![]() |
ທ່ານ ພັນ ພອນສະຫວັດ ຄະນະປະຈຳພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ກ່າວວ່າ: ພະຍາດໄຂ້ຍຸງລາຍ ເປັນພະຍາດໜຶ່ງທີ່ເຄີຍເກີດຂຶ້ນ ແລະ ລະບາດຢູ່ແຂວງໄຊຍະບູລີ ກໍຄື ເມືອງໄຊຍະບູລີ ເກືອບທຸກປີ; ໃນປີ 2025 ຜ່ານມາ, ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍ 12,245 ກໍລະນີ, ເສຍຊີວິດ 1 ຄົນ; ແຂວງໄຊຍະບູລີ ມີຜູ້ເປັນໄຂ້ຍຸງລາຍ 287 ກໍລະນີ, ບໍ່ມີຜູ້ເສຍຊີວິດ; ຢູ່ເມືອງໄຊຍະບູລີມີກໍລະນີໄຂ້ຍຸງລາຍ 122 ກໍລະ ນີ ບໍ່ມີຜູ້ເສຍຊີວິດ, ເກີດຂຶ້ນຢູ່ 32 ບ້ານ, ທຽບໃສ່ປີ 2024 ກໍລະນີໄຂ້ຍຸງລາຍຫຼຸດລົງ 435 ກໍລະນີ, ສໍາລັບປີ 2026 ນັບແຕ່ເດືອນມັງກອນ ຮອດວັນທີ 27 ພຶດສະພາ 2026, ເມືອງໄຊຍະບູລີມີກໍລະນີໄຂ້ຍຸງລາຍ 29 ກໍລະ ນີ, ບໍ່ມີຜູ້ເສຍຊີວິດ; ບ້ານທີ່ເກີດກໍລະນີມີ 21 ບ້ານຄື: ບ້ານນໍ້າຕວນ 4 ກໍລະນີ, ບ້ານດອນເງິນ 2 ກໍລະນີ, ບ້ານນາເລົາ 2 ກໍລະນີ, ບ້ານລ້ອງປໍ 2 ກໍລະນີ, ບ້ານໂພນໄຊ 2 ກໍລະນີ ແລະ ບ້ານນາຕໍນ້ອຍ, ບ້ານທ່ານາ, ບ້ານນາຊໍ່າ-ຜາ, ບ້ານປຸ່ງ, ບ້ານຫ້ວຍຈີດ, ບ້ານຫ້ວຍເພາະ, ບ້ານນາຍາວ, ບ້ານແກ້ງ, ບ້ານນາແລ້ງນ້ອຍ, ບ້ານຜາປູນ, ບ້ານໃຫຍ່, ບ້ານດອນໃໝ່, ບ້ານສວນ, ບ້ານນາແລ້ງຫຼວງ, ບ້ານໄຊສະຫວາດ, ບ້ານທ່າ, ບ້ານນາຄານ ບ້ານລະ 1 ກໍລະນີ. ຜ່ານການຕິດຕາມການເກີດກໍລະນີໄຂ້ຍຸງລາຍໃນປີ 2026 ຖ້າທຽບໃສ່ໃນໄລຍະຜ່ານມາແມ່ນຫຼຸດລົງ. ໃນພິທີໄດ້ສ້າງຂະບວນການອະນາໄມຕາມເສັ້ນທາງຕື່ມອີກ.
![]() |
ຂ່າວ-ພາບ: ສົມພົງ ສີສະຫວັດ


ຄໍາເຫັນ