ໜັງສືພິມເຢີນເຢີນ ກັບພາລະກິດແຫ່ງການປ່ຽນແປງໃໝ່

ໜັງສືພິມເຢີນເຢີນ ກັບພາລະກິດແຫ່ງການປ່ຽນແປງໃໝ່
ການກໍາເນີດເກີດຂຶ້ນຂອງໜັງສືພິມ ເຢີນເຢີນ ສະບັບທໍາອິດ ຢູ່ເຂດທີ່ໝັ້ນຫວຽດບັກ ວັນທີ 11 ມີນາ 1951, ແມ່ນກະບອກສຽງຂອງພັກແຮງງານຫວຽດນາມ (ປັດຈຸບັນແມ່ນ ພັກກອມມູນິດຫວຽດນາມ), ປ່ຽນແທນໜັງສືພິມ ສຶເຖິດ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກງານໂຄສະນາໄລຍະໃໝ່ ແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ.
ເພື່ອສືບທອດພາລະກິດຂອງໜັງສືພິມສືເຖິດ (ຄວາມຈິງ), ໜັງສືພິມເຍີນເຢີນ ໄດ້ຖືກສ້າງຕັ້ງຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ (ເດືອນ 2 ປີ 1951) ໂດຍຜ່ານສົງຄາມຕໍ່ສູ້ກູ້ຊາດອັນສັກສິດຂອງຊາດ, ກ້າວເຂົ້າສູ່ 40 ປີແຫ່ງການປ່ຽນແປງໃໝ່ ແລະ ປະເທດຊາດໄດ້ກຽມພ້ອມທັງທ່າແຮງ ແລະ ກຳລັງແຮງ ເພື່ອກ້າວເຂົ້າສູ່ສັງກາດໃໝ່ແຫ່ງຍຸກສະໄໝ. 
ຕະຫຼອດ 75 ປີ ຂອງການປະຕິບັດໜ້າທີ່ອັນມີກຽດສູງສົ່ງ, ໜັງສືພິມເຍີນເຢີນ ຍັງຮັກສາບົດບາດເປັນຄັນທຸງທາງດ້ານແນວຄິດ, ເປັນກະບອກສຽງ ແລະ ເປັນກອງໜ້າປະຈັນບານບຸກທະລຸໃນຂະແໜງສື່ມວນຊົນ - ການໂຄສະນາເຜີຍແຜ່ແນວທາງຂອງພັກ, ລະບຽບກົດໝາຍ ນະໂຍບາຍຂອງ ລັດ ແລະ ປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ.
ເມື່ອຫວນຄືນຜົນງານ ແລະ ພາລະບົດບາດຂອງ ໜັງສືພິມເຍີນເຢີນ ນັບແຕ່ມື້ສ້າງຕັ້ງ, ພວກເຮົາຈະເຫັນໄດ້ປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານເນື້ອໃນ ແລະ ຮູບການ ໃນໜ້າໜັງສືພິມ ທີ່ອຸດົມສົມບູນ ຊຶ່ງສ່ອງແສງໃຫ້ເຫັນລັກສະນະພົ້ນເດັ່ນໄລຍະການຕໍ່ສູ້ກູ້ຊາດ. ການປ່ຽນແປງໃໝ່ - "ການຫັນປ່ຽນທີ່ມີລັກສະນະຊີ້ຂາດຕໍ່ຊະຕາກຳ", ບໍ່ພຽງແຕ່ແມ່ນກົນໄກນະໂຍບາຍເສດຖະກິດໃນໄລຍະໃດໜຶ່ງເທົ່ານັ້ນ, ແຕ່ຍັງແມ່ນຂະບວນການຕໍ່ສູ້ທາງດ້ານແນວຄິດ ແລະ ທິດສະດີອັນຍາວນານ ໂດຍຜ່ານການຄົ້ນຄວ້າ ແລະ ທົດສອບຈາກພຶດຕິກຳຕົວຈິງຢ່າງຫຼວງຫຼາຍ.
ບັນດາຂ່າວ-ບົດ ທີ່ລົງໃນໜ້າໜັງສືພິມ ລ້ວນແຕ່ສ່ອງແສງໃຫ້ເຫັນຄວາມມີຊີວິດຊີວາ ທີ່ສະທ້ອນເຖິງທຸກຂົງເຂດວຽກງານຄື: ດ້ານການເມືອງ-ແນວຄິດ, ການກໍ່ສ້າງພັກ, ການສ້າງສາເສດຖະກິດ, ການຜະລິດກະສິກຳ, ການຄ້າ ແລະ ອື່ນໆ ໜັງສືພິມເຍີນເຢີນ ໄດ້ປະກອບສ່ວນເປັນກະບອກສຽງແຫ່ງຄວາມເປັນຫ່ວງເປັນໄຍໃນການຄົ້ນຄວ້າຊອກຫາວິທີແກ້ໄຂ, ປະສິດທິຜົນຕົວຈິງ ແລະ ທົດລອງຮູບແບບໃໝ່. ນີ້ໄດ້ສະທ້ອນໃຫ້ເຫັນເຖິງການຫັນປ່ຽນໃໝ່ໃນການຈັດຕັ້ງການຜະລິດຄືນໃໝ່, ການປ່ຽນແປງໃໝ່ ກົນໄກການຄຸ້ມຄອງ, ຍົກໃຫ້ເຫັນບົດຮຽນ ແລະ ຂໍ້ສະເໜີແນະຈາກພຶດຕິກຳຕົວຈິງ.
75 ປີກ່ອນໜ້ານີ້, ນັບຕັ້ງແຕ່ໜັງສືພິມສະບັບທຳອິດ ໄດ້ຖືກຈັດພິມອອກ ໃນວັນທີ 11 ມີນາ 1951, ໜັງສືພິມເຍີນເຢີນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງທາງດ້ານປະລິມານ ແລະ ຄຸນນະພາບ, ກາຍເປັນອົງການສື່ມວນຊົນທີ່ມີຫຼາຍຜະລິດຕະພັນ, ມີບົດບາດສຳຄັນໃນການນຳພາ ແລະ ກຳນົດທິດທາງສັງຄົມ ໃຫ້ແກ່ເພື່ອນຜູ້ອ່ານ, ໂດຍສະເພາະແມ່ນຮຸ່ນຊາວໜຸ່ມ.
ການສະເຫຼີມສະຫຼອງ 75 ປີ ໜັງສືພິມອອກສູ່ສາຍຕາມວນຊົນສະບັບທໍາອິດ ແມ່ນກາລະໂອກາດໃຫ້ຖັນແຖວນັກຂ່າວໜັງສືພິມເຍີນເຢີນ ກໍຄືສື່ມວນຊົນຫວຽດນາມ ໄດ້ຮ່ວມກັນທົບທວນຄືນຄວາມຊົງຈຳ ແລະ ຂີດໝາຍທີ່ບໍ່ມີວັນຈາງຫາຍໃນຊີວິດການເປັນນັກຂ່າວ. ໃນການຮ່ວມເດີນທາງໄປກັບປະຊາຊົນທົ່ວປະເທດ ຜ່ານບັນດາສົງຄາມຕໍ່ສູ້ກູ້ຊາດ ເພື່ອປົກປັກຮັກສາເອກະລາດ ແລະ ອິດສະລະພາບຂອງປະເທດຊາດ, ພະນັກງານ ແລະ ນັກຂ່າວຂອງໜັງສືພິມເຍີນເຢີນຫຼາຍທ່ານ ບໍ່ໄດ້ຫວັ່ນກົວຕໍ່ໄພອັນຕະລາຍໃດໆ, ພວກເຂົາເຈົ້າ ໄດ້ເອົາຊີວິດສ່ຽງເຂົ້າໄປໃນສະໜາມຮົບທີ່ດຸເດືອດທີ່ສຸດ ເພື່ອບັນທຶກ ແລະ ສະແດງໃຫ້ເຫັນເຖິງຈິດໃຈການຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຫວຽດນາມ. ຫຼາຍທ່ານ ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານ, ກາຍເປັນນັກຂ່າວ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອປະຊາຊົນ.
ຈິດໃຈແຫ່ງການຕໍ່ສູ້ ເພື່ອປົກປັກຮັກສາຄວາມຖືກຕ້ອງ, ຄວາມຍຸຕິທຳ ແລະ ຄວາມດີງາມນັ້ນ ໄດ້ຊຶມເລິກເຂົ້າໃນແນວຄິດຂອງນັກຂ່າວ ທີ່ເປັນກະບອກສຽງຂອງພັກ, ກາຍເປັນເຂັມທິດເຍືອງທາງໃຫ້ແກ່ແຕ່ລະບາດກ້າວຂອງໜັງສືພິມ ທີ່ຄຽງບ່າຄຽງໄຫຼ່ກັບປະຊາຊົນ ໃນເສັ້ນທາງແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ຍ້ອນມີຜົນງານອັນພົ້າເດັ່ນ ໃນການເຮັດໜ້າທີ່ການເມືອງຂອງຕົນ, ໜັງສືພິມເຍີນເຢີນ ໄດ້ຮັບການປະດັບຫຼຽນໄຊ ແລະ ນາມມະຍົດອັນສູງສົ່ງ ຈາກພັກ ແລະ ລັດຢ່າງຫຼວງຫຼາຍ, ໃນນັ້ນມີ; ຫຼຽນໄຊດາວຄຳ 1 ໜ່ວຍ, ຫຼຽນໄຊໂຮ່ຈິມິນ 2 ໜ່ວຍ, ນາມມະຍົດວິລະຊົນແຮງງານ ໃນໄລຍະການປ່ຽນແປງໃໝ່, ວີລະຊົນກຳລັງປະກອບອາວຸດປະຊາຊົນ. ນອກຈາກນັ້ນ, ໜັງສືພິມ ເຍີນເຢີນ ຍັງມີຜົນງານອັນໃຫຍ່ຫຼວງ ໃນການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ໜັງສືພິມປະຊາຊົນສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ໂດຍສະເພາະແມ່ນການສ້າງບຸກຄະລາກອນນັກຂ່າວແຕ່ລະປີ, ການສ້າງເວບໄຊທີ່ທັນສະໄໝ ແລະ ອື່ນໆ ເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ - ລາວ ໃຫ້ໝັ້ນຄົງຕະຫຼອດກາລະນານ.
ຜ່ານໄລຍະທາງ 75 ປີ, ຈາກຮູບການສຳນັກງານໜັງສືພິມ ແບບພິມຈຳໜ່າຍ, ໜັງສືພິມເຍີນເຢີນ ໄດ້ພັດທະນາ ກາຍເປັນອົງການສື່ມວນຊົນຫຼາຍຮູບແບບສື່ສິ່ງພິມ ແລະ ຜະລິດຕະພັນສື່ສານທີ່ຫຼາກຫຼາຍ. ນອກຈາກໜັງສືພິມເຍີນເຢີນລາຍວັນແລ້ວ, ຍັງມີສື່ສິ່ງພິມຕ່າງໆຄື: ເຍີນເຢີນທ້າຍອາທິດ, ເຍີນເຢີນລາຍເດືອນ, ສະໄໝນີ້. ພ້ອມທັງສື່ເຍີນເຢີນເອເລັກໂຕຣນິກເປັນ 6 ພາສາຕ່າງປະເທດ, ເພື່ອຕອບສະໜອງຄວາມຕ້ອງການຂໍ້ມູນຂ່າວສານກ່ຽວກັບຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ ທີ່ນັບມື້ເພີ່ມຂຶ້ນ. ຫຼາຍລາຍການ, ກິດຈະກຳ, ຜະລິດຕະພັນສິລະປະ ແລະ ສື່ສານຂອງໜັງສືພິມ ໄດ້ຮັບການຕອບຮັບຢ່າງອົບອຸ່ນຈາກມະຫາຊົນທັງໃນ ແລະ ຕ່າງປະເທດ, ປະກອບສ່ວນຊຸກຍູ້ຈິດໃຈແຫ່ງການປ່ຽນແປງໃໝ່ ແລະ ສ້າງສັນ ໃນຂົງເຂດວຽກງານສື່ມວນຊົນ, ການສື່ສານໃນຂອບເຂດທົ່ວປະເທດ.
ເພື່ອຈົດຈຳຜົນງານອັນດີເດັ່ນເປັນພິເສດ ໃນການປ່ຽນແປງໃໝ່ ວຽກງານການໂຄສະນາເຜີຍແຜ່ ແລະ ການກຳນົດທິດທາງຫາງສຽງສັງຄົມ, ປະກອບສ່ວນປົກປັກຮັກສາພື້ນຖານແນວຄິດຂອງພັກ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຈຶ່ງໄດ້ຕົກລົງປະດັບ ຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ໜັງສືພິມເຍີນເຢີນ. ການໄດ້ຮັບລາງວັນອັນສູງສົ່ງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງໜັງສືພິມເຍີນເຢີນ ແມ່ນຄວາມພາກພູມໃຈແລະ ເປັນຄວາມສຸກອັນຍິ່ງໃຫຍ່ ຂອງນັກຂ່າວຂອງພັກ ໃນທຸກມື້ນີ້, ຜູ້ທີ່ພວມສືບຕໍ່ແບກຫາບພາລະໜ້າທີ່ອັນໜັກໜ່ວງຂອງຜູ້ຖືປາກກາປະຕິວັດ, ຮັກສາ "ປາກກາທີ່ແຫຼມຄົມ, ຈິດໃຈທີ່ໃສສະອາດ", ເພື່ອພ້ອມກັນນຳພາໜັງສືພິມຂອງພັກ ໄປສູ່ເພື່ອນຜູ້ອ່ານໃຫ້ກວ້າງຂວາງກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 8 ພະ​ຈິກ​ ຜ່ານມາ (​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ), ​ເກີດອຸ​ບັດ​ເຫ​ດ​ລົດ​ໄຟ​ຕົກ​ລາງ​​ຢູ່​ເຂດ​ເອັນ​ອາ​ຢັດ ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເອ​ຢິບ​ລາຍ​ງານ​ວ່າ: ມີ​ຜູ້​ບາດ​ເຈັບ 45 ຄົນ ໄດ້​ອອກ​ໂຮງໝໍ​ແລ້ວຫຼັງ​ຈາກ​ການ​ປິ່ນ​ປົວ.
ເຄື່ອງປັ້ນດິນເຜົານີຊິງ ມີຄວາມສໍາຄັນຕໍ່ການພັດທະນາອຸດສາຫະກຳ

ເຄື່ອງປັ້ນດິນເຜົານີຊິງ ມີຄວາມສໍາຄັນຕໍ່ການພັດທະນາອຸດສາຫະກຳ

ຄະນະພັກ ແລະ ລັດຖະບານເມືອງຊິນໂຈວ ໄດ້ໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການພັດທະນາອຸດສາຫະກໍາເຄື່ອງປັ້ນດິນເຜົານີຊິງ ເຮັດໃຫ້ອຸດສາຫະກໍາວັດທະນະທໍາກັບມາມີຊີວິດຊີວາອີກຄັ້ງ.
ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາ​ແຫ່ງ​ຊາດຫວຽດນາມໄດ້ຮັບ​ຮອງ​ເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ໃນວັນທີ 9 ພະຈິກ ຜ່ານມາ. ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່ເຂົ້າຮ່ວມ 471/471 ທ່ານ ​ໄດ້ລົງຄະ​ແນນ​ສຽງ​ເຫັນດີ, ກວມເອົາ 94.2% ຂອງ​ຈຳ​ນວນ​ສະ​ມາ​ຊິກ​ສະພາແຫ່ງຊາດທັງໝົດ.
ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່ານ ລູລີ້ຊິ່ນ ຮອງຜູ້ອຳນວຍການໃຫຍ່ບໍລິສັດພັດທະນາ ແລະ ການລົງທຶນທ່າກຳປັ່ນໜານໜິງ ຈຳກັດ ໄດ້ລາຍງານກ່ຽວກັບທ່າກຳປັ່ນໜານໜິງ, ເນື່ອງໃນໂອກາດເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນ ອາຊຽນປະຈຳປີ 2026 ວ່າ: ທ່າກຳປັ່ນໜານໜິງ ຖືເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດສອງແກນເສດຖະກິດປະກອບມີເຂດເສດຖະກິດແມ່ນ້ຳຈູຈຽງ ແລະ ເຂດເສດຖະກິດອ່າວເປີຍປູ້ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່າກຳປັ່ນໜານໜິງຕັ້ງຢູ່ພາກໃຕ້ຂອງກວາງຊີບໍລິເວນແມ່ນ້ຳຢູ້ຈຽງ ຊຶ່ງເປັນສ່ວນໜຶ່ງຂອງລະບົບແມ່ນ້ຳຈູຈຽງ. ທ່າກຳປັ່ນແຫ່ງນີ້ແມ່ນມີຄວາມສຳຄັນໃນເຄືອຂ່າຍການຂົນສົ່ງທາງນ້ຳຊີຈຽງ ແລະ ເປັນສູນກາງເຊື່ອມຕໍ່ເສັ້ນທາງຂົນສົ່ງທາງນ້ຳຈາກພາກຕາເວັນຕົກສ່ຽງໃຕ້ອອກສູ່ທະເລຕາມແຜນການພັດທະນາ ແລະ ໄດ້ແບ່ງເຂດປະຕິບັດງານອອກເປັນຫຼາຍເຂດປະກອບມີ: ເຂດທ່າກຳປັ່ນລົງອານ, ເຂດທ່າກຳປັ່ນໃຈກາງເມືອງ, ເຂດທ່າກຳປັ່ນລິວຈິງ, ເຂດທ່າກຳປັ່ນນິວວານ, ເຂດທ່າກຳປັ່ນເຮ່ໂຈ່ວ ແລະ ຈຸດທ່າກຳປັ່ນມາຊານ. ໃນນັ້ນ, ເຂດທ່າກຳປັ່ນນິວວານ ແລະ ລິວຈິງເປັນເຂດສຳຄັນສຳລັບການຂົນສົ່ງສິນຄ້າໂດຍມີທ່າກຳປັ່ນນ້ຳເລິກ, ເສັ້ນທາງນ້ຳທີ່ຮອງຮັບເຮືອຂະໜາດ 3,000 ໂຕນ ແລະ ອຸປະກອນຍົກສິນຄ້າທີ່ມີກຳລັງຍົກເຖິງ 50 ໂຕນ.
ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 8 ພະຈິກ ຜ່ານມາ, ທ່ານ ຄາເຊມ ຈາລາລີ ເອກອັກຄະລັດຖະທູດ ອີຣານ ປະຈຳ ມົສກູ ​ໃຫ້​ຮູ້​ວ່າ: ອີຣານ ມີແຜນການໄລຍະຍາວທີ່ຈະສ້າງທໍ່ສົ່ງ​ນ້ຳ​ມັນອາຍແກ໊ສຮ່ວມກັບ ຣັດເຊຍ, ດ້ວຍຄາດ​ໝາຍສະມັດຖະພາບ 110 ຕື້ແມັດກ້ອນ.
ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການບິນພົນລະເຮືອນສິງກະໂປ ໄດ້ເປີດເຜີຍຂໍ້ກຳນົດຂັ້ນຕ່ຳສຳລັບນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ທີ່ຈັດຊື້ດ້ວຍລາຍຮັບຈາກຄ່າບໍລິການນໍ້າມັນເຊື້ອໄຟເພີ່ມເຕີມ ແລະ ຕ້ອງສາມາດຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕະຫຼອດວົງຈອນຊີວິດການນຳໃຊ້ ຢ່າງໜ້ອຍ 40%.
Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ອັນວາ ອິບຣາຮີມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, Daiso ບໍລິສັດຂາຍຍ່ອຍຂອງຍີ່ປຸ່ນ ໄດ້ເປີດສູນການແຈກຢາຍສິນຄ້າລະດັບໂລກໃນລັດສະລັງງໍ ປະເທດມາເລເຊຍ. ນີ້ແມ່ນສາງສິນຄ້າທີ່ໃຫຍ່ທີ່ສຸດໃນໂລກຂອງບໍລິສັດດັ່ງກ່າວ ຊຶ່ງການລົງທຶນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງມາເລເຊຍໃນການນໍາໃຊ້ທີ່ຕັ້ງຍຸດທະສາດ, ພື້ນຖານໂຄງລ່າງທ່າເຮືອທີ່ເຂັ້ມແຂງ ແລະ ກໍາລັງແຮງງານທີ່ມີທັກສະ ເພື່ອດຶງດູດບໍລິສັດທີ່ຕ້ອງການເສີມສ້າງລະບົບຕ່ອງໂສ້ການສະໜອງລະດັບໂລກ ແລະ ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງ Daiso ທີ່ມີຕໍ່ມາເລເຊຍໃນຖານະເປັນສູນກາງການຂົນສົ່ງລະດັບໂລກ.
ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 7 ພະ​ຈິກ ຜ່ານມາ, ໜ່ວຍສຳຫຼວດ​ຂົ້ວ​ໂລກ​ໃຕ້ ​​ຄັ້ງ​ທີ 43 ຂອງ​ຈີນ​ທີ່​ຈັດ​ຕັ້ງ​ໂດຍ​ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ ໄດ້​ອອກ​ເດີນ​ທາງ​ຈາກ ນະ​ຄອນ​​ສ່ານ​ຢ້າ​ແຂວງ​ໄຫຫຼຳ ໄປ​​ຂົ້ວ​ໂລກ​ໃຕ້
ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ຕາມການລາຍງານຂອງກະຊວງການເງິນ ຫວຽດ​ນາມ, ຍອດລາຍຮັບງົບປະມານ​ແຫ່ງລັດ​ໃນ​ໄລ​ຍະ 10 ເດືອນຂອງປີ 2026 ບັນລຸ 96.4% ແຜນຄາດ ໝາຍ. ຫຼາຍ​ທ້ອງ​ຖິ່ນ​ໄດ້ປະ​ຕິ​ບັດສຳເລັດຄາດໝາຍລາຍຮັບງົບປະມານຂອ​ງ​ທັງປີ​ເມື່ອ​ຫາກໍໝົດ​ເດືອນຕຸລາ. ລາຍຮັບຈາກເຮືອນ - ທີ່ດິນ, ໂດຍສະເພາະແມ່ນຄ່າທຳນຽມນຳໃຊ້ທີ່ດິນ ໄດ້ປະ​ກອບສ່ວນຫຼາຍ​ພໍ​ສົ​ມ​ຄວນ, ມີບາງບ່ອນກວມເອົາກວ່າ 37% ຍອດ​ລາຍ​ຮັບ​ງົບ​ປະ​ມານ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ເພີ່ມເຕີມ