ເມືອງໂຂງ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ເມືອງໂຂງ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ທີ່ສະໂມສອນ ເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພູວັນ ສີສຸພົນ ຮອງເລຂາພັກເມືອງ, ມີທ່ານ ພັອ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງ, ທ່ານ ພັທ ສົມສະໜຸກ ພະໄຊສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງໂຂງ, ມີຄະນະພັກ, ຄະນະຫ້ອງການ, ກົມກອງອ້ອມຂ້າງເມືອງ, ນາຍ ແລະ ພົນຕຳຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ສົມສະໜຸກ ພະໄຊສົມບັດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດນັບແຕ່ປີ 2021-2023 ແລະ ທິດທາງແຜນການໃນຕໍ່ໜ້າວ່າ: ໃນໄລຍະປີ 2021-2023 ໄດ້ຂຶ້ນບັນຊີເປົ້າໝາຍຢູ່ພື້ນທີ່ຫຼໍ່ແຫຼມມີ 9 ພື້ນທີ່ 21 ບ້ານ 29 ເປົ້າໝາຍ, ສຸມໃສ່ແກ້ໄຂບັນຫາຢາເສບຕິດ ເກັບກຳສະຖິຕິເປົ້າໝາຍຢາເສບຕິດທົ່ວເມືອງມີທັງໝົດ 1.313 ຄົນ ຍິງ 28 ຄົນ, ໃນນັ້ນເປົ້າ ໝາຍຄ້າຂາຍລາຍໃຫຍ່ມີ 41 ຄົນ ຍິງ 1 ຄົນ, ລາຍຍ່ອຍມີ 117 ຄົນ ຍິງ 1 ຄົນ, ເປົ້າໝາຍເສບຢາເສບຕິດມີ 1.155 ຄົນ ຍິງ 13 ຄົນ, ສາມາດມ້າງເປົ້າໝາຍໄດ້ທັງໝົດ 1.081 ຄົນ ຍິງ 26 ຄົນ, ໃນນັ້ນເປົ້າ ໝາຍຄ້າຂາຍລາຍໃຫຍ່ 35 ຄົນ ຍິງ 1 ຄົນ, ລາຍຍ່ອຍ 114 ຄົນ ຍິງ 13 ຄົນ, ເປົ້າໝາຍເສບຢາເສບຕິດມີ 930 ຄົນ ຍິງ 12 ຄົນ, ຢຶດຂອງກາງຢາບ້າໄດ້ 45.689 ເມັດ, ຢາໄອ 36 ກິໂລ ແລະ 10 ຖົງນ້ອຍກັບ10 ຫຼອດນ້ອຍ, ໂຄເຄນ 640 ກິໂລກຣາມ, ໃບກະທ້ອມ 2 ກິໂລກຣາມ, ຢາດີໄອທີ່ປະສົມກັບນ້ຳກະທ້ອມ 14 ຂວດ, ຢຶດລົດຈັກ 19 ຄັນ, ໂທລະສັບ 82 ໜ່ວຍ, ອາວຸດປືນດັດແປງ 5 ກະບອກ, ປືນແກັບ 6 ກະບອກ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ. ພ້ອມນີ້ຍັງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດຕາມບ້ານ ແລະ ໂຮງຮຽນໄດ້ 22 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 10.459 ຄົນ ຍິງ 5.288 ຄົນ, ຕິດປ້າຍໂຄສະນາ 59 ປ້າຍ, ປ້າຍຈິນຕະນາການ 3 ປ້າຍ, ຕິດຕັ້ງໂທລະໂຄ່ງປະຈຳບ້ານ ແລະ ສຳນັກງານຈຳນວນ 148 ໜ່ວຍສຳເລັດ 100%.
ໃນພິທີໄດ້ມອບໃບຍ້ອງຍໍຂັ້ນເຈົ້າເມືອງໃຫ້ບັນດາກົມກອງ, ຫ້ອງການ, ຜູ້ປະກອບການ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເປັນບຸກຄົນຈຳນວນ 189 ຄົນ ຍິງ 16 ຄົນ, ຜູ້ປະກອບການ 3 ຄົນ, ກົມກອງ-ຫ້ອງການ 22 ຫ້ອງການ ແລະ ບ້ານຈຳນວນ 114 ບ້ານ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ຄໍາເຫັນ

ຂ່າວການເມືອງ

ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໃຫ້ບັນດາໜ່ວຍພັກ ຂຶ້ນກັບ ອົງຄະນະພັກ ອົງການກວດສອບແຫ່ງລັດ (ອກສລ) ແລະ ການມອບບັດສະມາຊິກພັກ ຊຸດທີ X ໃຫ້ສະມາຊິກພັກສົມບູນຂອງ ອກສລ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ມິຖຸນານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກປະທານ ອກສລ; ເຂົ້າຮ່ວມພິທີມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ, ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງສີສັດຕະ ນາກຄັ້ງທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງ ເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກ ນະ ຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີສັດຕະນາກຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ ໃນວັນ ທີ 5 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ,
ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 5 ມີຖຸນາຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ທອງເພັດ ຜຸຍຍະວົງ ເລຂາໜ່ວຍພັກຮາກຖານສານປະຊາຊົນແຂວງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນານີ້ ທີ່ສະພາແຫ່ງຊາດ ວ່າ: ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ອັດຕະປື ສະໄໝທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົເາຮ່ວມ.
ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ພິທີປະກາດການຈັດຕັ້ງ, ແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງກະລຶມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມານີ້, ທີ່ສະໂມສອນເມືອງດັ່ງກ່າວ, ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ ຜ່ານມາ ທີ່ສະໂມສອນໃຫຍ່ເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ສຸວັນລໍ່ ເຢຍປໍ ປະທານສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ລຳພອນ ນົມຈັນທະວົງ ຄະນະບໍລິຫານງານພັກ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ

ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບ ເລຂາພັກເມືອງ ເຈົ້າເມືອງຍົມມະລາດ ແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພານີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ. ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ
ເພີ່ມເຕີມ