ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ  ເດີນທາງເຖິງ ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ
ໃນຕອນບ່າຍຂອງວັນທີ 7 ມິຖຸນາ 2026, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ, ນະຄອນຫຼວງຮ່າໂນ່ຍ, ສສ.ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ແລະ ຈະເຂົ້າຮ່ວມກອງປະຊຸມເວທີອະນາຄົດ ອາຊຽນ ຄັ້ງທີ 3 ໃນລະຫວ່າງວັນທີ 7-9 ມິຖຸນາ 2026.
ນາຍກລດຖະມນຕ ແຫງ ສປປ ລາວ ພອມດວຍຄະນະຜແທນຂນສງ ເດນທາງເຖງ ນະຄອນຫວງຮາໂນຍ ສສ.ຫວຽດນາມ - image 1
 

 

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ສະຫາຍ ໂງ ວັນ ຕ້ວນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ ແຫ່ງ ສສ. ຫວຽດນາມ, ສະຫາຍ ຫງວຽນ ມິ່ງ ເຕິມ, ເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ ແລະ ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ.ຫວຽດນາມ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງຂອງທັງສອງຝ່າຍ ໃຫ້ການຕ້ອນຮັບ.

ນາຍກລດຖະມນຕ ແຫງ ສປປ ລາວ ພອມດວຍຄະນະຜແທນຂນສງ ເດນທາງເຖງ ນະຄອນຫວງຮາໂນຍ ສສ.ຫວຽດນາມ - image 2
 

ການຢ້ຽມຢາມຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ເລ ມິງ ຮຶງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນີ້, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ. ຫວຽດນາມ, ພົບປະກັບສະຫາຍ ເຈິ່ນ ແທັງ ເມີ້ນ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ສະມາຄົມມິດຕະພາບຫວຽດນາມ-ລາວ, ຢ້ຽມຢາມກຸ່ມບໍລິສັດ ຫວຽດເທວ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດ ອາຊຽນ ຄັ້ງທີ 3 ອີກດ້ວຍ.

ນາຍກລດຖະມນຕ ແຫງ ສປປ ລາວ ພອມດວຍຄະນະຜແທນຂນສງ ເດນທາງເຖງ ນະຄອນຫວງຮາໂນຍ ສສ.ຫວຽດນາມ - image 3
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ

ໃນວັນທີ 22 ກໍລະກົດຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຕຸ້ມລານ ເມືອງຕຸ້ມລານ ແຂວງສາລະວັນ; ມີທ່ານ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຕຸ້ມລານ ແລະ ປະຊາຊົນພາຍໃນເມືອງ ໃຫ້ການຕ້ອນຮັບ.
ນາຍົກລັດຖະມົນຕີ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ນະຄອນໄກສອນ ພົມວິຫານ

ນາຍົກລັດຖະມົນຕີ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ນະຄອນໄກສອນ ພົມວິຫານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ 100 MW ຢູ່ເຂດບ້ານທ່າສະໂນ, ບ້ານບຶງທະເລ ແລະ ບ້ານນໍ້າບໍ່, ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃນ​ວັນ​ທີ 21 ກໍ​ລະ​ກົດ​ຜ່ານ​ມາ, ໂດຍມີທ່ານ ເລຂາພັກແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ນະຄອນໄກສອນ ພົມວິຫານ, ຄະນະບໍລິຫານກຸ່ມບໍລິສັດຜູ້ພັດທະນາໂຄງການພະລັງງານແສງ ຕາເວັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ

ສະຫາຍ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ໃນ​ວັນ​ທີ 21 ກໍ​ລະ​ກົດ​ຜ່ານ​ມາ ທີ່ ເມືອງວັງ​ວຽງ ໂດຍມີ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວັງວຽງ ເຂົ້າ​ຮ່ວມ​ຮັບ​ຟັງ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງເມືອງໄຊບົວທອງ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງເມືອງໄຊບົວທອງ

ໃນວັນທີ 20 ກໍລະກົດນີ້ ທີ່ສະໂມສອນເມືອງໄຊບົວທອງ ແຂວງຄຳມ່ວນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ພົບປະໂອ້ລົມ ແລະ ຊີ້ນໍາວຽກງານ ຕໍ່ການນຳຫຼັກແຫຼ່ງຂອງເມືອງໄຊບົວທອງ ໂດຍມີທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງໄຊບົວທອງ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

ໃນຕອນເຊົ້າວັນທີ 20 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງປ່າໜາມ ເມືອງມະຫາໄຊ ແຂວງຄຳມ່ວນ; ມີທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງມະຫາໄຊ, ຕາແສງປ່າໜາມ, ບ້ານ ແລະ ປະຊາຊົນ ທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.
ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນວັນທີ 15 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,
ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.
ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ໃນວັນທີ 12 ກໍລະກົດນີ້, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ; ຈາກນັ້ນ, ໄດ້ເຄື່ອນໄຫວຕິດຕາມກວດກາພື້ນທີ່ ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມນ້ຳຄານ ນະຄອນ ຫຼວງພະບາງ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ເພີ່ມເຕີມ