ເມືອງຫົງສາ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 13 ສະໄໝທີ VIII.

ເມືອງຫົງສາ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 13 ສະໄໝທີ VIII.
ໃນລະຫວ່າງ ວັນທີ 20-21 ພະຈິກ ຜ່ານມາ ເມືອງຫົງສາ ແຂວງໄຊຍະຍູລີໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 13 ສະໄໝທີ VIII ຢ່າງເປັນທາງການທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ຄໍາຫຼ້າ ຜີວວັນນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງຫົງສາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ-ກົມກອງ, ເລຂາໜ່ວຍພັກບ້ານເທດສະບານ, ພະນັກງານອາວຸໂສບຳນານ, ພະນັກງານລົງປະຈຳຮາກຖານບ້ານ ແລະ ຫົວໜ້າລັດວິສາຫະກິດສູນບໍລິການປະຈຳເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບຕີລາຄາການກວດກາປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ຮັບຟັງ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດເກັບກູ້ຜົນຜະລິດລະດູຝົນ, ແຜນຜະລິດລະດູແລ້ງ ແລະ ແຜນການສະກັດກັ້ນປ້ອງກັນການຖາງໄຮ່ປ່າແກ່, ການປ້ອງກັນໄຟໄໝ້ລາມປ່າ ປະຈໍາປີ 2024. ຕະຫຼອດໄລຍະ 9 ເດືອນຜ່ານມາ ເມືອງຫົງສາ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງເມືອງ ຄື: 2020-2024, ໄປຄຽງຄູ່ກັບການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ, ສ້າງຂະບວນການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ. ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມດໍາເນີນໄປຕາມແຜນທີ່ກຳນົດໄວ້, ເຮັດໃຫ້ສະພາບໂດຍລວມຂອງເມືອງຍັງຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໄດ້ໂດຍພື້ນຖານ. ສະແດງອອກຄື: ການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໜົດ7,2 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 106,74%.ໃນນີ້: ລາຍຮັບຈາກສ່ວຍສາອາກອນ 7 ຕື້ກີບ ເທົ່າກັບ 107,47% ຂອງແຜນການປີຮັບຈາກຊັບສິນຂອງລັດ 208 ລ້ານກວ່າກີບ ເທົ່າກັບ 86,76% ຂອງແຜນການປີ; ປະຕິບັດລາຍຈ່າຍໄດ້ທັງໝົດ 2,8 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 73,57%; ການຈັດຕັ້ງປະຕິບັດໂຄງການລົງທຶນ ມີທັງໝົດ 26ໂຄງການ, ມູນຄ່າຕາມສັນຍາ 153,3 ຕື້ກີບ, ປະຕິບັດໜ້າວຽກສໍາເລັດ 33,18% ເປັນເງິນ 50,8 ຕື້ກີບໃນນີ້ໂຄງການປະຕິບັດໜ້າວຽກສໍາເລັດ 100% ມີ 10 ໂຄງການ ເປັນເງິນ 11,6 ຕື້ກີບ; ການຜະລິດລະດູຝົນ (ປະຕິບັດໄດ້ລື່ນຄາດໝາຍ) ເນື້ອທີ່ແຜນການແມ່ນ 5.015,08ເຮັກຕາ, ຜ່ານການຈັດຕັ້ງປະຕິບັດສາມາດບັນລຸໄດ້ 5.585,57ເຮັກຕາ, ເທົ່າກັບ 111,37% ຂອງແຜນການ.ສະແດງອອກຄື: ການປູກເຂົ້າມີເນື້ອທີ່ແຜນການທັງໝົດ 2.575,08 ເຮັກຕາ, ສາມາດປະຕິບັດໄດ້ 3.195,08 ເຮັກຕາ, ເທົ່າກັບ 124% ຂອງແຜນການ, ຄາດຄະເນຜົນຜະລິດໄດ້ 10.327,86 ໂຕນ, ທຽບໃສ່ປີຜ່ານມາເນື້ອທີ່ເພີ່ມຂຶ້ນ 72,59 ເຮັກຕາ, ຜົນຜະລິດເພີ່ມຂຶ້ນ 470,32 ໂຕນ. ການປູກພືດເປັນສິນຄ້າໃນທົ່ວເມືອງວາງແຜນໄວ້ ທັງໝົດ 2.850 ເຮັກຕາ, ສາມາດປະຕິບັດໄດ້ທັງໝົດ 2.734,04 ເຮັກຕາ, ເທົ່າກັບ 95,94% ຂອງແຜນການ, ມາຮອດປັດຈຸບັນເກັບກູ້ໄດ້ 2.529,04 ເຮັກຕາ, ຜົນຜະລິດ 19.120,8 ໂຕນ, ເທົ່າກັບ 92,19% ຂອງເນື້ອທີທັງໝົດ, ຖ້າທຽບໃສ່ປີຜ່ານມາເນື້ອທີ່ເພີ້ມຂຶ້ນ 454,76 ເຮັກຕາ, ຜົນຜະລິດເພີ່ມຂຶ້ນ 2.848,72 ໂຕນ. ຄຽງຄູ່ໄປພ້ອມກັນນັ້ນ ເມືອງຫົງສາຍັງໄດ້ດຳເນີນການລົງກວດກາປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນຂອບເຂດທົ່ວເມືອງ ປະຈຳປີ 2023 ໄດ້ສຳເລັດ ຈຳນວນ 15 ໜ່ວຍພັກ ໃນ 13 ບ້ານເທດສະບານເມືອງ. ໃນນີ້, ຄະນະພັກຂັ້ນເທິງໄດ້ນໍາພາກວດກາ, ປັບປຸງລະບົບການຈັດຕັ້ງພັກ-ລັດ ນັບແຕ່ຂັ້ນຄະນະພັກຮາກຖານລົງຮອດຂັ້ນໜ່ວຍພັກ ແລະ ຈະສືບຕໍ່ລົງປະເມີນໜ່ວຍພັກໃນເຂດຫ່າງໄກຕົວເມືອງ ຈໍານວນ 19 ບ້ານ 21 ໜ່ວຍພັກ ໃຫ້ສໍາເລັດໃນທ້າຍປີນີ້ ແລະ ຜັນຂະຫຍາຍໄປແຕ່ລະໜ່ວຍພັກຢູ່ສໍານັກງານ-ອົງການ, ກົມກອງ, ໂຮງຮຽນ ແລະ ໂຮງໝໍ ໃນທົ່ວເມືອງ ໃຫ້ສໍາເລັດໃນຕົ້ນປີ 2024; ຄາດຄະເນວ່າ: ຈະຮັກສາໜ່ວຍພັກແຂງ (ປອດໃສ, ເຂັ້ມແຂງ, ໜັກແໜ້ນ) ໃນທົ່ວເມືອງ ໃຫ້ໄດ້ 81 ໜ່ວຍພັກ ໃນຈໍານວນ 91 ໜ່ວຍພັກທັງໝົດ.
ໃນຕອນທ້າຍ ກໍໄດ້ເປັນກຽດຮັບຟັງການມີຄຳຄິດຄຳເຫັນ ແລະ ໂອ້ລົມໃຫ້ທິດຊີ້ນຳຈາກສະຫາຍ ຄໍາຫຼ້າ ຜີວວັນນາ ປະທານກອງປະຊຸມຄັ້ງນີ້ຕື່ມອີກ.
ຂ່າວ-ພາບ: ກິດຕິສັກ ບົວໄລ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ