ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ

ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ

ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
ກະຊວງການຕ່າງປະເທດ ຮ່ວມກັບອົງການເຄືອຂ່າຍ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ຢ່າງເປັນທາງການ ໃນວັນທີ 15 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າສໍານັກງານການທູດ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມ.
ນຳສະເໜ ໂລໂກ 70 ປ ສປປ ລາວ ເຂາເປນສະມາຊກ ອງການສະຫະປະຊາຊາດ - image 1
 

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 14 ທັນວາ 1955 ມາຮອດປັດຈຸບັນ ແມ່ນຄົບຮອບ 70 ປີ ແລະ ປີ 2025 ນີ້ ກໍຍັງເປັນປີຄົບຮອບ 80 ປີ ການສ້າງຕັ້ງອົງການ ສປຊ (24 ຕຸລາ 1945). ຕະຫຼອດ 7 ທົດສະວັດ ທີ່ຜ່ານມາ, ສປປ ລາວ ໄດ້ຢຶດໝັ້ນຢ່າງແຂງແຮງຕໍ່ກົດບັດ ສປຊ ໂດຍອີງຕາມນະໂຍບາຍການຕ່າງປະເທດຂອງ ສປປ ລາວ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ”. ການພົວພັນຮ່ວມມືດັ່ງກ່າວ, ໄດ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ແລະ ໄດ້ເປັນກາລະໂອກາດອັນດີໃຫ້ ສປປ ລາວ ໄດ້ຂະຫຍາຍການພົວພັນຮ່ວມມື ກັບວົງຄະນາຍາດສາກົນຢ່າງກວ້າງຂວາງ ແລະ ເປັນເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແຕ່ລະໄລຍະ.

ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນເວທີ ສປຊ ໂດຍສະເພາະການສະໜັບສະໜູນ ເປົ້າໝາຍສໍາຄັນຂອງ ສປຊ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ປ້ອງກັນບໍ່ໃຫ້ເກີດການແຂ່ງຂັນກັນດ້ານອາວຸດ ແລະ ຄວາມຂັດແຍ່ງ, ສົ່ງເສີມການຮ່ວມມືເພື່ອການພັດທະນາ, ແກ້ໄຂບັນຫາເສດຖະກິດ-ສັງຄົມ, ວັດທະນະທໍາ, ສິ່ງແວດລ້ອມ, ວຽກງານມະນຸດສະທໍາ ແລະ ສິດທິມະນຸດ ພ້ອມທັງປະຕິຮູບອົງການ ສປຊ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຫຼາຍຂຶ້ນ. ຫຼາຍທົດສະວັດຜ່ານມາ, ສປປ ລາວ ໄດ້ເຮັດໜ້າທີ່ຂອງຕົນເອງຢ່າງຫ້າວຫັນໃນເວທີ ສປຊ ເປັນຕົ້ນ ໄດ້ເຮັດໜ້າທີ່ເປັນປະທານ, ຮອງປະທານ ແລະ ຄະນະບໍລິຫານງານຕ່າງໆຂອງອົງກອນສໍາຄັນຂອງ ສປຊ. ໃນດ້ານການພັດທະນາ, ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ສປຊ ໃນການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດ ເພື່ອການພັດທະນາ (MDGs) ໃນເມື່ອກ່ອນ ລວມທັງເປົ້າໝາຍທີ 9 “ລະເບີດບໍ່ທັນແຕກ” ຊຶ່ງເປັນເປົ້າໝາຍອັນສະເພາະຂອງ ສປປ ລາວ. ປັດຈຸບັນ ສປປ ລາວ ພວມສືບຕໍ່ຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໂດຍຄຽງຄູ່ກັບເປົ້າໝາຍທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ” ຊຶ່ງເປັນເປົ້າໝາຍສະເພາະຂອງ ສປປ ລາວ. ການຈັດຕັ້ງປະຕິບັດ ປພຍ ດັ່ງກ່າວນີ້ ແມ່ນໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວຕື່ມວ່າ: ໂລໂກ້ 70 ປີ ດັ່ງກ່າວນີ້ ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ຕະຫຼອດໄລຍະ 7 ທົດສະວັດຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ກັບອົງການ ສປຊ ໃນການເປັນຄູ່ຮ່ວມມືທີ່ດີ, ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໄລຍະຜ່ານມາ ແລະ ໄດ້ໃຫ້ຄວາມໝາຍໝັ້ນຈະສືບຕໍ່ໃຫ້ການຮ່ວມມືກັບ ສປຊ ເພື່ອເຮັດວຽກຮ່ວມກັນ ແນໃສ່ບັນລຸເປົ້າໝາຍ ປພຍ; ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ; ປະກອບສ່ວນຕໍ່ກັບການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາຂອງໂລກ ກໍຄື ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ໄດ້ກ່າວວ່າ: ໃນປີ 2025 ແມ່ນປີທີ່ມີຄວາມ ໝາຍຄວາມສໍາຄັນ ກໍຄືຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການ ສປຊ, ການສ້າງຕັ້ງ ສປຊ ຄົບຮອບ 80 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຕະຫຼອດໄລຍະຜ່ານມາ, ສປປ ລາວ ໄດ້ມີນະໂຍບາຍການຕ່າງປະເທດ ທີ່ສົ່ງເສີມຄວາມສາມັກຄີ, ສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ ຊຶ່ງໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາຢ່າງຫຼວງຫຼາຍ ເປັນຕົ້ນ ການຫຼຸດຜ່ອນຄວາມທຸກຍາກ, ການປັບປຸງດ້ານໂພຊະນາການ, ສຸຂະພາບຂອງແມ່ ແລະ ເດັກ ໂດຍໃຊ້ເວລາບໍ່ຮອດສາມທົດສະວັດ. ອົງການ ສປຊ ໄດ້ສ້າງຕັ້ງຂຶ້ນພາຍຫຼັງສົງຄາມໂລກ ຊຶ່ງກ່ອນ ສປປ ລາວ ຈະເປັນສະມາຊິກ ມີພຽງ 60 ປະເທດສະມາຊິກເທົ່ານັ້ນ, ແຕ່ປັດຈຸບັນ ປະກອບດ້ວຍ 193 ປະເທດ ແລະ ມີຈຸດປະສົງເພື່ອແກ້ໄຂບັນຫາຕ່າງໆ ສໍາລັບມວນມະນຸດ ເຊັ່ນ: ການແກ້ໄຂຄວາມຂັດແຍ່ງ, ຄວາມທຸກຍາກ, ໄພອຶດຫິວ, ການເຈັບປ່ວຍ ແລະ ຄວາມບໍ່ສະເໝີພາບ. ກົດບັດ ສປຊ ແມ່ນຍັງມີຄວາມແທດເໝາະກັບສະພາບການປັດຈຸບັນ. ແຕ່ເຖິງຢ່າງໃດກໍຕາມ, ສປຊ ກໍຍັງມີຄວາມຈໍາເປັນຈະຕ້ອງໄດ້ມີການປະຕິຮູບ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ ແລະ ໃນອະນາຄົດ. ຂໍ້ຕົກລົງວ່າດ້ວຍອະນາຄົດທີ່ໄດ້ຮັບຮອງໃນເດືອນກັນຍາ 2024 ຜ່ານມາ ໄດ້ເປັນອີກຂໍ້ຕົກລົງໜຶ່ງທີ່ສໍາຄັນໃຫ້ແກ່ບົດບາດຂອງລະບົບຫຼາຍຝ່າຍ ແລະ ຕໍ່ກັບ ສປຊ ເອງ ໃນຖານະເປັນອົງການແກ້ໄຂບັນຫາຂອງໂລກ. ອົງການ ສປຊ ໄດ້ປະສານສົມທົບກັບ ສປປ ລາວ ໃນໄລຍະຜ່ານມາ ໃນການຮັບຮອງເອົາບັນດານະໂຍບາຍທີ່ສໍາຄັນ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ການເຂົ້າເຖິງ, ການປົກປັກຮັກສາລະບົບນິເວດທີ່ອຸດົມສົມບູນ ຂອງປະເທດ ແລະ ມໍລະດົກທາງປະຫວັດສາດ ແລະ ທາງວັດທະນະທໍາທີ່ບໍ່ສາມາດທົດແທນໄດ້. ສປຊ ຍັງໄດ້ຮ່ວມກັບລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ ຊຶ່ງນໍາໄປສູ່ການຮັບຮອງເອົາ MDG 8 ແລະ SDG 18. ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປຊ ບໍ່ແມ່ນການຮ່ວມມືແບບສອງຝ່າຍ, ແຕ່ຫຼາຍໜ້າວຽກໄດ້ຮັບຜົນສໍາເລັດ ໂດຍຜ່ານການເປັນຄູ່ຮ່ວມມືກັບບັນດາປະເທດສະມາຊິກອື່ນໆ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ຜ່ານການຊ່ວຍເຫຼືອເພື່ອການພັດທະນາ, ການຮ່ວມມືໃຕ້-ໃຕ້ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ.

ທ່ານ ບັກໂຮເດຍ ເບີຄະນ໋ອຟ ໄດ້ໃຫ້ຄວາມໝາຍໝັ້ນວ່າ ສປຊ ຈະສືບຕໍ່ເຮັດວຽກຮ່ວມກັບລັດຖະບານ ສປປ ລາວ ຢ່າງແໜ້ນແຟ້ນ ແລະ ເປັນຄູ່ຮ່ວມມື ເພື່ອແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ແລະ ອະນາຄົດ.

ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ