ຄະນະໂຄສະນາອົບຮົມສູນກາງພັກ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ໜັງສືພິມ ປະຊາຊົນ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ

ໜັງສືພິມ ປະຊາຊົນ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ
ໃນວັນທີ 18 ກັນຍາ ນີ້ ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົບສູນກາງພັກ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ

ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາເງິນສົດ, ເຄື່ອງອຸປະໂພກ ແລະ ບໍລິໂພກ ຈຳນວນໜຶ່ງໄປມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກເໜືອ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ໄດ້ມາຈາກການຊ່ວຍເຫຼືອຂອງ ສູນວັດທະນະທຳຈີນ ປະຈຳ ສປປ ລາວ, ບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈຳກັດ, ນັກສຶກສາກຳປູເຈຍທີ່ກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ, ສ່ວນຮ້ານອາຫານໄທອອນເມນສຣີ ໄດ້ມອບເງິນສົດຈຳນວນ 4 ລ້ານກີບ.
ໃຫ້ກຽດກ່າວມອບໂດຍທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະ ຄອສພຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ແລະ ກ່າວຮັບໂດຍທ່ານລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານຫົວໜ້າບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ແລະ ພາກສ່ວນຕ່າງໆທີ່ ໄດ້ນຳເອົາວັດຖຸຈິດໃຈ ແລະ ເຄື່ອງໃຊ້ຕ່າງໆມາມອບໃຫ້ຄັ້ງນີ້ ເພື່ອຈະນໍາໄປຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ ບັນດາແຂວງພາກເໜືອຂອງ ສປປລາວ.
ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ເປັນຄັ້ງທີ 2 ທີ່ໜັງສືພິມປະຊາຊົນໄດ້ນຳເຄື່ອງຊ່ວຍເຫຼືອໄປມອບໃຫ້ ຄອສພ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.
ຂ່າວ: ວິໄລສັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ທ່ານ ຂວັນໃຈ ສຸວັນລາສີ ຮັກສາການ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ມີນາ 2026ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ມີການປະສານງານຢ່າງໃກ້ສິດ ກັບກົມການຄ້າພາຍໃນ ກະຊວງອຸກສາຫະກຳ ແລະ ການຄ້າ (ອຄ) ແລະ ບັນດາບໍລິສັດຜູ້ນຳເຂົ້ານໍ້າມັນເຊື້ອໄຟ ພາຍໃນແຂວງ. ຊຶ່ງແຂວງຄໍາມ່ວນ ມີບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 9 ບໍລິສັດ, ມີສາງທີ່ສາມາດບັນຈຸນໍ້າມັນໄດ້ທັງໝົດຄື: ນໍ້າມັນແອັດຊັງ 772,000 ລິດ, ນໍ້າມັນກາຊວນ 2,906,000 ລິດ.
ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ - ດັດສ້າງ ຂຶ້ນໃນວັນທີ 5 ມີນາ ນີ້ ທີ່ ອອປສ, ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີ ຫົວໜ້າຄະນະສານອາຍາ ສານປະຊາຊົນສູງສຸດ, ຕາງໜ້າຄະນະກົມ ຈາກກົມຕຳຫຼວດຄຸມຂັງ-ດັດສ້າງ, ກົມຕໍາຫຼວດສືບສວນ-ສອບສວນ, ກົມຕໍາຫຼວດປ້ອງກັນ-ປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ວັນທີ 8 ມີນາ ຄົບຮອບ116 ປີ ຂຶ້ນໃນວັນທີ 6 ມີນານີ້ ທີ່ໂຮງແຮມ ຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີບັນ​ດາ​​ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສບໍານານ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຂຶ້ນໃນວັນທີ 4 ມີນາຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ.
ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງເຊກອງ ເປີດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ສະໄໝທີ VI ຮອບທີ II ຂຶ້ນໃນວັນທີ 5 ມີນານີ້ ໂດຍການເປັນປະທານຂອງ ສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

​ເມືອງສາລະວັນ ຈັດພິທີປະກາດສ້າງຕັ້ງ ຕາແສງ “ບຶງໄຊ" ຢ່າງເປັນທາງການ, ເປັນຕາແສງທຳອິດຂອງເມືອງສາລະວັນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 5 ມີນານີ້ ຢູ່ທີ່ບ້ານບຶງໄຊ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນວັນທີ 4 ມີນາຜ່ານມານີ້ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ(16/2/1982-16/2/2026) ແລະວັນການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ(9/12/2003-9/12/2026) ໂດຍເປັນກຽດເຂົ້າຮ່ວມ ແລະປາຖະກະຖາຂອງທ່ານ ແສນສັກ ພິມວົງສາ ປະທານອົງການກວດກາພັກ-ລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ແລະພາກສ່ວນກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ຮາກຖານສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດປາຖະກະຖາລະນຶກວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ຂຶ້ນໃນວັນທີ 5 ມີນານີ້,ພາຍໃຕ້ຄໍາຂວັນ " ສິດທິ, ຄວາມຍຸດຕິທໍາ ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາຄະນະຮາກຖານ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ຈະມາເຖິງນີ້ ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ".
ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ກົມກວດກາລັດ ກະຊວງການເງິນ ເປີດຊຸດຝຶກອົບຮົມວຽກງານກວດກາລັດ ໃນວັນທີ 2 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຮັກສາການຫົວໜ້າກົມກວດກາລັດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ບັນດາທ່ານຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ