ນະຄອນໄກສອນພົມວິຫານ ຈັດງານບຸນອອກພັນສາ-ຊ່ວງເຮືອປະຈຳປີ

ນະຄອນໄກສອນພົມວິຫານ ຈັດງານບຸນອອກພັນສາ-ຊ່ວງເຮືອປະຈຳປີ
ພິທີງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈຳປີ ພ.ສ 2566 ໄດ້ຂຶ້ນໃນວັນທີ 30 ຕຸລາ ຜ່ານມາ ທີ່ສາລາແຄມຂອງນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ. ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະການນຳແຂວງ, ນະຄອນ, ເມືອງ, ມີທ່ານ ບົວເຮືອງ ເມກສົມ ຮອງຜູ້ວ່າຣາຊະການແຂວງມຸກດາຫານປະເທດໄທ, ຕະຫຼອດຮອດມວນຊົນຊາວແຂວງສະຫວັນນະເຂດເຂົ້າຮ່ວມ.
ໃນພິທີ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ ໄດ້ລາຍງານວ່າ: ງານບຸນປະເພນີອອກພັນສາ-ຊ່ວງເຮືອ ໄດ້ເລີ່ມຄົບງັນມາຕັ້ງແຕ່ວັນທີ 21 ຕຸລາ ຈົນຮອດມື້ນີ້, ກົງກັບວັນທີ 30 ຕຸລາ 2023 ນັບເປັນເວລາ 10 ວັນເຕັມ, ຢູ່ໃນງານແຕ່ລະຄືນ ກໍມີມວນຊົນຊາວນະຄອນໄກສອນພົມວິຫານ ແລະແຂກມາຈາກຕ່າງເມືອງ, ຕ່າງແຂວງ ກໍໄດ້ມາທ່ອງທ່ຽວງານ ຊົມການວາງສະແດງ ແລະຈຳໜ່າຍຂາຍສິນຄ້າປະເພດຕ່າງໆ ຈາກບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານທັງພາກລັດ, ເອກະຊົນ ທັງພາຍ ແລະຕ່າງແຂວງຈຳນວນກວ່າ 200 ຮ້ານ. ນອກຈາກນັ້ນ, ຍັງມີວົງດົນຕີ ແລະເຄື່ອງຫຼິ້ນຫຼາກຫຼາຍປະເພດ ທີ່ໄດ້ສ້າງຄວາມບັນເທີງ ແລະໃຫ້ຄວາມມ່ວນຊື່ນແກ່ມວນຊົນທີ່ມາທ່ອງທ່ຽວໃນງານ.  ນອກຈາກນີ້, ທາງຄະນະກໍາມະການພວກເຮົາຍັງມີບັນດາກິດຈະກໍາອື່ນທີ່ໜ້າສົນໃຈເຊັ່ນ: ການແຂ່ງຂັນແຈັດສະກີ, ຕັກບາດຖວາຍສັງຄະທານ, ວຽນທຽນ, ການປະກວດກະໂທງງາມ(ໂດຍນໍາໃຊ້ວັດສະດຸຈາກທໍາມະຊາດ), ການໄຫຼເຮືອໄຟ, ຊົມຂະບວນຟ້ອນປະເພນີຈາກ 6 ກຸ່ມບ້ານພັດທະນາໃນເທດສະບານນະຄອນ-ໂຮງຮຽນມັດທະຍົມຕ່າງໆ ແລະຂະບວນຟ້ອນມິດຕະພາບລາວ-ໄທ, ຊົມການພາຍເຮືອເປີດໜ້ານໍ້າຕີຊ້າງນໍ້ານອງ, ພິເສດກໍແມ່ນຊົມການຊ່ວງເຮືອ ຊຶ່ງປະກອບມີ 2 ປະເພດ 4 ຮຸ່ນຄື: ເຮືອປະເພນີ ຫຼື ເຮືອເຈາະ 41-55 ສີພາຍ ມີ 4 ລຳ, ເຮືອສູດ ຫຼື ເຮືອຕິດຮຸ່ນ 41-55ສີພາຍ ມີ 4 ລຳ, ເຮືອປະເພດກາງ 31-40 ສີພາຍ 6 ລຳ ແລະເຮືອປະເພດກິລາ 12 ສີພາຍມີ 12 ລຳ.
ຈາກນັ້ນ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຈັດງານ ໄດ້ກ່າວເປີດງານວ່າ: ການຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈໍາປີ ພ.ສ 2566 ຄັ້ງນີ້ ກໍເພື່ອເປັນການປະຕິບັດບຸນປະເພນີປະຈໍາເດືອນ 11(ລາວ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12 ເດືອນຊຶ່ງເປັນບຸນປະເພນີທີ່ເຄີຍປະຕິບັດສືບທອດກັນມາແຕ່ຄາວບູຮານນະການ ຈົນເຖິງປັດຈຸບັນ ທີ່ຄົນລາວເຮົາໄດ້ເຄົາລົບນັບຖື ແລະປະຕິບັດຕາມໃຫ້ຖືກກັບຂະນົບທໍານຽມອັນດີງາມຂອງຊາດລາວເຮົາຕະຫຼອດມາ, ທັງເປັນການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທໍາ ເພື່ອດຶງດູດເອົາການທ່ອງທ່ຽວ, ການຄ້າຂາຍ, ການລົງທຶນພາຍໃນແຂວງ, ຕ່າງແຂວງ, ຕ່າງປະເທດເຂົ້າມາທ່ອງທ່ຽວ ແລະລົງທຶນຢູ່ແຂວງສະຫວັນນະເຂດໃຫ້ຫຼາຍຂຶ້ນ ທັງເປັນການກະຕຸກຊຸກຍູ້ເສດຖະກິດຂອງແຂວງໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະນັບມື້ໃຫ້ຫຼາຍຂຶ້ນເທື່ອລະກ້າວ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດລັ່ນ 9 ບາດ ເພື່ອເປັນສັນຍາລັກຂອງການເປີດງານບຸນອອກພັນສາ-ຊ່ວງເຮືອປະຈຳປີນີ້ຢ່າງເປັນທາງການ. 
ການຊ່ວງເຮືອປີນີ້ ໄດ້ດຳເນີນໄປທ່າມກາງສຽງຊົມສຽງເຊຍຢ່າງແໜ້ນໜາ ເຮັດໃຫ້ບັນຍາກາດຂອງງານມີສີສັນ ແລະຄຶກຄື້ນມ່ວນຊື່ນ ຜົນປະກົດວ່າ: ປະເພດເຮືອ 55 ສີພາຍ ແມ່ນເຮືອເທບພອນໄຊ(ນະຄອນໄກສອນພົມວິຫານ) ເປັນເຈົ້າທ່າຂອງປີນີ້(ທີ1), ທີ2 ເຮືອວິສຸດໂທນາວາ ບ້ານຫົວເມືອງໃຕ້ ນະຄອນໄກສອນພົມວິຫານ, ທີ3 ແມ່ນເຮືອແພເມືອງຟ້າ ແລະທີ4 ເຮືອເຈົ້າພໍ່ແສນເມືອງ ບ້ານຫົວເມືອງໃຕ້ ນະຄອນໄກສອນພົມວິຫານ; ປະເພດເຮືອເຈາະ 55 ສີພາຍ ທີ1 ເຮືອເຈົ້າພໍ່ເກດແກ້ວ ບ້ານຫົວເມືອງໃຕ້ ນະຄອນໄກສອນພົມວິຫານ, ທີ2ເຮືອແກ້ວຟ້າມີໄຊຈະເລີນຊັບ ບ້ານບຸ່ງນາດີ ເມືອງໄຊພູທອງ, ທີ3 ເຮືອຮຸ່ງເຮືອງໄຊ ບ້ານທ່າດ່ານ ເມືອງໄຊພູທອງ ແລະທີ4 ແມ່ນເຮືອນາງ ຫຼາວທອງ ບ້ານຫົວຫາດ ເມືອງໄຊພູທອງ; ສຳລັບປະເພດເຮືອກາງ 35 ສີພາຍ ທີ1 ເຮືອນາງສາວສະຫວີວັນ ບ້ານບຸ່ງນາດີ ເມືອງໄຊພູທອງ, ທີ2 ເຮືອນາງສາວຈັນເພັນ ບ້ານທ່າດ່ານ ເມືອງໄຊພູທອງ, ທີ3 ເຮືອນາງ ຫຼາວທອງ ບ້ານຫົວຫາດ ເມືອງໄຊພູທອງ ແລະ ທີ4 ເຮືອແກ້ວໄພລິນ 9 ຈະເລີນ ບ້ານຈອມແກ້ວ ນະຄອນໄກສອນພົມວິຫານ; ປະເພດເຮືອນ້ອຍ(ເຮືອກິລາ) 12 ສີພາຍ ທີ1 ເຮືອລູກຊາຍຫຼ້າ ບ້ານທ່າຊະໂນ ນະຄອນໄກສອນພົມວິຫານ, ທີ2 ເຮືອຂຸນເດດ 9 ຈະເລີນ ບ້ານຈອມແກ້ວ ນະຄອນໄກສອນພົມວິຫານ, ທີ3 ເຮືອພອນຈະເລີນ ບ້ານນາຍອນ ເມືອງອາດສະພອນ ແລະທີ4 ໄດ້ແກ່ເຮືອວັນພອນຈະເລີນນຳໂຊກ ບ້ານແກ້ງກອກ ເມືອງຈຳພອນ. ໃຫ້ກຽດມອບຂັນລາງວັນ ແລະເງິນລາງວັນໃນປະເພດຕ່າງໆ ໂດຍທ່ານເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະການນຳຂອງນະຄອນ ຜັດປ່ຽນກັນຂຶ້ນມອບ.
ຂ່າວ-ພາບ:ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ