ເມືອງລ້ອງຊານ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IV

ເມືອງລ້ອງຊານ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IV

ເມືອງລ້ອງຊານ ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IV
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງລ້ອງຊານ ແຂວງໄຊສົມບູນ ຄັ້ງທີ IV ໄດ້ໄຂຂຶ້ນ ໃນວັນທີ 5 ມີນາຜ່ານມານີ້ ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົມມາ ແກ້ວບົວພາ

ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆລ້ອງຊານ ໂດຍການເຂົ້າຮ່ວມຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຮວງເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໄຊສົມບູນ, ມີແຂກຖືກເຊີນແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງເຂົ້າຮ່ວມ104 ສະຫາຍ.

ສະຫາຍ ພົມມາ ແກ້ວບົວພາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສັງເກດຕີລາຄາຄືນຜົນສໍາເລັດ ແຫ່ງການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີ ຜ່ານມາ, ໄດ້ຖອດຖອນບົດຮຽນທີ່ສໍາຄັນ, ຄົ້ນຄວ້າ-ຕົກລົງເປັນເອກະພາບຮ່ວມກັນ, ຮັບຮອງເອົາມະຕິກອງປະຊຸມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີ ຕໍ່ໜ້າ; ພ້ອມນັ້ນ ຍັງຈະໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາປະຊາຊົນບັນດາເຜົ່າ ປະຕິບັດແນວທາງການເມືອງຂອງພັກ ຢູ່ເມືອງລ້ອງຊານ ໃນ 5 ປີ ຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ແຂວງໄຊສົມບູນ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້.

ກອງປະຊຸມ ຄັ້ງນີ້, ຍັງຈະໄດ້ຮັບຟັງຄໍາໂອ້ລົມ ຂອງສະຫາຍ ເລຂາຄະນະບໍລິຫານງານພັກແຂວງ ເພື່ອເປັນທິດຊີ້ນໍາ-ເຍືອງທາງ ໃຫ້ຄະນະບໍລິຫານງານພັກເມືອງ ຊຸດທີ IV ແລະ ບັນດາຜູ້ແທນກອງປະຊຸມ ໄດ້ກໍາແໜ້ນ, ເຊື່ອມຊຶມ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

(ຂ່າວ: ຈິນລະວອນ ວໍລະສົມບູນ)

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ກອງປະຊຸມຕິດຕາມຊຸກຍູ້ ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ທີ່ຫ້ອງປະຊຸມເຮືອນພັກເລກ 1 ຂອງແຂວງ, ເຂົ້າຮ່ວມໃນກອງປະຊຸມມີສະຫາຍ ແກ້ວອຸດອນ ບຸດສິງຂອນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຄະນະກໍາມະການຮັບຜິດຊອບວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງ, ສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂັ້ນສູງກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະ.
ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 12 ສະໄໝທີ IX ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາການ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດເປີດກວ້າງ ຄັ້ງທີ 19 ສະໄໝມທີ IX ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປລາວ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຖືກແຕ່ງຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ)ຊຶ່ງພິທິປະກາດການແຕ່ງຕັ້ງໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ການນໍາຂັ້ນສູງ ຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງ ຫສພ ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສພ; ມີບັນດາສະຫາຍຄະນະພັກ-ຄະນະນໍາ, ພະນັກງານ-ສະມາຊິກພັກພາຍໃນ ຫສພ ພ້ອມດ້ວຍບັນດາສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາລະວັນ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ

ສາລະວັນ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ

ກອງປະຊຸມ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2) ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດນີ້ ທີ່ສະໂມສອນແຂວງ, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີແຂກຖືກເຊີນ ແລະ ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທາບທາມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V

ທາບທາມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມເປີດກວ້າງເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V, ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາທ່ານຄະນະປະຈຳພັກ,ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກອ້ອມຂ້າງ ສານປະຊາຊົນສູງສຸດເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II ໄດ້ເປີດຂຶ້ນ ໃນວັນທີ 7ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ), ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍແຂກຖືກເຊີນ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ເມືອງພຽງ ແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX ຂືນໃນວັນທີ 2 ກໍລະກົດຜ່ານມາ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ຫຼວງນໍ້າທາ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 20

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງນໍ້າທາເປີດກ້ວາງ ຄັ້ງທີ 20 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຈັດຂຶ້ນໃນວັນທີ 2 ກໍລະກົດຜ່ານມາ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງນໍ້າທາ.
ເພີ່ມເຕີມ