ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ
ເມື່ອບໍ່ດົນຜ່ານມານີ້, ທີ່ເຮືອນພັກຮັບຮອງ ຂອງເຈົ້າແຂວງຈໍາປາສັກ ທີ່ນະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ອະນຸຍາດ ແລະ ໃຫ້ກຽດຕ້ອນຮັບ ທ່ານ ຣັດສະໝີ ດວງສັດຈະ ອະດີດເລ​ຂາ​ທິ​ການສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ ສ​ປ​ປ ລາວ ອະດີດທີ່ປຶກສາຂ່າວສານທະນາຄານແຫ່ງ ສປປ ລາວ (ທຫລ) ທັງເປັນກໍາມະການຄະນະບໍລິຫານງານສະ​ມາ​ຄົມມິດຕະພາບ ລາວ-ສ.ເກົາຫຼີ (LKFA), ໂດຍການພາທາງ ຂອງທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າສາຂາ ທຫລ ພາກໃຕ້ ແຂວງຈໍາປາສັກ.

ໃນໂອກາດດັ່ງກ່າວ, ທ່ານ ຣັດສະໝີ ດວງສັດຈະ ໄດ້ແຈ້ງສະພາບການເຄື່ອນໄຫວ ໂດຍຫຍໍ້ໃຫ້ທ່ານເຈົ້າແຂວງຮັບຊາບ, ຊຶ່ງພາຍຫຼັງມາຮອດນະຄອນປາກເຊແລ້ວ ກໍໄດ້ເດີນທາງສູ່ພື້ນທີ່ການຜະລິດຢູ່ເມືອງປາກຊ່ອງ ໂດຍມີທ່ານຮອງຜູ້ອໍານວຍການໃຫຍ່ທະນາຄານນະໂຍບາຍ (ທນບ), ທ່ານຮອງຫົວໜ້າສາຂາ ທຫລ ພາກໃຕ້ ແຂວງຈໍາປາສັກ, ທ່ານຮອງເຈົ້າເມືອງປາກຊ່ອງ, ທ່ານຫົວໜ້າສາຂາ ທນບ ແຂວງຈຳປາສັກ ພ້ອມດ້ວຍພະນັກງານກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

ເມືອງປາກຊ່ອງ ມີຍອດສິນເຊື່ອເຂົ້າເຖີງ 112 ກຸ່ມ, 626 ຄອບຄົວ ວົງເງິນທັງໝົດ 17,035,118,000 ກີບ; ສະເພາະຢູ່ບ້ານ ກອງຕູ່ນ ມີສິນເຊື່ອເຂົ້າເຖີງ ມີ 2 ເປົ້າໝາຍ: ປູກຜັກ, ປຸກກາເຟ, ຈໍານວນ 6 ກຸ່ມ, 50 ຄອບຄົວ. ວົງເງິນອະນຸມັດທັງໝົດ 3,220,000,000 ກີບ, ຍອດເຫຼືອຕົ້ນທຶນ 3,220,000,000 ກີບ, ດອກເບ້ຍຄ້າງ (ບໍ່ມີ). ມີລາຍບຸກຄົນ 4 ລາຍ, ວົງເງິນ 1,100,000,000 ກີບ. ຈາກນັ້ນ, ຄະນະດັ່ງກ່າວ ຍັງໄດ້ລາຍງານຜົນການໄປຕິດຕາມເບິ່ງການຜະລິດຂອງຊາວກະສິກໍາທີ່ຮັບເງິນກູ້ຈາກ ທນບ ໃນການເຮັດສວນປູກຜັກກະລໍ່າປີ, ປູກກາເຟ ແລະ ລ້ຽງສັດ ຂອງປະຊາຊົນບ້ານກອງຕຸ່ນ ເຫັນວ່າໄດ້ຮັບໝາກຜົນຕົວຈິງດີ, ແຕ່ລາຄາຜັກກະລໍ່າປີ ປີນີ້ຕົກເຫຼືອພຽງແຕ່ 1,600 - 1,700 ກີບ/ກິໂລ ແລະ ປີກາຍນີ້ ລາຄາສູງເຖິງ 10,000 ກ່ວາກີບ/ກິໂລ ຊຶ່ງຊາວສວນບ້ານ ໄດ້ສະເໜີໃຫ້ຂັ້ນເທິງຊອກຫາຕະຫຼາດ ທີ່ໝັ້ນທ່ຽງ ເພື່ອຄໍ້າປະກັນຜົນຜະລິດ ແລະ ສະເໜີໃຫ້ທາງ ທນບ ເພີ່ມຕົ້ນທຶນການຜະລິດ, ເພີ່ມເວລາກູ້ຢືມ, ປ່ອຍສິນເຊື່ອໃຫ້ທັນລະດູການ ແລະ ຂໍໃຫ້ພິຈາລະນາປັບຫຼຸດດອກເບ້ຍໃຫ້ຕໍ່າລົງກ່ວາເກົ່າ ຍິ່ງເປັນການດີ.

ໃນໄລຍະດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງພື້ນທີ່ການຜະລິດຫັດຖະກໍາຕໍ່າຫູກ-ແຜ່ນແພ ຢູ່ບ້ານສະຜ່າຍ ຊຶ່ງເປັນບ້ານໃຫຍ່ ຂອງເມືອງຊະນະສົມບູນ, ເປັນບ້ານຕົ້ນແບບໃນການເຂົ້າເຖິງແຫຼ່ງທຶນເງິນກູ້ 1,1 ຕື້ກີບ ໂດຍເຂົ້າເຖິງເປົ້າໝາຍຫັດຖະກໍາ 170 ລ້ານກີບ, ລ້ຽງງົວ 630 ລ້ານກີບ, ລູກຄ້າລາຍບຸກຄົນ 300 ລ້ານກີບ ຂາຍເຄື່ອງຍ່ອຍ. ຕໍ່ບັນຫາດັ່ງກ່າວ, ທ່ານ ນາງ ຂັນພອນ ໄຊຍະເສນສຸກ ຮອງນາຍບ້ານ ໄດ້ສະເໜີຂໍເງິນກູ້ເພີ່ມຕື່ມ ເພື່ອໃຫ້ຊາວບ້ານ ທີ່ເພີ່ມຈໍານວນສະມາຊິກຂຶ້ນ ແລະ ໃຫ້ຜູ້ທີ່ເຮັດການຜະລິດ ທີ່ທຳແທ້ເຮັດຈິງ ໃນປີ 2025 ໃນວົງເງິນກູ້ 4.75 ຕື້ກີບ; ສະເພາະບ້ວງເງິນກູ້ຫັດຖະກໍາ ແມ່ນສະເໜີຂໍກູ້ໃນໄລຍະ 3 ປີ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍທ່ານ ຣັດສະໝີ ດວງສັດຈະ ພ້ອມຄະນະ ທີ່ໄດ້ມີຄວາມພະຍາຍາມຊອກຫາຂໍ້ມູນຄວາມຈິງ ເພື່ອລາຍງານໃຫ້ທາງແຂວງ ກໍຄືສັງຄົມໄດ້ຮັບຊາບຄວາມເປັນຈິງ ເພື່ອນໍາມາປັບປຸງແກ້ໄຂໃຫ້ຖືກຕ້ອງ ຕາມຫຼັກວິຊາການ, ຄວາມເປັນຈິງ, ລະບຽບການ. ພ້ອມນັ້ນ ທ່ານເຈົ້າແຂວງ ຍັງໄດ້ຊີ້ບອກໃຫ້ຮູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ມີຫຼາຍບັນຫາ ທີ່ພົ້ນເດັ່ນ ເປັນຕົ້ນທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຜະລິດກະສິກຳສະອາດ, ການຄ້າຄາບອນເຄຼດິດ, ການເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ 400 ກ່ວາຕື້ກີບ; ວຽກງານກໍ່ສ້າງຊັບພະຍາກອນມະນຸດ ແລະ ສໍາຄັນແມ່ນວຽກງານການບູລະນະ, ກໍ່ສ້າງ ແລະ ປັບປຸງ ສ້ອມແປງເສັ້ນທາງ ພາຍໃນແຂວງ ເພື່ອເປັນຂອງຂວັນ ມອບໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

(ແຫຼ່ງຂ່າວ: ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ