພັນກັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ແລະ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ຮູ້ພັດທະນາຕົນເອງ, ພັດທະນາຄອບຄົວ, ພັດທະນາການຈັດຕັ້ງ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຢ່າງເປັນຂະບວນການຟົດຟື້ນ. ຈາກນັ້ນ, ຄະນະບໍລິຫານງານາະຫະພັນແມ່ຍິງເມືອງຊຸດເກົ່າ ໄດ້ກ້າວລາໜ້າທີ່່ ແລະ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິການງານາະຫະພັນແມ່ຍິງເມືອງຊຸດໃໝ່ ຊຶ່ງມີຜູ້ສະໝັກຈຳນວນ 23 ສະຫາຍ, ເລືອກເອົາ 21 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ ນາງ ຄຳວົງ ແກ້ວມຸນລັດ ເປັນປະທານຄະນະສະຫະພັນແມ່ຍິງເມືອງ, ສະຫາຍ ນາງ ກຽງສີ ຄໍາເຄື່ອງ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ເລືອກເອົາສະຫາຍ ນາງ ສົມຄິດ ຈັນທະວົງ ເປັນຮອງປະທານ ແລະ ກອງປະຊຸມ ຍັງເປັນເອກະສັນເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງແຂວງ ຈຳນວນ 10 ສະຫາຍ, ສຳຮອງ 2 ສະຫາຍ.

(ພາບ-ຂ່າວ: ກິດຕິສັກ ບົວໄລ)

ຄໍາເຫັນ

ຂ່າວການເມືອງ

ຄະນະປະຈໍາສະພາແຫ່ງຊາດ ເນັ້ນບາງດ້ານທີ່ຕ້ອງເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍ

ຄະນະປະຈໍາສະພາແຫ່ງຊາດ ເນັ້ນບາງດ້ານທີ່ຕ້ອງເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍ

ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ກ່າວບົດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານການໂຄສະນາ ເຜີຍແຜ່ກົດໝາຍ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນແລງວັນທີ 13 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ.
ກະຊວງຍຸຕິທໍາ ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ

ກະຊວງຍຸຕິທໍາ ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ

ກະຊວງຍຸຕິທໍາໄດ້ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ. ທ່ານ ໄພວີ ສີບົວລິພາ ລັດຖະ ມົນຕີກະຊວງຍຸຕິທໍາໄດ້ລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.
ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນຜູ້ໃໝ່

ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນຜູ້ໃໝ່

ວັນທີ 13 ມີຖຸນານີ້ ທີ່ສະໂມສອນ ແຂວງຄໍາມ່ວນ ໄດ້ຈັດພິທີປະກາດ ການອະນຸມັດໃຫ້ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ.
ສສຊ ສຸມໃສ່ປະກອບຄຳເຫັນຕໍ່ວຽກງານການທ່ອງທ່ຽວ

ສສຊ ສຸມໃສ່ປະກອບຄຳເຫັນຕໍ່ວຽກງານການທ່ອງທ່ຽວ

ທ່ານ ລີເບີ ລີບົວປາວສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີມີຄຳເຫັນ 3 ຈຸດກ່ຽວກັບການລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.
3 ເດືອນຕົ້ນປີນີ້ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 426 ລ້ານກວ່າໂດລາ

3 ເດືອນຕົ້ນປີນີ້ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 426 ລ້ານກວ່າໂດລາ

3 ເດືອນຕົ້ນປີ (ມັງກອນຫາເດືອນມີນາ2025) ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426,975,454 ໂດລາ. ຂະນະດຽວກັນ, ມີນັກທ່ອງທ່ຽວພາຍໃນເພີ່ມຂຶ້ນ 98.6%. ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.
ລັດຖະບານຈະສຸມໃສ່ຫຼາຍບັນຫາ ພັດທະນາສະຖານທີ່ທ່ອງທ່ຽວຕໍ່ໜ້າ

ລັດຖະບານຈະສຸມໃສ່ຫຼາຍບັນຫາ ພັດທະນາສະຖານທີ່ທ່ອງທ່ຽວຕໍ່ໜ້າ

ລັດຖະບານ ກໍຄືກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ຈະສຸມໃສ່ຫຼາຍບັນຫາ ເພື່ອພັດທະນາສະຖານທີ່ທ່ອງທ່ຽວໃນຕໍ່ໜ້າ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖວທໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.
ເນັ້ນ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ

ເນັ້ນ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ

ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດເເລະປະຫວັດສາດ” ໃນຜ່ານມາ ມີອັນພົ້ນເດັ່ນຫຼາຍດ້ານ; ແຕ່ຄຽງຄູ່ກັນນັ້ນ, ຍັງມີຫຼາຍອັນເປັນສິ່ງທ້າທາຍ ເຮັດໃຫ້ການທ່ອງທ່ຽວເຮົານີ້ ຍັງມີຂີດຈໍາກັດ. ສະພາແຫ່ງຊາດ ຈຶ່ງໄດ້ມີ 2 ຄໍາເຫັນເຈາະຈີ້ມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ມີຄວາມຄິດເຫັນ ຢ່າງມີຈຸດສຸມ ແນໃສ່ເພື່ອສະເໜີ ວິທີການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຕໍ່ໜ້າ.
ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ

ສສຊ ເຂດ 18 ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ, ກົນໄກຕ່າງໆໃນການພັດທະນາພະລັງງານໄຟຟ້ານໍ້າຕົກ, ລົມ ແລະ ແສງອາທິດໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 12 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ແດງ ປະທຸມທອງ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາແຫຼ່ງພັດທະນາພະລັງງານໄຟຟ້າຄືນ.
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ

ທ່ານ ນາງ ປິ່ງຄໍາລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ,ນິຕິກຳ,ກົນໄກຕ່າງໆໃນການພັດທະນາພະລັງງານໂຟຟ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ພາຍໄຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ

ທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ພັດທະນາໄຟຟ້າ

ນັບແຕ່ເລີ່ມປະຕິບັດແນວທາງປ່ຽນແປງໃໝ່ ໂດຍເປີດຮັບການລົງທຶນຂອງເອກະຊົນ ດ້ວຍນະໂຍບາຍພິເສດຫຼາຍຢ່າງ ຊຶ່ງກໍມີອັນທີ່ເຮັດໃຫ້ປະເທດເສຍປຽບຫຼາຍ ໃນໄລຍະຜ່ານມາ; ມາຮອດປັດຈຸບັນ, ສະພາບການມີການປ່ຽນແປງລັດຖະບານຈຶ່ງມີທິດທາງສ້າງການຫັນປ່ຽນປະເທດເຮົາ ຈາກການເປັນ “ໝໍ້ໄຟໃຫ້ແກ່ກຳໄລຂອງຕ່າງປະເທດ” ມາເປັນ “ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ” ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເພື່ອທີ່ຈະສ້າງເສດຖະກິດທີ່້ເຂັ້ມແຂງ ບົນພື້ນຖານການມີຂະແໜງພະລັງງານເປັນແຮງຂັບເຄື່ອນໃນອະນາຄົດ.
ເພີ່ມເຕີມ