ເມືອງວິລະບູລີມອບ-ຮັບ ແລະເປີດນໍາໃຊ້ຖະໜົນ ໄກສອນ ພົມວິຫານ

ເມືອງວິລະບູລີມອບ-ຮັບ ແລະເປີດນໍາໃຊ້ຖະໜົນ ໄກສອນ ພົມວິຫານ
ເມື່ອບໍ່ດົນມານີ້, ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ແລະເປີດນໍາໃຊ້ຖະໜົນໄກສອນ ພົມວິຫານຢ່າງເປັນທາງການ ໂດຍໄດ້ຮັບກຽດເຂົ້າຮ່ວມຈາກທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ທ່ານ ສະໝານ ອາເນກາ ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງມີເນໂຣນສ໌ ຈໍາກັດ ພ້ອມດ້ວຍແຂກຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພມະນີ ວົງໄຊຄໍາ ຮອງເຈົ້າເມືອງວິລະບູລີ ຜູ້ຊີ້ນໍາວຽກງານເສດຖະກິດ ກ່າວວ່າ:ເພື່ອເປັນການປູກຈິດສໍານຶກ ແລະຫວນຄືນມູນເຊື້ອໄຊຊະນະທາງປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ-ລັດ ກໍຄືປະທານ ໄກສອນ ພົມວິຫານ ແລະ ເພື່ອເປັນການເພີ່ມທະວີການສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ ແລະປະຊາຊົນບັນດາເຜົ່າກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງ, ນໍ້າໃຈຕໍ່ສູ້ອັນພິລະອາດຫານຂອງປະທານໄກ ສອນ ພົມວິຫານ. ດັ່ງນັ້ນ, ຄະນະກໍາມະການກອງທຶນພັດທະນາທ້ອງຖິ່ນ ເມືອງວິລະບູລີແຂວງສະຫວັນນະເຂດ ຈຶ່ງໄດ້ເຫັນດີເປັນເອກະພາບຕົກລົງອະນຸມັດງົບປະມານຈາກກອງທຶນພັດທະນາທ້ອງຖິ່ນປະຈໍາປີ 2023 ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດໃນມູນຄ່າ 142.487 ໂດລາເຂົ້າໃສ່ການກໍ່ສ້າງ ແລະປັບປຸງເສັ້ນທາງຕໍ່ໜ້າຫ້ອງວ່າການເມືອງຊຶ່ງເຫັນດີໃສ່ຊື່ວ່າຖະໜົນໄກສອນ ພົມວິຫານ.ໂຄງການປັບປຸງກໍ່ສ້າງຖະໜົນໄກສອນ ພົມວິຫານ ໄດ້ເຊັນສັນຍາກັນລະຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ເມືອງວິລະບູລີກັບບໍລິສັດ ລາວມຸງຄຸນ ກໍ່ສ້າງຂົວທາງຈໍາກັດຜູ້ດຽວ ຕາມເອກະສານສັນຍາສະບັບເລກທີ 81/ຍທຂ.ວລ, ລົງວັນທີ 26 ພຶດສະພາ 2023 ແລະໄດ້ລົງມືຈັດຕັ້ງປະຕິບັດນັບແຕ່ເດືອນພຶດສະພາ 2023ເປັນຕົ້ນມາ, ເປັນເສັ້ນທາງປູຢາງສອງຊັ້ນ, ໜ້າທາງກ້ວາງ 7 ແມັດ, ຍາວ 382 ແມັດ, ມີຮ່ອງລະບາຍນໍ້າເຮັດດ້ວຍເບຕົງເສີມເຫຼັກ, ທາງຍ່າງປູດ້ວຍເບຕົງພ້ອມຢຽບລາຍກ້ວາງ 1,2 ແມັດ, ຕິດຕັ້ງດອກໄຟເຍືອງທາງໂຊລາເຊວທັງ 2 ຂ້າງທາງ ແລະປູກຕົ້ນຈໍາປາປະດັບທັງສອງຂ້າງທາງ.
ທ່ານ ສະໝານ ອາເນກາ ກ່າວວ່າ: ໂຄງການກອງທຶນພັດທະນາທ້ອງຖິ່ນໄດ້ສະໜອງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ຊຸມຊົນທ້ອງຖິ່ນດໍາລົງຊີວິດຢູ່ພື້ນທີ່ອ້ອມຂ້າງໂຄງການຂຸດຄົ້ນບໍ່ຄຳ-ທອງເຊໂປນຕະຫຼອດ 20 ປີ. ການສະໜອງທຶນ ໄດ້ເພີ່ມຂຶ້ນທຸກໆປີຕາມລໍາດັບຈາກ 96.000 ໂດລາຕໍ່ປີຂຶ້ນເປັນ 750.000 ໂດລາຕໍ່ປີ ແລະ ຍັງຈະສະໜອງທຶນດັ່ງກ່າວສືບຕໍ່ໄປຈົນເຖິງໄລຍະສຸດທ້າຍຂອງການຂຸດຄົ້ນ. ທຶນດັ່ງກ່າວນີ້ໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງຂອງຊຸມຊົມ ແລະ ເມືອງໃນດ້ານສາທາລະນະສຸກ, ການສຶກສາ ແລະ ກະສິກໍາ; ສະໜອງສິ່ງອໍານວຍຄວາມສະດວກສາທາລະນະລວມມີ ເສັ້ນທາງ, ການຂະຫຍາຍຕາຄ່າຍພະລັງງານໄຟຟ້າເຂົ້າເຖິງພື້ນທີ່ເຂດຫ່າງໄກສອກຫຼີກຂອງເມືອງ.ຈາກນັ້ນ, ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກໃນການເປີດນໍາໃຊ້ຖະໜົນ ໄກສອນ ພົມວິຫານ ຂອງເມືອງວິລະບູລີຢ່າງເປັນທາງການ.
ຂ່າວ: ເມືອງວິລະບູລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ