ການສຶກສາທາງວິທະຍາສາດນີ້ໄດ້ລວມເອົາຮູບພາບຈາກດາວທຽມ ຂອງ NASA ສອງດວງເຂົ້າກັບຂໍ້ມູນການຈັດປະເພດພື້ນທີ່ສະເພາະຈາກຫ້ອງການສຳຫຼວດທໍລະນີສາດຂອງ ສະຫະລັດ ອາເມຣິກາ. ວິທີການດັ່ງກ່າວໄດ້ຊ່ວຍໃຫ້ນັກວິທະຍາສາດສາມາດປະເມີນຂອບເຂດຂອງການຟື້ນຟູປ່າ ແລະ ປຽບທຽບຄວາມໄວຂອງການຟື້ນຟູຂອງພື້ນທີ່ເຂດປ່າສະຫງວນແຕ່ລະປະເພດໄດ້.
ການສຶກສາລະບຸວ່າ: ການປະເມີນການຟື້ນຟູຂອງພື້ນທີ່ທີ່ຖືກໄຟໄໝ້ດ້ວຍວິທີການແບບດັ່ງເດີມ ມັກອາໄສການສຳຫຼວດພາກສະໜາມ ຊຶ່ງໃຊ້ແຮງງານ ແລະ ເວລາຫຼາຍ. ຢ່າງໃດກໍຕາມ, ວິທີການກວດສອບທາງໄກແບບໃໝ່ນີ້ຈະຊ່ວຍໃຫ້ສາມາດປະເມີນໄດ້ໄວຂຶ້ນ ແລະ ມີລາຄາຖືກກວ່າ.
ທ່ານ ຊິມາ ແຊມ ນັກວິທະຍາສາດປະຈຳສູນດັ່ງກ່າວ ເປີດເຜີຍວ່າ: ທີມງານໄດ້ພັດທະນາວິທີການທີ່ງ່າຍດາຍ, ໄວ ແລະ ປະຢັດຄ່າໃຊ້ຈ່າຍ ຊຶ່ງຈະຊ່ວຍໃຫ້ຜູ້ຄຸ້ມຄອງທີ່ດິນ ແລະ ໄຟໄໝ້ປ່າ ເຫັນວ່າການດຳເນີນງານແບບໃດທີ່ສ້າງສ້າງຄວາມແຕກຕ່າງໃນການຟື້ນຟູປ່າຫຼັງຈາກເກີດໄຟໄໝ້ ແລະ ກໍານົດພື້ນທີ່ທີ່ພວກເຂົາຄວນຈັດສັນງົບປະມານເພື່ອໃຫ້ໄດ້ຜົນທີ່ດີທີ່ສຸດ.
ຄໍາເຫັນ