ເມືອງວັງວຽງເປີດປີທ່ອງທ່ຽວລາວ 2024

ເມືອງວັງວຽງເປີດປີທ່ອງທ່ຽວລາວ 2024
ໃນວັນທີ 23 ທັນວາ 2023 ,ເມືອງວັງວຽງ ແຂວງ ວຽງຈັນໄດ້ຈັດພິທີ ເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ. ໂດຍມີທ່ານ ບຸນຈັນ ມາລາວົງ ກຳມະການພັກແຂວງ,ເລຂາພັກເມືອງເຈົ້າເມືອງໆວັງວຽງ, ທ່ານ ສີສະຫວາດ ແສງພະຈັນ ກຳມະການພັກແຂວງ, ຫົວຫນ້າພະແນກຖະແຫຼ່ງ,ວັດທະນະທຳແລະທ່ອງທ່ຽວ (ຖວທ),ມີການນຳຂອງເມືອງ,ກຸ່ມບໍລິການທຸລະກິດທ່ອງທ່ຽວພາຍໃນເມືອງ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
   ໃນພິທີ, ທ່ານ  ອັດສະຍາໄສ ມະນີວັນ ກຳມະການພັກ ເມືອງຫົວຫນ້າຫ້ອງການຖະແຫຼ່ງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວເມືອງ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ2024ວ່າ: ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ຫ້ອງການຖວທ ເມືອງ ໄດ້ເອົາໃຈໃສ່ເປັນເຈົ້າການ ປະສານສົມທົບກັບບັນດາຂະ
ເເໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໄດ້ກຳໜົດແຜນຈັດຕັ້ງປະຕິບັດ ກິດຈະກຳຕິດພັນກັບແຜນການເຄື່ອນໄຫວຂອງແຂວງ ແລະແຜນກິດຈະກຳຂອງຂັ້ນສູນກາງຄື: ຂັ້ນສູນກາງກຳນົດມີ 14 ກິດຈະກຳ, ຂັ້ນແຂວງມີ 6 ກິດຈະກໍາ ເເລະເມືອງວັງວຽງມີ 8 ກິດຈະກຳເພື່ອສ້າງຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ,ພາຍໃນແຂວງຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ.
ໃນພີທີທ່ານ ເຈົ້າເມືອງໆວັງວຽງ ໄດ້ໃຫ້ກຽດຂຶ້ນກ້າວເປີດປີທ່ອງທ່ຽວ 2024 ຢ່າງເປັນທາງການວ່າ: ພັກ ແລະ ລັດຖະບານ ສປປລາວ ຍາມໃດກໍ່ໄດ້ເອົາໃຈໃສຖືເອົາການທ່ອງທ່ຽວເປັນຂະແໜງການເສດຖະກິດໜຶ່ງທີ່ປາສະຈາກດ້ວຍເປັນກຳລັງແຮງຍູ້ດັນຂັບເຄື່ອນ,ປະ
ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເປັນຂະແໜງການໜຶ່ງທີ່ພາໃຫ້ມີການສະສົມເງິນຕາ,ມີການໝູນວຽນເງິນຕາພາຍໃນປະເທດເປັນຢ່າງດີ,ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດບໍລິການ,ການຜະລິດເປັນການກະຈາຍລາຍໄດ້ໄປສູ່ທ່ອງຖິ່ນກໍ່ຄືເຂດຊົນນະບົດຫ່າງໄກສອກຫຼິກ ແລະ ຍັງຖຶເອົາວຽກງານການພັດທະນາ ແລະ ສົ່ງເສີ່ມການທ່ອງທ່ຽວເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມືກັບພາຍນອກອິກດ້ວຍ. 
ພິທີເປີດປີທ່ອງທ່ຽວລາວ 2024 ແມ່ນຈັດຂຶ້ນພ້ອມກັບງານວັງວຽງມີວສິກເຟດປີ 2023 ທີ່ມີຄວາມໝາຍສຳຄັນຊຶ່ງເປັນງານເທະສະການໜຶ່ງທີ່ຍິ່ງໃຫຍ່ຂອງປະຊາຊົນຊາວເມືອງວັງວຽງ. ການເປີດປີທ່ອງທ່ຽວ 2024 ນີ້ເປັນກິດຈະກຳທີ່ສຳຄັນທີ່ສຸດ. ນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງແນ່ໃສ່ເພື່ອເປັນການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມ, ການເຜີຍເເຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ມີຄວາມຍືນຍົງ ຂອງເມືອງວັງວຽງ ອີກດ້ວຍ. ພ້ອມນັ້ນ ການເປີດປີທ່ອງທ່ຽວລາວ 2024 ນີ້ ຍັງເປັນການສ້າງຄວາມຄຶກຄື້ນເພື່ອກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມ,ການມີສ່ວນຮ່ວມຂອງທຸກພາກສ່ວນ.ຂ່າວ: ຖວທ ເມືອງວັງວຽງ

ຄໍາເຫັນ

ຂ່າວທ່ອງທ່ຽວ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ໃນຍຸກທີ່ໂລກກຳລັງປ່ຽນແປງ ທັງດ້ານສະພາບອາກາດ ແລະ ວິຖີຊີວິດຂອງມະນຸດ, ການທ່ອງທ່ຽວບໍ່ເປັນພຽງແຕ່ການເດີນທາງເພື່ອພັກຜ່ອນ ຫຼື ຊົມຄວາມງາມຂອງທຳມະຊາດເທົ່າ​ນັ້ນ, ແຕ່ໄດ້ກາຍເປັນ “ຄວາມຮັບຜິດຊອບ” ທີ່ທຸກຄົນຕ້ອງຮ່ວມກັນຮັກສາ. ການຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດ ລ້ອມ ຈຶ່ງກາຍເປັນກະແສໃໝ່ທີ່ບໍ່ອາດຂ້າມຜ່ານໄດ້ເປັນທັງໂອກາດ ແລະ ຄວາມທ້າທາຍໃນເວລາດຽວກັນ.
ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.
ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ພິທີເປີດຊຸດຝຶກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ຂຶ້ນໃນລະຫວ່າງວັນທີ 8-23 ມິຖຸນາ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ນານິກ ສຸດາຣຍາຕີ ເດຢາງ ຫົວໜ້າຫ້ອງການໂພຊະນາການແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງກ້າວໄປຂ້າງໜ້າດ້ວຍການປັບປຸງປະສິດທິພາບ ແລະ ການກວດກາໂຄງການອາຫານຟຣີຕາມຫຼັກໂພຊະນາການ, ໂດຍສຸມໃສ່ພື້ນທີ່ຫ່າງໄກສອກຫຼີກ ແລະ ພື້ນທີ່ທີ່ຂາດໂອກາດໄດ້ຮັບການບໍລິການ ຊຶ່ງລັດຖະບານກຳລັງປັບປຸງການໃຊ້ຈ່າຍງົບປະມານ ແລະ ຄັດເລືອກເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ ເພື່ອຮັບປະກັນວ່າໂຄງການນີ້ຈະເປັນປະໂຫຍດຫຼາຍຂຶ້ນ.
ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສຳມະນາບັນຊີປະຊາຊາດດ້ານການທ່ອງທ່ຽວ

ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສຳມະນາບັນຊີປະຊາຊາດດ້ານການທ່ອງທ່ຽວ

ກອງປະຊຸມສຳມະນາກ່ຽວກັບບັນຊີປະຊາຊາດດ້ານການທ່ອງທ່ຽວ ຈັດຂຶ້ນໃນວັນທີ 19 ພຶດສະພານີ້, ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ, ມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງ ພ້ອມດ້ວຍຜູ້ຊ່ຽວຊານ, ຄະນະພະແນກ ແລະ ວິຊາການຂະແໜງທ່ອງທ່ຽວຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ.
ຜູ້ເຂົ້າປະກວດນາງສາວອັດຕະປື ທັດສະນະສຶກສາແຫຼ່ງທ່ອງທ່ຽວ ເມືອງໄຊເສດຖາ

ຜູ້ເຂົ້າປະກວດນາງສາວອັດຕະປື ທັດສະນະສຶກສາແຫຼ່ງທ່ອງທ່ຽວ ເມືອງໄຊເສດຖາ

​ໃນວັນທີ 26 ມີນາຜ່ານມານີ້, ຄະນະຮັບຜິດຊອບການປະກວດນາງສາວອັດຕະປື ໄດ້ນຳພາຜູ້ເຂົ້າປະກວດນາງສາວອັດຕະປື ທັງໝົດ 20 ນ້ອງ ທັດສະນະສຶກສາ ແລະ ຢ້ຽມຊົມແຫຼ່ງທ່ອງທ່ຽວທີ່ສຳຄັນ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ເພື່ອເປັນການເກັບຕົວ, ເຮັດກິດຈະກຳຮ່ວມກັນ ແລະ ໂຄສະນາການທ່ອງທ່ຽວຂອງແຂວງ ກ່ອນຈະມີການປະກວດຮອບຕັດສິນໃນມໍ່ໆນີ້.
ເຜີຍແຜ່ລະບົບຈອງປີ້ເຂົ້າຊົມແຫ່ງທ່ອງທ່ຽວ ທີ່ສະດວກ ເຂົ້າຊົມໄດ້ຫຼາຍສະຖານທີ່

ເຜີຍແຜ່ລະບົບຈອງປີ້ເຂົ້າຊົມແຫ່ງທ່ອງທ່ຽວ ທີ່ສະດວກ ເຂົ້າຊົມໄດ້ຫຼາຍສະຖານທີ່

ເມື່ອບໍ່ດົນຜ່ານມານີ້, ທີ່ພະແນກການເງິນແຂວງຫຼວງພະບາງ ໄດ້ມີກອງປະຊຸມ ໂຄສະນາ ເຜີຍແຜ່ ລະບົບການຂາຍປີ້ ເຂົ້າຊົມແຫຼ່ງທ່ອງທ່ຽວ ຜ່ານແອັບ LDT Booking ດ້ວຍການຈອງປີ້ແບບອອນລາຍ, ໂດຍເປັນປະທານຮ່ວມ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນ, ມີຜູ້ຕາງໜ້າບໍລິສັດອອກແບບ, ຜູ້ປະກອບການທ່ອງທ່ຽວ ແລະ ຜູ້ຂາຍປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ ເຂົ້າຮ່ວມ.
ເພີ່ມເຕີມ