ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງ, ມີທ່ານ ສາຍເພັດ ຈັນທະລັງສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ມີບັນດາການນຳຂອງເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ນາຍບ້ານເທດສະບານພ້ອມດ້ວຍນັກທຸລະກິດ ຜູ້ປະກອບການດ້ານກະສິກຳເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ຊຶ່ງປະກອບມີ 11 ໝວດ, 53 ມາດຕ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ້າວ ເພຶ່ອເຮັດໃຫ້ຄວາມສອດຄ່ອງກັບກົດໝາຍວ່າດ້ວຍທີ່ດິນ, ມີຄວາມຮັດກຸມ, ຄົບຖ້ວນ, ຈະແຈ້ງ ແລະ ສອດຄ່ອງກັບສະພາບເສດຖະກີດ-ສັງຄົມ, ເຮັດໃຫ້ວຽກງານຄຸ້ມຄອງທີ່ດິນກະສິກຳ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຫຼັກການ ແລະ ມີຄວາມເປັນເອກະພາບໃນທົ່ວແຂວງ, ເຮັດໃຫ້ການຄຸ້ມຄອງ ແລະ ການນຳໃຊ້ທີ່ດີນກະສິກຳ ສາມາດບັນລຸເປົ້າໝາຍ, ສາມາດສະຫງວນໄດ້ດິນນາທີ່ມີຢູ່ໃຫ້ນໍາໃຊ້ຢ່າງຍາວນານ ເຮັດໃຫ້ຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນກະສິກໍາ ໄດ້ນໍາໃຊ້ດິນຖຶກຕ້ອງຕາມກົດ ໜາຍ ແລະ ລະບຽບການ, ມີຄວາມຍຸດຕິທໍາ, ມີປະສິດທິຜົນສູງ ແລະ ມີຄວາມຍືນຍົງ ສາມາດປະຕິບັດແຜນງານຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ສອດຄ່ອງກັບຈຸດພິເສດທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານ ປົກປັກຮັກສາສິ່ງແວດລ້ອມພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດ ຕາມທິດຍືນຍົງ.
(ຂ່າວ: ວົງສະຫວັນ ສຸທິໂວຫານ)
ຄໍາເຫັນ