ເມືອງສະໝ້ວຍ ປະກາດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ເມືອງສະໝ້ວຍ ປະກາດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ
ພິທີປະກາດເມືອງສະໝ້ວຍ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງສຸດທ້າຍຂອງແຂວງສາລະວັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຕາ ໂຮ່ຊົງເລືອງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເຈົ້າເມືອງໆສະໝ້ວຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ກາບ ແດງສະຫວ່າງ ປະທານແນວລາວສ້າງຊາດເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະແຕ່ປີ 2017-2022 ຜ່ານມາວ່າ: ແນວລາວສ້າງຊາດເມືອງສະໝ້ວຍ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍຄໍາແນະນໍາກ່ຽວກັບບ້ານສາມັກຄີ ເປັນບ້ານຕົວແບບທີ່ດີຂອງແນວລາວສ້າງຊາດ ແລະ ຄໍາແນະນໍາຂອງຄະນະປະຈຳສູນກາງແນວລາວສ້າງຊາດ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີຂອງແນວລາວສ້າງຊາດ, ຖືເອົາການປະສານສົມທົບກັບອົງຄະນະພັກ, ອົງການປົກຄອງບ້ານ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນບ້ານ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດານິຕິກຳ ແລະ ເອກະສານຕ່າງໆກ່ຽວກັບວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ປະຊາຊົນພາຍໃນບ້ານເປົ້າໝາຍ ຮັບຮູ້ເຂົ້າໃຈເຫັນໄດ້ຕໍ່ຄວາມສໍາຄັນຂອງຂະບວນການດັ່ງກ່າວ ທັງຊີ້ນໍາ-ນໍາພາຢູ່ຂັ້ນບ້ານເອົາໃຈ ໃສ່ໃກ້ຊິດຕິດແທດເຮັດໃຫ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ຜັນຂະຫຍາຍຢ່າງເປັນຂະ ບວນກ້ວາງຂວາງ ຊຶ່ງມີຈໍານວນບ້ານເຂົ້າຮ່ວມທັງໝົດ 51 ບ້ານ 3.440 ຄອບຄົວ, ມີຈຳນວນພົນເຂົ້າຮ່ວມທັງໝົດ 6.880 ເທື່ອຄົນ, ຍິງ 3.540 ເທື່ອຄົນ ໂດຍແບ່ງອອກເປັນ 5 ຂັ້ນຕອນຄື: ການກະກຽມເກັບກໍາຂໍ້ມູນ ແລະ ວາງແຜນ, ເຜີຍແຜ່ເຊື່ອມຊຶມເອກະສານໃນຂັ້ນບ້ານ ພ້ອມທັງເປີດຂະບວນການ, ນໍາພາຈັດຕັ້ງປະຕິບັດຂະບວນການ, ຊຸກຍູ້, ຕິດຕາມ, ກວດກາຂະບວນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ 1-3 ເດືອນ ແລະ ປະເມີນຜົນການເປີດຂະບວນການແຕ່ລະໄລຍະ. 
    ຜ່ານການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໂດຍປະຕິບັດຕາມ 4 ມາດຖານຂອງຄອບຄົວ, 5 ມາດຖານຂອງບ້ານ ແລະ 6 ມາດຖານຂອງເມືອງເປັນຕົ້ນ ຄອບຄົວມີຄວາມຮັກ ແພງຊຶ່ງກັນ ແລະ ກັນ, ມີຄວາມສາມັກຄີຖືກຕ້ອງປອງດອງ, ເຄົາລົບນັບຖືຊຶ່ງກັນ ແລະ ກັນ, ມີຄວາມຕື່ນຕົວທາງດ້ານການເມືອງ, ອະນຸລັກຮີດຄອງປະເພນີອັນດີງາມ, ເສີມຂະຫຍາຍວັດທະນະທໍາຂອງເຜົ່າ ແລະ ຂອງຊາດເປັນຄອບຄົວທີ່ມີແບບແຜນດໍາລົງຊີວິດທີ່ປອດໃສ, ມີເຮືອນຢູ່ໝັ້ນຄົງ, ມີອາຊີບທຳມາຫາກິນຄົງທີ່ ແລະ ເປັນຄອບ ຄົວພົ້ນທຸກ, ເປັນບ້ານພົ້ນທຸກ, ມີກອງທຶນພັດທະນາບ້ານ, ລະບົບການເມືອງ, ການປົກຄອງມີຄວາມໜັກແໜ້ນ, ອົງການແນວລາວສ້າງຊາດບ້ານມີຄວາມເຂັ້ມແຂງ ແລະ ບັນດາມາດຖານອື່ນໆ. ຊຶ່ງໄລຍະແຕ່ປີ 2017 ມາຮອດປັດຈຸບັນສາມາດສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງບັນລຸເຖິງ 51 ບ້ານ, 3.353 ຄອບຄົວ ເທົ່າກັບ 97,47% ຂອງຄອບຄົວທັງໝົດ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງປະທານສູນກາງແນວລາວສ້າງຊາດ ວ່າດ້ວຍການຢັ້ງຢືນເມືອງສະໝ້ວຍເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ກຽດມອບໂດຍທ່ານ ຄຳຕາ ໂຮ່ຊົງເລືອງ ກ່າວຮັບໂດຍທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ແລະ ມອບໃບຍ້ອງຍໍບຸກຄົນດີ ເດັ່ນໃຫ້ຜູ້ທີ່ມີຜົນງານໃນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ໂອກາດນີ້ຄະນະປະທານໄດ້ເປີດປ້າຍ, ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນຕື່ມອີກ.  ຂ່າວ: ທິດລານີ ໂຄດໂຍທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ