ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ທີ່ຢ້ຽມຢາມ ໂປໂລຍ ຢ່າງເປັນທາງການ.
ຂ່າວລະບຸວ່າ: ພາຍຫຼັງພິທີຕ້ອນຮັບ, ທ່ານ ຟ້າມມິງຈິງ ແລະ ທ່ານ ໂດນັລ ທັກ ໄດ້ມີການພົບປະວົງແຄບ ພ້ອມທັງນຳພາຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການພົບປະສອງຝ່າຍ.
ໃນຕອນເຊົ້າຂອງວັນດຽວກັນ, ກ່ອນດຳເນີນພິທີຕ້ອນຮັບ, ທ່ານ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວາລີນັກຮົບນິລະນາມ ທີ່ສະໜາມຫຼວງ ໄຊຊະນະ. ທ່ານ ຟ້າມມິງຈິງ ໄດ້ສະແດງຄວາມເຄົາລົບນັບຖືບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ອຸທິດ ແລະ ເສຍສະຫຼະເພື່ອພື້ນຖານເອກະລາດ, ອະທິປະໄຕ, ປະຊາທິປະໄຕ, ເສລີພາບແລະ ການພັດທະນາຂອງໂປໂລຍ.
ຄໍາເຫັນ