ນາງ ຈ້າວຢີງຈິ້ງ ຫົວໜ້າ ປະຈໍາຂະບວນລົດໄຟຕາມທາງລົດໄຟ ລາວ-ຈີນ

ນາງ ຈ້າວຢີງຈິ້ງ ຫົວໜ້າ ປະຈໍາຂະບວນລົດໄຟຕາມທາງລົດໄຟ ລາວ-ຈີນ
ຍິນດີຕ້ອນຮັບທ່ານສູ່ຂະບວນລົດໄຟຕາມທາງລົດໄຟລາວ-ຈີນ, ສະບາຍດີ !” ຕອນເຊົ້າ 8 ໂມງປາຍ, ຢູ່ສະຖານີລົດໄຟຄຸນໝິງ, ນາງ ຈ້າວຢິງຈິ້ງ (Zhao Yingjing) ທີ່ໃສ່ຊຸດສີຟ້າໄດ້ຢືນຢູ່ໜ້າປະຕູຕູ້ລົດ, ຕ້ອນຮັບຜູ້ໂດຍສານຂຶ້ນຂະບວນລົດໄຟໂດຍສານສາກົນ “ເລກຟູ້ຊິງ” D887 ຈາກນະຄອນຄຸນໝິງຫານະຄອນຫຼວງວຽງຈັນ ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ.
ນາງ ຈ້າວຢິງຈິ້ງ ໄດ້ຫວນຄືນເລື່ອງໃນອະດີດວ່າ: “ແຕ່ກ່ອນ, ຂ້າພະເຈົ້າເຄີຍຕ້ອນຮັບຄະນະນັກທ່ອງທ່ຽວຕ່າງປະເທດທີ່ມີສະມາຊິກ 23 ຄົນ.” ພາຍຫຼັງໄດ້ຮັບຮູ້ວ່າ, ຄະນະນັກທ່ອງທ່ຽວຕ່າງປະເທດງວດນີ້ແມ່ນມາຈາກປະເທດລາວເພື່ອມາສຳຜັດ “ຄວາມໄວຈີນ” ຢູ່ນະຄອນຄຸນໝິງ, ຫົວໜ້າຂະບວນລົດໄຟ ສາມາດເວົ້າພາສາຕ່າງປະເທດໄດ້ 4 ພາສາ ນາງໄດ້ເປັນ “ໄກ້ນຳທ່ຽວ” ໃນຕູ້ລົດ, ໄດ້ອະທິບາຍຂະບວນການພັດທະນາເສັ້ນທາງລົດໄຟຂອງຈີນ ແລະ ວິທີການນຳໃຊ້ອຸປະກອນປະເພດຕ່າງໆໃນລົດດ້ວຍພາສາລາວຢ່າງຫຼ່ຽນໄຫຼ.
“ໃນໄລຍະຂີ່ລົດໄຟບໍ່ຕ້ອງປິດໂທລະສັບມືຖື, ເພາະມັນບໍ່ໄດ້ສ້າງການລົບກວນຕໍ່ການປະຕິບັດງານຂອງຂະບວນລົດໄຟ, ສ່ວນຫຼາຍສັນຍານມືຖືແມ່ນເຕັມ, ຮູ້ສຶກດີທີ່ສຸດ!” ນັກທ່ອງທ່ຽວຕ່າງປະເທດຄົນໜຶ່ງໄດ້ຍົກນິ້ວໂປ້ຍ້ອງວ່າ: “ໃນຕູ້ລົດໄຟງຽບດີ, ລົດໄຟແລ່ນໄດ້ຢ່າງໝັ້ນທ່ຽງ, ຈົນເຖິງຂັ້ນຜູ້ໂດຍສານກໍບໍ່ມີຄວາມຮູ້ສຶກຕໍ່ລົດໄຟເພີ່ມຄວາມໄວ ຫຼື ຫຼຸດຄວາມໄວ.”
ທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 1.035 ກິໂລແມັດ, ໄດ້ເຊື່ອມຕໍ່ນະຄອນຄຸນໝິງຂອງປະເທດຈີນ ແລະ ນະຄອນຫຼວງວຽງຈັນ ຂອງປະເທດລາວ, ເປັນເສັ້ນທາງລົດໄຟສາກົນສາຍທຳອິດ ທີ່ໄດ້ເຊື່ອມຕໍ່ໂດຍກົງລະຫວ່າງຈີນກັບຕ່າງປະເທດ ນັບແຕ່ການສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນ 10 ປີມານີ້. ວັນທີ13 ເມສາຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຂະບວນລົດໄຟໂດຍສານສາກົນຢ່າງເປັນທາງການ, ນາງ ຈ້າວຢິງຈິ້ງ ກໍແມ່ນຫົວໜ້າປະຈໍາຂະບວນລົດໄຟຖ້ຽວທຳອິດ.
ຫຼາຍປີກ່ອນ, ພໍ່ເຖົ້າຂອງນາງ ຈ້າວຢິງຈິ້ງ ມາສ້າງທາງລົດໄຟເສີງຕູ່-ຄຸນໝິງ ຢູ່ແຂວງຢຸນນານ ແລະ ຕັດສິນໃຈດຳລົງຊີວິດຢູ່ທີ່ນີ້. ນາງ ຈ້າວຢິງຈິ້ງ ກ່າວວ່າ: “ຄວາມຝັນຂອງພໍ່ເຖົ້າໃນຊາດນີ້ກໍຄື ສ້າງທາງລົດໄຟໄປສູ່ຕ່າງປະເທດ. ປັດຈຸບັນ, ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ, ເພາະວ່າ, ຂ້າພະເຈົ້າບໍ່ພຽງແຕ່ເປັນສັກຂີພິຍານຕໍ່ເລື່ອງນີ້ເທົ່ານັ້ນ, ຂ້າພະເຈົ້າຍັງມີສ່ວນຮ່ວມອີກດ້ວຍ.”
ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນມາ, ທາງລົດໄຟສາຍນີ້ໄດ້ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານສາກົນເປັນຈຳນວນຫຼວງຫຼາຍຢ່າງປອດໄພ ແລະ ໝັ້ນທ່ຽງມາໂດຍຕະຫຼອດ. ໃນໄລຍະພັກລະດູຮ້ອນປີນີ້, ຈຳນວນຜູ້ໂດຍສານທີ່ຂີ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟ ລາວ-ຈີນ ເດີນທາງໄປຕ່າງປະເທດ ຫຼື ໄປທ່ຽວຕ່າງປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຝ່າຍຕ່າງໆໄດ້ຮ່ວມກັນຊຸກຍູ້ໃຫ້ການແຈ້ງຜ່ານດ່ານຂອງຜູ້ໂດຍສານມີຄວາມສະດວກສະບາຍກວ່າເກົ່າ, ຄຸນນະພາບໃນການຂີ່ລົດໄຟໄດ້ຖືກຍົກສູງຂຶ້ນຢ່າງໜັກ ແໜ້ນ.
ນາງ ຈ້າວຢິງຈິ້ງ ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດ, ນາງກ່າວວ່າ: “ນີ້ແມ່ນຂະບວນລົດໄຟທີ່ໄດ້ບັນທຸກຄວາມຝັນ, ບັນທຸກຄວາມສຸກ ແລະ ບັນທຸກມິດຕະພາບ. ຂ້າພະເຈົ້າຫວັງວ່າ ຂະບວນລົດໄຟຂອງພວກເຮົາສາມາດແລ່ນໄປສູ່ຈຸດໝາຍປາຍທາງທີ່ໄກກວ່າເກົ່າ, ແລ່ນໄດ້ໄວກວ່າເກົ່າ ແລະ ແລ່ນໄດ້ດີກວ່າເກົ່າ. ພ້ອມທັງສາມາດນຳເອົາຄວາມປາຖະໜາທີ່ດີງາມ ແລະ ຄວາມສຸກໃຫ້ແກ່ປະຊາຊົນສອງຊາດລາວ ແລະ ຈີນນັບມື້ນັບຫຼາຍຂຶ້ນ.”
ແຫຼ່ງຂ່າວ: ໜັງສືພິມລາຍວັນກວາງໝິງ, ເວັບໄຊປະຊາຊົນຂອງຈີນ
 

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ