ນາຍົກ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ອົສຕຣາລີ

ນາຍົກ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ອົສຕຣາລີ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມີນາ ຜ່ານມາຢູ່ນະຄອນ ເມລເບີນລັດວີກຕໍເຣຍ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) -  ອົສຕຣາລີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສວິສາຫະກິດ ຫວຽດນາມ - ອົສຕຣາລີ.
        ຂ່າວລະບຸວ່າ, ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນເວທີປາໄສວ່າ: ໃນການຢ້ຽມຢາມ ອົສຕຣາລີ, ສອງຝ່າຍຈະຖະແຫຼງຍົກລະດັບການພົວພັນສອງຝ່າຍ. ໃນນັ້ນ, ສອງຝ່າຍໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ການຮ່ວມມືເສດຖະກິດ - ການຄ້າ ແລະ ຊຸກຍູ້ເພີ່ມທະວີການລົງທຶນ, ການຮ່ວມມືວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ແຮງງານ, ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ພົວພັນແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານການທ່ອງທ່ຽວ.
        ທ່ານ ຟ້າມມິງຈິງ ຖືວ່າ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ; ຫວັງວ່າ ສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດ, ນັກລົງທຶນຂອງສອງປະເທດຈະຊຸກຍູ້ການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າອີກ. ລັດຖະບານ ຫວຽດນາມ ຈະປົກປັກຮັກສາສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ອັນຊອບທຳຂອງບັນດາວິສາຫະກິດ, ນັກລົງທຶນ; ສືບຕໍ່ຊຸກຍູ້ 3 ບຸກທະລຸຍຸດທະສາດ (ລະບຽບການ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ), ປະຕິຮູບ, ຫັນລະບຽບການບໍລິຫານເປັນງ່າຍດາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ປາກິດສະຖານ ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ

ຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ປາກິດສະຖານ ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍອາທິດຜ່ານມາ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ປາກິດສະຖານກ່າວ​ວ່າ, ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 300 ຄົນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິດ​ສະຖານ, ຫຼັງຈາກຝົນຕົກໜັກ ແລະ ນໍ້າຖ້ວມຕໍ່ເນື່ອງເປັນເວລາ​ສອງວັນ, ​ໃນ​ຂະນະ​ທີ່​ໜ່ວຍ​ງານ​ກູ້​ໄພ​ ແລະ ​ການ​ບຸກ​ເບີກ​ເສັ້ນທາງ​ທີ່ຖືກຕັດຂາດຍັງພວມ​ດຳ​ເນີນ​ຢູ່ ພ້ອມທັງ​ໄດ້​ຈັດ​ສັນງົບປະມານ​ສຸກ​ເສີນ​ເພື່ອ​ຮັບ​ມື​ກັບ​ຝົນຕົກ​ໜັກ​ ຊຶ່ງ​ຄາດ​ວ່າ​ຈະ​ດຳເນີນ​ຮອດ​ວັນ​ທີ 21 ສິງຫາ ນີ້.
ມຽນມາສົ່ງອອກຜະລິດຕະພັນການປະມົງ 145,000 ກວ່າໂຕນ

ມຽນມາສົ່ງອອກຜະລິດຕະພັນການປະມົງ 145,000 ກວ່າໂຕນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ສິງຫາ ຜ່ານມາວ່າ: ສະຖານີວິທະຍຸ ແລະໂທລະພາບມຽນມາ ຫຼື MRTV ລາຍງານວ່າ, ມຽນມາໄດ້ສົ່ງອອກຜະລິດຕະພັນການປະມົງໄປຈີນຫຼາຍກວ່າ 145,000 ໂຕນ ໃນລະຫວ່າງເດືອນກັນຍາ 2023 ຫາ ເດືອນສິງຫາ 2025.
ເສດຖະກິດຈີນ ໃນເດືອນກໍລະກົດຮັກສາທ່າອ່ຽງການພັດທະນາຢ່າງໝັ້ນທ່ຽງ

ເສດຖະກິດຈີນ ໃນເດືອນກໍລະກົດຮັກສາທ່າອ່ຽງການພັດທະນາຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍວ່າ: ຫວ່າງມໍ່ໆມານີ້, ກົມສະຖິຕິແຫ່ງຊາດຈີນໄດ້ປະກາດຂໍ້ມູນເສດຖະກິດຂອງຈີນໃນເດືອນກໍລະກົດ ປີ 2025 ຊຶ່ງ​ຈີນໄດ້ເລັ່ງລັດການປະຕິບັດນະໂຍບາຍມະຫາພາກຢ່າງມີຄວາມຫ້າວຫັນກວ່າເກົ່າ, ລົງເລິກຊຸກຍູ້ການກໍ່ສ້າງຕະຫຼາດໃຫຍ່ເອກະພາບທົ່ວປະເທດ, ເສດຖະກິດແຫ່ງຊາດໄດ້ຮັກສາທ່າອ່ຽງການພັດທະນາຢ່າງມີຄວາມກ້າວໜ້າ ແລະ ໝັ້ນທ່ຽງ, ຄວາມຕ້ອງການດ້ານການຜະລິດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການປະກອບອາຊີບ ແລະ ລາຄາສິນຄ້າໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ, ການອົບຮົມສ້າງກຳລັງການຜະລິດໃນຄຸນນະພາບໃໝ່ມີຄວາມເຂັ້ມ ແຂງກວ່າເກົ່າ ແລະ ການພັດທະນາທີ່ມີຄຸນນະພາບສູງໄດ້ຮັບຜົນສຳເລັດໃໝ່.
ການ​ນຳ​ພັກ - ລັດ ຫວຽດນາມ ວາງພວງມາລາອາ​ໄລ​ຫາ ປະ​ທານ ​ໂຮ່​ຈິ​ມິນ

ການ​ນຳ​ພັກ - ລັດ ຫວຽດນາມ ວາງພວງມາລາອາ​ໄລ​ຫາ ປະ​ທານ ​ໂຮ່​ຈິ​ມິນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ (19/8/1945-19/8/2025), 20 ປີແຫ່ງວັນທົ່ວປວງຊົນປົກປ້ອງຄວາມສະຫງົບແຫ່ງຊາດ (19/8/2005-19/8/2025), ໃນຕອນເຊົ້າວັນທີ 17 ສິງຫາ ຜ່ານມາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານໄດ້ໄປວາງພວງມາລາທີ່ສຸສານ ປະທານ ໂຮ່ຈິມິນ ແລະ ຈູດທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຖະໜົນບັກເຊີນ ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມພິທີມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ.
ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ

ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ

(ໃນໂອກາດວັນຢຶດອໍານາດຂອງຫວຽດນາມ ຄົບຮອບ 80 ປີ, 19/8/1945-19/8/2025) ໄຊຊະນະຂອງການປະຕິວັດເດືອນສິງຫາ ຍາມໃດກໍແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.
ຊາວອົສຕຣາລີເກືອບເຄິ່ງໜຶ່ງ ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ

ຊາວອົສຕຣາລີເກືອບເຄິ່ງໜຶ່ງ ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ

ຂ່າວຕ່າງປະເທດລາຍງານວ່າ: ສະຖາບັນອາຊະຍາກຳຂອງອົສຕຣາລີ (AIC) ເປີດເຜີຍບົດລາຍງານໃນວັນທີ 14 ສິງຫາ ຜ່ານມາລະບຸວ່າ, ເກືອບເຄິ່ງໜຶ່ງຂອງຜູ້ໃຊ້ອິນເຕີເນັດໄດ້ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ ໃນໄລຍະ 12 ເດືອນຜ່ານມາ.
ໄຟປ່າໃນເອີຣົບ ຮ້າຍແຮງກວ່າຄ່າສະເລ່ຍ 2 ເທົ່າ

ໄຟປ່າໃນເອີຣົບ ຮ້າຍແຮງກວ່າຄ່າສະເລ່ຍ 2 ເທົ່າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ, ລະດູໄຟປ່າໃນເອີຣົບໄດ້ເຜົາທຳລາຍເນື້ອທີ່ທັງໝົດ 439,568 ເຮັກຕາ ແລ້ວ ໃນປີ 2025 ຊຶ່ງຫຼາຍກວ່າຄ່າສະເລ່ຍໄລຍະ 19 ປີ ໃນໄລຍະດຽວກັນກວ່າສອງເທົ່າ. ໂດຍສະຖິຕິດັ່ງກ່າວ​ນີ້​ກວມເອົາ​ໄຟ​ປ່າຂະໜາດໃຫຍ່​ກວ່າ 30 ​ເຮັກຕາ ທີ່​ກວດ​ພົບ​ໂດຍສູນ​ຄຸ້ມ​ຄອງເຫດ​ສຸກ​ເສີນ Copernicus ຂອງ​ສະຫະພາບ​ເອີຣົບ.
ອິນໂດເນເຊຍ ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນຜະລິດຈາກນໍ້າມັນປຸງແຕ່ງອາຫານ

ອິນໂດເນເຊຍ ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນຜະລິດຈາກນໍ້າມັນປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ໂກກິ ມູຣາຊາ ຮອງປະທານບໍລິຫານຂອງບໍລິສັດພະລັງງານອິນໂດເນເຊຍ (PT Pertamina) ເປີດເຜີຍວ່າ: ບໍລິສັດໄດ້ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນທີ່ຜະລິດຈາກນ້ຳມັນປຸງແຕ່ງອາຫານທີ່ໃຊ້ແລ້ວງວດທຳອິດ.
ກະ​ຊວງ​ການ​ເງິນ​ຈີນ​ຈັດ​ສັນ​ງົບ​ປະ​ມານ 1 ຕື້ 146 ລ້ານຢວນ ​ໃນ​ການ​ຕ້ານ​ໄພ ​ແລະ​ ກູ້​ໄພ​​ການ​ຜະ​ລິດ​ກະ​ສິ​ກຳ

ກະ​ຊວງ​ການ​ເງິນ​ຈີນ​ຈັດ​ສັນ​ງົບ​ປະ​ມານ 1 ຕື້ 146 ລ້ານຢວນ ​ໃນ​ການ​ຕ້ານ​ໄພ ​ແລະ​ ກູ້​ໄພ​​ການ​ຜະ​ລິດ​ກະ​ສິ​ກຳ

ຂ່າວສານຊີອາໄອລາຍງານວ່າ: ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງການເງິນຈີນວ່າ, ຫວ່າງມໍ່ໆມານີ້, ກະຊວງການເງິນຈີນຮ່ວມກັບກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ຈັດສັນງົບປະມານຈາກສູນກາງມູນຄ່າ 1 ຕື້ 146 ລ້ານຢວນເຂົ້າໃນການຕ້ານໄພ ແລະ ກູ້ໄພດ້ານການຜະລິດກະສິກຳ ເພື່ອສະໜັບສະໜູນ 13 ແຂວງ ທີ່ເປັນແຫຼ່ງຜະລິດທັນຍາຫານຕົ້ນຕໍໃນການປະຕິບັດນະໂຍບາຍ “ສີດເທື່ອໜຶ່ງຊຸກຍູ້ຫຼາຍລາຍການ” ສຳລັບທັນຍາຫານໃນລະດູໃບໄມ້ຫຼົ່ນ, ອອກແຮງຢ່າງສຸດຂີດເພື່ອເຮັດວຽກງານປ້ອງກັນ, ຫຼຸດຜ່ອນໄພ ແລະ ຊຸກຍູ້ຜົນຜະລິດຢ່າງໝັ້ນທ່ຽງໃຫ້ດີ.
ໄຟໄໝ້ປ່າຮຸ່ນແຮງຢູ່ເກຣັກ ແລະ ແອັດສະປາຍ

ໄຟໄໝ້ປ່າຮຸ່ນແຮງຢູ່ເກຣັກ ແລະ ແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ໄຟໄໝ້ປ່າ​ຫຼາຍຈຸດກຳລັງ​ແຜ່​ລາມ​​ໃນ​ຫຼາຍ​ປະ​ເທດ​ພາກ​ໃຕ້​ຂອງ​ເອີ​ຣົບ, ໂດຍ​ສະ​ເພາະ​ແມ່ນ​ເກຼັກ ແລະ​ ແອັດສະປາຍ ຕ້ອງ​ອົບ​ພະ​ຍົບ​ປະຊາຊົນຫຼາຍ​ພັນ​ຄົນ. ໃນຂະນະທີ່ນັກວິທະຍາສາດເຕືອນວ່າ: ພາວະໂລກຮ້ອນເຮັດໃຫ້ຄື້ນຄວາມຮ້ອນຮຸ່ນແຮງຂຶ້ນ ແລະ ເພີ່ມຄວາມສ່ຽງຕໍ່ວິກິດການໄຟ ໄໝ້ປ່າໃນພາກໃຕ້ຂອງເອີຣົບ.
ເພີ່ມເຕີມ