ໃນວັນທີ 27 ມີນາ ຄະນະກໍາມະການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ນະຄອນປາກເຊ ແຂວງຈໍາປາສັກ ຈັດກອງປະຊຸມສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂຶ້ນໃນວັນທີ 27 ມີນານີ້ ທີ່ສະໂມສອນຂອງນະຄອນ ພາຍໃຕ້ການເປັນປະທານຂອງທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ປະທານຄະນະກຳມະການ ປກຊ - ປກສ ນະຄອນ, ມີທ່ານ ພັທ ຄໍາເຮົ້າ ວົງພົມ ຮອງຫ້ອງເສນາ ກອງບັນຊາການທະຫານແຂວງຈໍາປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງ, ນະຄອນປາກເຊເຂົ້າຮ່ວມ
ໃນກອງປະຊຸມ, ທ່ານ ພັທ ຄຳພູວົງ ແກ້ວວົງກົດ ຫົວໜ້າກອງບັນຊາການ ປກຊ ນະຄອນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການ ປກຊ - ປກສ ນະຄອນ ປະຈໍ່ປີ 2023 ແລະ ຜ່ານທິດທາງແຜນການປີ 2024. ໃນໄລຜ່ານມາໄດ້ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບກໍຄືປະຕິບັດຕາມມະຕິ, ວຽກງານຈຸດສຸມຂອງແຂວງ, ນະຄອນທີ່ໄດ້ວາງອອກ ແລະ ກຳນົດໄວເປັນວຽກງານຈຸດສຸມ. ຄະນະພັກ-ຄະນະບັນຊາກອງບັນຊາການທະຫານນະຄອນປາກເຊ ໄດ້ເອົາໃຈໃສ່ສຶກສາອົບຮົມ, ຕິດພັນກັບຂະບວນການຕ່າງໆທາງດ້ານການເມືອງ ແນວຄິດເປັນກົກ ແລະ ການຈັດຕັ້ງໃຫ້ແກ່ພະນັກງານ - ນັກລົບ ຕິດພັນກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ແລະ ສາຍຂວາງ, ຕາມ 4 ເນຶ້ອໃນ 4 ຄາດໜາຍຕິດພັນກັບວຽກງານ 3 ສ້າງ, ສຸມໃສ່ກໍ່ສ້າງພື້ນຖານວຽກງານ ປກຊ - ປກສ 3 ຂັ້ນເປັນຂະບວນການແທດເຖີງຕົວຈິງຊຶ່ງມີກຳລັງທັງໜົດ 32 ທ່ານ ໄດ້ລົງຊີ້ນຳບັນຊາກອງຮ້ອຍ ແລະ ກໍ່ສ້າງຮາກຖານ.
ປີຜ່ານມາມີຄະດີເກີດຂື້ນທັງໝົດ 139 ລາຍ, ເດັ່ນກວ່າໝູ່ແມ່ນ: ຄະດີລັກຊັບເກີດຂຶ້ນ ທັງໝົດ 101 ລາຍ, ທຳຮ້າຍຮ່າງກາຍ 17 ລາຍ, ການປຸ້ນຊັບ 2 ລາຍ, ສໍ້ໂກງຊັບ 1 ລາຍ ແລະ ອື່ນໆ. ມາຮອດປັດຈຸບັນສາມາດແກ້ໄຂເປົ້າໝາຍຢາເສບຕິດລວມທັງໝົດຈຳນວນ 896 ຄົນ ຍີງ 46 ຄົນ.
(ພາບ-ຂ່າວ: ຈັນທອນ ກົມໄຊຊະນະ)

ຄໍາເຫັນ