ເມືອງພີນໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XII

ເມືອງພີນໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XII

ເມືອງພີນໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XII
ເມືອງພີນ ແຂວງສະຫວັນນະເຂດ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XII ຂຶ້ນໃນວັນທີ 25 ມີນານີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກິຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ

ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າ.

ສະຫາຍ ພູລັດຕະນະ ພົມມະຫາໄຊ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງພີນ ໄດ້ກ່າວເປີດກອງປະຊຸມໃຫຍ່ຄັ້ງທີ XII ຜູ້ແທນອົງຄະນະພັກເມືອງພີນຢ່າງເປັນທາງການ. ຈາກນັ້ນ ສະຫາຍ ເກດສະໜາ ບຸດຕະວົງ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄໍາຂວັນທີ່ວ່າ: “ສ້າງເມືອງພີນເປັນເມືອງເຂັ້ມແຂງ, ຍົກສູງລະບົບການເມືອງໃຫ້ໜັກແໜ້ນ, ຍູ້ແຮງການຜະລິດກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳເປັນສິນຄ້າ, ສົ່ງເສີມການທ່ອງ ທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ, ພັດທະນາຊັບພະຍາກອນມະນຸດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນມີລາຍໄດ້ໝັ້ນຄົງ”.

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານພັກເມືອງໄດ້ເອົາໃຈໃສ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ XI ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ, ໄດ້ນຳພາເຜີຍແຜ່ ແລະ ຜັນຂະຫາຍບັນດາເອກະສານມະຕິຄຳສັ່ງຕ່າງໆຂອງພັກ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ປະຕິບັດວິຊາສະເພາະຕິດພັນກັບການສ້າງພະລາທິການກັບທີ່, ຈັດຕັ້ງກຳລັງປະຈຳການກຽມສູ້ຮົບ, ປ້ອງກັນເວນຍາມ ແລະ ຕິດຕາມສະພາບຮອບດ້ານ, ສ້າງກຳລັງກອງຮ້ອຍ ໄດ້ 15 ກອງຮ້ອຍ, ປັບປຸງກຳລັງກອງຮ້ອຍໄດ້ 5 ກອງ, ປະກາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 63 ບ້ານ, ຮັບຮອງບ້ານປ້ອງກັນຊາດເຂັ້ມແຂງໄດ້ 58 ບ້ານ, ມີ 8,000 ກວ່າຄອບຄົວເພີ່ມຂຶ້ນ 22 ບ້ານ, ຮັບຮອງບ້ານປ້ອງກັນຄວາມສະຫງົບດີໄດ້ 99 ບ້ານເພີ່ມຂຶ້ນ 62 ບ້ານ, ຮັບຮອງບ້ານປອດຢາເສບຕິດໄດ້ 70 ບ້ານ, ເພີ່ມຂຶ້ນ 59 ບ້ານ.

ດ້ານການພັດທະນາເສດຖະກິດ-ສັງຄົມການຂະຫຍາຍຕົວທາງດ້ານເສດຖະກິດສະເລ່ຍ 5.6%,ລວມຍອດຜະລິດຕະພັນ (GDP) ບັນລຸໄດ້ 764 ຕື້ກວ່າກີບ ຫຼື ຫຼາຍກວ່າ 97% ທຽບໃສ່ແຜນການ,ສະເລ່ຍໃສ່ພົນລະເມືອງໄດ້ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ ເທົ່າກັບ 461 ໂດລາສະຫະລັດ; ທົ່ວເມືອງມີເນື້ອທີ່ນາປີ 9,500 ເຮັກຕາ, ນາແຊງ 257 ເຮັກຕາ ດ້ວຍສະມັດຕະພາບ 3.3 ໂຕນຕໍ່ເຮັກຕາ, ບັນລຸໄດ້ 147,000 ກວ່າໂຕນເທົ່າກັບ 94% ຂອງແຜນການ, ສະເລ່ຍ 378 ກິໂລ/ຄົນ/ປີ.

ໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າຈາກສະຫາຍ ຄົມຄິດ ຍາດຕິວົງ ກໍາມະການພັກເມືອງຮອງເຈົ້າເມືອງ ຜູ້ຊີ້ນຳວຽກເສດຖະກິດ, ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ຕາງໜ້າຂົງເຂດວຽກງານຕ່າງໆພາຍໃນເມືອງ. ພ້ອມນີ້, ບັນດາສະຫາຍຜູ້ແທນສົມບູນ ຍັງຈະໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງພີນຊຸດໃໝ່. ກອງປະຊຸມດັ່ງກ່າວ, ແມ່ນໄດ້ດຳເນີນນັບແຕ່ວັນທີ 25-26 ມີນາ 2025 ຈິ່ງສໍາເລັດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.

ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.

ກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງຄໍາມ່ວນ ຄັ້ງທີ IX ໄດ້ໄຂຂຶ້ນໃນວັນທີ 6 ມິຖຸນານີ້, ໂດຍການເປັນປະທານຂອງ ສະຫາຍ ສີສຸກ ພິມມະສອນ ເລຂາໜ່ວຍພັກຮາກຖານ ຄະນະກວດກາພັກ-ລັດແຂວງ.
ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໃຫ້ບັນດາໜ່ວຍພັກ ຂຶ້ນກັບ ອົງຄະນະພັກ ອົງການກວດສອບແຫ່ງລັດ (ອກສລ) ແລະ ການມອບບັດສະມາຊິກພັກ ຊຸດທີ X ໃຫ້ສະມາຊິກພັກສົມບູນຂອງ ອກສລ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ມິຖຸນານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກປະທານ ອກສລ; ເຂົ້າຮ່ວມພິທີມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ, ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງສີສັດຕະ ນາກຄັ້ງທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງ ເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກ ນະ ຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີສັດຕະນາກຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ ໃນວັນ ທີ 5 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ,
ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 5 ມີຖຸນາຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ທອງເພັດ ຜຸຍຍະວົງ ເລຂາໜ່ວຍພັກຮາກຖານສານປະຊາຊົນແຂວງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນານີ້ ທີ່ສະພາແຫ່ງຊາດ ວ່າ: ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ອັດຕະປື ສະໄໝທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົເາຮ່ວມ.
ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ພິທີປະກາດການຈັດຕັ້ງ, ແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງກະລຶມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມານີ້, ທີ່ສະໂມສອນເມືອງດັ່ງກ່າວ, ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ ຜ່ານມາ ທີ່ສະໂມສອນໃຫຍ່ເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ສຸວັນລໍ່ ເຢຍປໍ ປະທານສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ລຳພອນ ນົມຈັນທະວົງ ຄະນະບໍລິຫານງານພັກ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ
ເພີ່ມເຕີມ