ເມືອງພຽງ ເປີດຂະບວນການ 3 ວັນກະສິກຳ

ເມືອງພຽງ ເປີດຂະບວນການ 3 ວັນກະສິກຳ
ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພຽງ ແຂວງໄຊຍະບູລີຈັດພິທີເປີດຂະບວນການວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງແຫ່ງຊາດ ຂຶ້ນໃນວັນທີ 15 ພະຈິກ ນີ້ທີ່ສູນຝາຍນ້ຳຕານໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງມີບັນດາການນຳຂອງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ເລຂາໜ່ວຍພັກນາຍບ້ານ, ພະນັກງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ສະມາຄົມກຸ່ມຜູ້ຊົມໃຊ້ນ້ຳພ້ອມດ້ວຍຊາວກະສິກອນເຂົ້າຮ່ວມ.
ໃນພິທີ, ທ່ານ ສີສົມພອນ ນວນແສງສີຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການຜະລິດກະສິກຳປີ 2023ແລະ ແຜນສູ້ຊົນຜະລິດລະດູແລ້ງປີ 2024ຊຶ່ງປັດຈຸບັນເມືອງພຽງມີເນື້ອທີ່ນາທັງໝົດ 6.800 ກວ່າເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ40 ພັນກວ່າໂຕນ ມີສັດລ້ຽງທັງໝົດ 1 ລ້ານ 5ແສນກວ່າໂຕໃນນີ້ຄວາຍ 16ພັນກວ່າໂຕ, ງົວ 30ພັນກວ່າໂຕນ, ໝູ 50 ພັນກວ່າໂຕ ແລະ ສັດອື່ນອີກໂດຍມີເນື້ອທີ່ປູກຫຍ້າພັນປັບປຸງທັງໝົດ 1 ພັນກວ່າເຮັກຕາ ຊຶ່ງຂະແໜງກະສິກຳເມືອງໄດ້ຫັນການຜະລິດແບບທຳມະຊາດໄປສູການຜະລິດເປັນສິນຄ້າຕາມທິດຫັນກະສິກຳເປັນທັນສະໄໝໂດຍຜະລິດເປັນກຸ່ມເປັນຟາມ ຊຶ່ງທົ່ວເມືອງມີກຸ່ມປູກ-ກຸ່ມລ້ຽງທັງໝົດ 100ກວ່າກຸ່ມ ແລະ ມີຊົນລະປະທານ 270 ກວ່າແຫ່ງ ໃນນີ້ຊົນລະປະທານແບບປະຖົມປະຖານ 210 ກວ່າແຫ່ງ, ຝາຍນ້ຳລົ້ນ 30 ກວ່າແຫ່ງ, ອ່າງເກັບນ້ຳ5ແຫ່ງ ແລະ ຄູຕັນນ້ຳ 18 ແຫ່ງ ສຳລັບການຜະລິດລະດູແລ້ງ 2023-2024 ເປັນຕົ້ນແມ່ນນາແຊງໃຫ້ໄດ້ 1 ພັນເຮັກຕາໂດຍເລັ່ງໃສ່ເຂດຊົນລະປະທານນ້ຳພຽງເບີ 1, ເບີ2, ເບີ3,ເບີ4,ຝາຍນ້ຳເຮ້ຍ, ຝາຍນ້ຳຕານ ແລະ ບ່ອນອື່ນທີມີເງື່ອນໄຂ, ສົ່ງເສີມການປູກພືດລະດູແລ້ງໃຫ້ໄດ້ 1.400 ເຮັກຕາ ເປັນຕົ້ນແມ່ນ ສາລີຫວານ, ໝາກໂມ, ໝາກແຕງ, ຖົ່ວເຫຼືອງ ແລະ ພືດຜັກອື່ນໆພ້ອມທັງສຸມໃສ່ສັກຢາປ້ອງກັນພະຍາດສັດໃຫ້ໄດ້ 2 ຄັ້ງຕໍ່ປີ.
ໃນໂອກາດນີ້, ທ່ານ ຄຳພັນ ຄຳພູບົວ ໄດ້ກ່າວເປີດຂະບວນການດັ່ງກ່າວຢ່າງເປັນທາງການພ້ອມທັງຮຽງຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນບັນດາເຜົ່າເອົາໃຈໃສ່ຮັບປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າໂດຍຫັນການຜະລິດກະສິກຳໃຫ້ເປັນທັນສະໄໝຕິດພັນກັບການຕະຫຼາດເພື່ອພ້ອມກັນບັນລຸຍຸດທະສາດຂອງເມືອງທີ່ວ່າ: ສ້າງເມືອງພຽງໃຫ້ເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງສົ່ງອອກ ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະໃນໂອກາດນີ້ຄະນະປະທານພ້ອມດ້ວຍແຂກເຂົ້າຮ່ວມກໍໄດ້ເປີດນ້ຳຊົນລະປະທານຝາຍນ້ຳຕານ, ສັກຢາກັນພະຍາດສັດ ແລະ ຮ່ວມສາທິດການເຮັດນາຢອດແຫ້ງເພື່ອເປັນການເປີດຂະບວນການ3 ວັນດັ່ງກ່າວໃຫ້ເປັນຂະບວນການຢ່າງຟົດຟື້ນ.
ຂ່າວ-ພາບ: ວົງສະຫວັນ ສຸທິໂວຫານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ