ເມືອງລະມາມ ຈັດພິທີເປີດນ້ຳ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງລະມາມ ຈັດພິທີເປີດນ້ຳ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ
ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລະມາມ ແຂວງເຊກອງໄດ້ຈັດພິທີເປີດນ້ຳ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ເມື່ອບໍ່ດົນມານີ້ ທີ່ຊົນລະປະທານ ບ້ານໜອງບົງ-ຫ້ວຍຂຽວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງໆລະມາມ,ມີທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,ມີພະແນກການອ້ອມຂ້າງແຂວງ,ຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການອ້ອມຂ້າງເມືອງ, ຂະແໜງການກ່ຽວຂ້ອງຂອງພະແນກກະສິກຳແລະປ່າໄມ້ແຂວງ,ພ້ອມການຈັດຕັ້ງບ້ານດັ່ງກ່າວເຂົ້າຮ່ວມ.
ໃນພິທີ, ທ່ານ ສະໜອງ ສິມມະວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງລະມາມ ໄດ້ຜ່ານບົດລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ໃນວັນເປີດນ້ຳຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດວ່າ: ໃນປີ 2023-2024 ທົ່ວເມືອງມີລະບົບຊົນລະປະທານທັງໝົດ 20 ແຫ່ງ ຂະໜາດໃຫຍ່ 1 ແຫ່ງ, ຂະໜາດກາງ 19 ແຫ່ງ, ສາມາດສະໜອງນ້ຳລະດູແລ້ງໄດ້ 926 ເຮັກຕາ, ໃນນັ້ນເຂົ້ານາແຊງ 869 ເຮັກຕາ, ພືດລະດູແລ້ງ 93 ເຮັກຕາ, ພືດລະດູຝົນ 110 ເຮັກຕາ. ສຳລັບຂະບວນການສັກຢາກັນພະຍາດສັດ ທາງຫ້ອງການກະສິກຳແລະປ່າເມືອງ ແມ່ນໄດ້ແຕ່ງວິຊາການໄດ້ລົງປັບປຸງຊຸກຍູ້ສັດຕະວະແພດຂັ້ນບ້ານໄດ້ 6 ຈຸດສຸມ ລວມ 25 ບ້ານໃນທົ່ວເມືອງ ເພື່ອລົງໂຄສະນາເຜີຍແຜ່ເຕັກນິກວິຊາການ ແລະ ເຄື່ອນໄຫວສັກຢາຕາມຄວາມຮັບຜິດຊອບຂອງຕົນ,ການຈັດຕັ້ງສະເຫຼີມສະຫຼອງວັນສັກຢາກັນພະຍາດສັດແຫ່ງຊາດ ແມ່ນໄດ້ປະຕິບັດແຕ່ປີ 2017 ເປັນຕົ້ນມາຮອດປັດຈຸບັນໄດ້ 16 ຄັ້ງ ແລະມີຈຳນວນສັດທີ່ໄດ້ຮັບການສັກຢາທັງໝົດ  935 ພັນກວ່າໂຕ,ສັກຄວາຍໄດ້ທັງໝົດ 205.716 ໂຕ,ງົວ 168.312 ໂຕ,ໝູ 112.208 ໂຕ,ແບ້ໄດ້ 44.883 ໂຕ ແລະ ສັດປີກສັກໄດ້ 403.951ໂຕ.
ຂະນະດຽວກັນ, ທ່ານ ສອນຈັນ ຕາງໜ້າອຳນາດການປົກຄອງບ້ານໜອງບົງ ກໍໄດ້ລາຍງານຫຍໍ້ກ່ຽວກັບການສ້າງຂະບວນການວັນສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດວັນທີ 13 ພະຈິກ ແລະ ວັນເປີດນໍ້າຊົນລະປະທານ ວັນທີ 3 ພະຈິກ ຕິດພັນກັບຂະບວນການກະກຽມເຂົ້າສູ່ການຜະລິດ ລະດູແລ້ງປີ 2024 ເຫັນວ່າໃນໄລຍະຜ່ານມາຄະນະພັກ-ອຳນາດການປົກຄອງບ້ານຂອງພວກເຮົາ ໄດ້ເປັນເຈົ້າການ ແລະ ໄດ້ເອົາໃຈໃສ່ຊຸກຍູ້ພໍ່ແມ່ປະຊາຊົນໃນການຜະລິດກະສິກໍາ (ການປູກ-ການລ້ຽງ) ໂດຍສະເພາະ ແມ່ນການຜະລິດລະດູຝົນ ເຫັນໄດ້ວ່າມາຮອດປັດຈຸບັນນີ້ບ້ານຂອງພວກເຮົາສາມາດເກັບກ່ຽວຜົນຜະລິດ ເຂົ້ານາປີສຳເລັດປະມານ 80% ຂອງເນື້ອທີ່ທັງໝົດ, ຄຽງຄູ່ກັນນັ້ນພວກເຮົາຍັງໄດ້ເປັນເຈົ້າການສົມທົບ ກັບທີມງານລົງກໍ່ສ້າງຮາກຖານການເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງລະມາມ ໃນການຫ້າງຫາ ກະກຽມ ແລະ ນໍາພາພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານ ເອົາໃຈໃສ່ໃນການສ້າງຂະບວນການອະນາໄມຄອງເໜືອງແມ່ (MC) ປະຕູນໍ້າຫ້ວຍວີ ມີຢູ່ 2 ຈຸດ ຊຶ່ງສາມາດອະນາໄມຄອງໄດ້ທັງໝົດມີຄວາມຍາວ 1.850 ແມັດ ແລະ ມີພໍ່ແມ່ປະຊາຊົນເຂົ້າຮ່ວມທັງໜົດ 135 ຄົນຍິງ 85 ຄົນ ທັງໝົດເຫຼົ່ານີ້ແມ່ນແນໃສ່ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງ ໃຫ້ພຽງພໍກັບພື້ນທີ່ຕົວຈິງຂອງພໍ່ແມ່ປະຊາຊົນ, ໂດຍເລັ່ງໃສ່ການຜະລິດສະບຽງອາຫານ ແລະ ການຜະລິດເພື່ອໃຫ້ກາຍເປັນສິນຄ້ານັ້ນ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນກະກຽມຄວາມພ້ອມເຂົ້າໃນການຜະລິດລະດູແລ້ງໃຫ້ທ່ວງທັນຕາມລະດູການ, ນອກຈາກນັ້ນພວກເຮົາຍັງໄດ້ເອົາໃຈໃສ່ຊຸກຍູ້ພໍ່ແມ່ປະຊາຊົນເພື່ອນຳເອົາສັດລ້ຽງຂອງຕົນມາສັກຢາ, ເນື່ອງໃນໂອກາດວັນສັກຢາປ້ອງກັນຍາດສັດລ້ຽງແຫ່ງຊາດ ໃຫ້ເປັນຂະບວນຟົດຟື້ນ, ພໍ່ແມ່ປະຊາຊົນເອົາໃຈໃສ່ໃນການສັກຢາປ້ອງກັນພະຍາດສັດລ້ຽງໃຫ້ສາມາດບັນລຸກວມເອົາ 85% ຂຶ້ນໄປຂອງຈໍານວນສັດລ້ຽງຢູ່ພາຍໃນບ້ານ.
ຂ່າວ-ພາບ: ດາວສະຫວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ