ເມືອງພຽງ ແຂວງໄຊຍະບູລີໄດ້ສຳເລັດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບຳລຸງ 45ວັນຊຸດທີ 6 ຂຶ້ນໃນວັນທີ 24 ຕຸລານີ້ທີ່ຫ້ອງປະຊຸມຂອງເມືອງເປັນກຽດເຂົ້າຮ່ວມຂອງທ່ານ ເສີດ ແສງສຸລິນເຈົ້າເມືອງໆພຽງ,ມີຄະນະຮັບຜິດຊອບຂັ້ນເມືອງ,ແຂກຖືກເຊີນ, ນັກສຳມະນາກອນເຂົ້າຮ່ວມ.
ໃນພິທີໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນກົດໝາຍຫຼັກສູດ 45 ວັນຊຸດທີ 6 ໂດຍຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດການຮຽນ-ການສອນຜ່ານມາ ຊຶ່ງໃນປີ2023ນີ້ເມືອງພຽງໄດ້ເປີດການຮຽນ-ການສອນກົດໝາຍຫຼັກສູດ 45 ວັນໃຫ້ພະນັກງານຫຼັກແຫຼ່ງຂັ້ນບ້ານ ແລະ ເມືອງເປັນຊຸດທີ VI ໂດຍເລີ່ມຕົ້ນມາແຕ່ວັນທີ 21 ສິງຫາເຖິງວັນທີ 5 ກັນຍາ 2023 ຊຶ່ງມີພະນັກງານຫຼັກແຫຼ່ງທີ່ມາຈາກສໍານັກງານ,ກົມກອງ ແລະ ບ້ານເຂົ້າຮ່ວມທັງໝົດ 28 ຄົນຍິງ 3 ຄົນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພື້ນຖານດ້ານທິດສະດີ,ຄວາມຮູ້ພື້ນຖານກ່ຽວກັບກົດໝາຍ.ຜ່ານການຮຽນ-ການສອນມີຄູ-ອາຈານດີເດັ່ນ27 ຄົນຍິງ 3 ຄົນ,ມີນັກຮຽນດີເດັ່ນ 17 ຄົນຍິງ 1 ຄົນ, ປະເພດນັກຮຽນດີມີ11 ຄົນຍິງ 2 ຄນ.
ໂອກາດນີ້, ທ່ານ ເສີດແສງສຸລິນໄດ້ໃຫ້ກຽດມອບໃບຢັ້ງຢືນພ້ອມທັງເນັ້ນໜັກໃຫ້ນັກຮຽນນຳເອົາຄວາມຮູ້ແລະບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໂຕຈິງໃຫ້ໄດ້ຮັບຜົນດີ,ເຮັດໃຫ້ທົ່ວສັງຄົມມີຄວາມເຄົາລົບຕໍ່ລະບຽບກົດໝາຍ, ມີຄວາມສະຫງົບຄວາມປອດໄພໂດຍພື້ນຖານພ້ອມກັນສ້າງລັດໃຫ້ກາຍເປັນລັດແຫ່ງກົດໝາຍເທື່ອລະກ້າວ.
ຂ່າວ-ພາບ:ແສງສຸດາ ກິ່ງສະຫວັດ

ຄໍາເຫັນ