ນະຄອນກຽວໂຕ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ບັນລຸ 10 ລ້ານກວ່າຄົນ

ນະຄອນກຽວໂຕ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ບັນລຸ 10 ລ້ານກວ່າຄົນ

ນະຄອນກຽວໂຕ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ບັນລຸ 10 ລ້ານກວ່າຄົນ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ; ອຳນາດການປົກຄອງ ​ນະຄອນ​ກຽວ​ໂຕ​ລາຍ​ງານ​ວ່າ:ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມາ​ຢ້ຽມຢາມ​ນະຄອນກຽວ​ໂຕ​ໃນ​ປີ 2024 ​ໄດ້​ບັນລຸ​ເຖິງ 10.88 ລ້ານ​ເທື່ອ​ຄົນ ຊຶ່ງສູງລື່ນກາຍຫຼັກ​ສິບ​ລ້ານ​ເທື່ອ​ຄົນ​ເປັນ​ຄັ້ງ​ທຳ​ອິດ. ໂດຍຈຳນວນ​ນັກ​ທ່ອງ​ທ່ຽວ​ທັງ​ໝົດ​ທີ່​ມາ​ຢ້ຽມຢາມ​ກຽວ​ໂຕ​ແມ່ນ 56.06 ລ້ານ​ເທື່ອ​ຄົນ, ​ເປັນ​ໂຕ​ເລກ​ອັນ​ດັບ​ສອງ​ຮອງຈາກ​ປີ 2015.

 

ລາຍງານລະບຸວ່າ:ການພັກຄ້າງຄືນໃນນະຄອນກຽວໂຕຂອງນັກທ່ອງທ່ຽວຕ່າງປະເທດສູງກວ່ານັກທ່ອງທ່ຽວຊາວຍີ່ປຸ່ນເປັນຄັ້ງທຳອິດນັບແຕ່ເລີ່ມຕົ້ນບັນທຶກຂໍ້ມູນໃນປີ 1958, ໂດຍມີຊາວຕ່າງປະເທດພັກຄ້າງຄືນ8.21 ລ້ານຄົນແລະຊາວຍີ່ປຸ່ນ 8.09 ລ້ານຄົນ, ເຮັດໃຫ້ປະລິມານຜູ້ພັກຄ້າງຄືນທັງໝົດສູງແບບບໍ່ເຄີຍມີມາກ່ອນ ເຖິງ 16.3 ລ້ານຄົນ.

ໃນຂະນະດຽວກັນ, ການໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ຂຶ້ນສູ່ລະດັບສູງແບບບໍ່ເຄີຍມີມາກ່ອນ, ໂດຍມູນຄ່າການບໍລິໂພກທັງໝົດມີເຖິງ 1,900 ຕື້ເຢນ ແລະ ມູນຄ່າເສດຖະກິດໄດ້ເພີ່ມຂຶ້ນປະມານ 2.09 ພັນຕື້ເຢນ.

ເຈົ້າໜ້າທີ່ນະຄອນກຽວໂຕກ່າວວ່າ:ລາຄາທີ່ພັກອາໄສທີ່ເພີ່ມຂຶ້ນອາດເຮັດໃຫ້ຊາວຍີ່ປຸ່ນເລືອກມາຢ້ຽມຢາມນະຄອນກຽວໂຕແບບໄປ-ກັບ ຫຼາຍຂຶ້ນ, ພ້ອມທັງເນັ້ນໜັກຊຸກຍູ້ການທ່ອງທ່ຽວແບບຍືນຍົງທີ່ສອດຄ່ອງກັບຊີວິດຂອງຄົນທ້ອງຖິ່ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ຂ່າວຕ່າງປະເທດລາາຍງານ ຫວ່າງມໍ່ໆມານີ້; ສະຖາບັນຄົ້ນຄວ້າກ່ຽວກັບເດັກ ຂອງອົສຕຣາລີ ລາຍງານວ່າ: ທີມນັກວິທະຍາສາດອົສຕຣາລີແລະສາກົນໄດ້ແນະນຳເຕັກນິກປັນຍາປະດິດ (AI) ທີ່ສາມາດວິເຄາະຕົວຢ່າງມະເຮັງຈາກທົ່ວໂລກທີ່ເຊື່ອຖືໄດ້ ຊຶ່ງປູທາງສູ່ການປິ່ນປົວມະເຮັງສ່ວນບຸກຄົນ ພ້ອມທັງປົກປ້ອງຄວາມເປັນສ່ວນຕົວຂອງຄົນເຈັບແລະຊ່ວຍໃຫ້ທ່ານໝໍປະຕິບັດການປິ່ນປົວຄົນເຈັບແຕ່ລະຄົນໄດ້ດີຍິ່ງຂຶ້ນ.
EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຫະພາບເອີຣົບ (EU) ກໍາລັງຊຸກຍູ້ມາດຕະການເພີ່ມປະສິດທິພາບການໃຊ້ພະລັງງານໃນສູນຂໍ້ມູນເພື່ອຫຼຸດຜ່ອນຜົນກະທົບຈາກການໃຊ້ໄຟຟ້າທີ່ຄາດວ່າຈະເພີ່ມຂຶ້ນຢ່າງໄວວາໃນທົດສະວັດນີ້ເນື່ອງຈາກການຂະຫຍາຍຕົວຂອງເຕັກໂນໂລຊີປັນຍາປະດິດ (AI) ຊຶ່ງປັດຈຸບັນສູນຂໍ້ມູນກວມເອົາປະມານ 3% ຂອງການໃຊ້ໄຟຟ້າຂອງ EU.
FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສື່​ມວນ​ຊົນ​ຣັດ​ເຊຍ​ອ້າງ​ອີງ​ຕາມ​ຂໍ້​ມູນ​ຂອງ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (FAO)​ ລາຍ​ງານ​ວ່າ: ຣັດ​ເຊຍຍັງ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສາລີລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​​ປີ​ກະສິກຳ​ປັດຈຸ​ບັນ​ແລະ ປີ​ຕໍ່​ໄປ ຊຶ່ງກວມ​ອັດຕາສ່ວນ​ຫຼາຍ​ກວ່າ 1/5 ຂອງ​ຍອດ​ຂາຍ​ເຂົ້າສາລີ​ທົ່ວ​ໂລກ.
ຫວຽດນາມ ປິດກອ​ງ​ປະ​ຊຸມ​ຝືກ​ອົບ​ຮົບ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ພັກ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕາ​ແສງ

ຫວຽດນາມ ປິດກອ​ງ​ປະ​ຊຸມ​ຝືກ​ອົບ​ຮົບ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ພັກ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕາ​ແສງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມຝຶກອົບຮົບວິຊາຊີບ, ວິຊາການກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ, ຄຸ້ມຄອງລັດ, ການຈັດຕັ້ງ ແລະ ເຄື່ອນໄຫວຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ ການເມືອງຂັ້ນຕາແສງ (ໃໝ່) ທີ່ໄດ້ດຳເນີນໃນວັນທີ 14 - 15 ມິຖຸນາຜ່ານມາ, ໂດຍໄດ້ເຊື່ອມຕໍ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ທີ່ນະຄອນຫຼວງຮ່າໂນ້ຍ ກັບ ສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ 11,000 ແຫ່ງ ແລະ ຜູ້ແທນກວ່າ 1.5 ລ້ານຄົນ.
ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ແຂວງອານຮຸຍ ຕັ້ງຢູ່ພາກຕາເວັນອອກຂອງ ສປ ຈີນ ມີເນື້ອທີ່ທັງໝົດ 140,100 ຕາລາງກິໂລແມັດ ແລະ ມີປະຊາກອນ 61.21 ລ້ານຄົນ. ແຂວງອານຮຸຍ ມີທ່າແຮງໃນການຜະລິດຖ່ານຫີນ ແລະ ໄຟຟ້າ, ເຫຼັກ ແລະ ເຫຼັກກ້າ, ໂລຫະບໍ່ແມ່ນເຫຼັກ, ວັດຖຸກໍ່ສ້າງ, ອຸດສາຫະກຳເຄມີ ແລະ ເສັ້ນດ້າຍ. ສ່ວນອຸດສາຫະກຳໃໝ່ທີ່ສຳຄັນໄດ້ແກ່: ພາຫະນະພະລັງງານ ໃໝ່, ພະລັງງານແສງອາທິດທີ່ລໍ້າໜ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຍຸກໃໝ່, ປັນຍາປະດິດ, ອຸປະກອນທີ່ລ້ຳໜ້າ, ສຸຂະພາບ ແລະ ຊີວິດ, ອາຫານສີຂຽວຄຸນນະພາບສູງ, ວັດຖຸດິບໃໝ່ ແລະ ຄວາມຄິດສ້າງສັນດີຈີຕອນ.
ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 12 ມິຖຸນາ ຜ່ານມາ, ອົສຕຣາລີ ໄດ້ເປີດຖານຂໍ້ມູນ 3 ມິຕິອອນລາຍ ໃໝ່ທີ່ມີຊື່ວ່າ: Ozboneviz ຊຶ່ງພັດທະນາໂດຍມະຫາວິທະຍາໄລ Flinders ຂອງອົສຕຣາລີ ແລະ ຄູ່ຮ່ວມງານ, ເປີດໃຫ້ທົ່ວໂລກສາມາດເຂົ້າເຖິງຂໍ້ມູນລາຍລະອຽດກ່ຽວກັບສັດປ່າທີ່ມີຊີວິດຢູ່ ແລະ ບໍ່ມີຊີວິດແລ້ວ ຂອງອົສຕຣາລີ.
ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນຫວ່າງບໍ່ດົນມານີ້, ​ທ່ານ ຫຼິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​​ນັກ​ຂ່າວ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ສານ​ງານ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຜົນ​​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ສາງ​ຊ່າ ​ແຂວງ​ຫູ​​ໜານ ​ຂອງ​ຈີນ.
ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 12 ມິຖຸນາ ຜ່ານມານີ້, ເຮືອບິນໂດຍສານໂບອິງ-787 ລຳໜຶ່ງຂອງບໍລິສັດການບິນຂອງອິນເດຍໄດ້ເກີດອຸບັດຕິເຫດຕົກພາຍຫຼັງບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນລຳດັ່ງກ່າວໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ຍັງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຢູ່ພາກພື້ນດິນອີກດ້ວຍ. ຕາມໂຕເລກຂໍ້ມູນຫຼ້າສຸດທີ່ເຈົ້າໜ້າທີ່ຕຳຫຼວດອິນເດຍເປີດເຜີຍໃຫ້ຮູ້ວ່າ: ອຸບັດເຫດຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ.
ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 12 ມິຖຸນາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025 ດ້ວຍອັດຕາ 96.44% ຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ໂດຍທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນາ ນີ້ວ່າ: ອິນເດຍ ປະກາດເຕືອນໄພລະດັບ “ສີແດງ” ເພື່ອຮັບມືກັບຄື້ນຄວາມຮ້ອນຮຸ່ນແຮງ ແລະ ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ, ໃນຂະນະດຽວກັນຄຸນນະພາບອາກາດຢູ່ໃນລະດັບ “ບໍ່ດີ” ດັດຊະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ເພີ່ມເຕີມ