ນາຍົກລັດຖະມົນຕີ ຊີ້ນໍາວຽກງານ ຢູ່ດ່ານບໍ່ເຕ່ນ ແລະ ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ

ນາຍົກລັດຖະມົນຕີ ຊີ້ນໍາວຽກງານ ຢູ່ດ່ານບໍ່ເຕ່ນ ແລະ ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ
ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ, ໃນວັນທີ 21 ກັນຍາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະໄດ້ເດີນທາງດ້ວຍລົດໄຟ ລາວ-ຈີນ ຈາກນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ສປ ຈີນ
ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ, ໃນວັນທີ 21 ກັນຍາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະໄດ້ເດີນທາງດ້ວຍລົດໄຟ ລາວ-ຈີນ ຈາກນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ສປ ຈີນ ມາແຂວງຫຼວງນໍ້າທາ ເພື່ອສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມການເຄື່ອນໄຫວຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຕິດຕາມສະພາບ ການຄຸ້ມຄອງດ່ານສາກົນ ບໍ່ເຕ່ນ ແລະ ການພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ຊຶ່ງກ່ອນອື່ນ ແມ່ນໄດ້ຮັບຟັງການລາຍງານຈາກ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ກ່ຽວກັບທີ່ຕັ້ງ ແລະ ຈຸດພິເສດຂອງດ່ານ ຊຶ່ງດ່ານ​ສາກົນ​ບໍ່​ເຕ່ນ ເປັນ​ດ່ານ​ເຊິ່ງ​ໜ້າ​ກັບດ່ານ​ສາກົນ​ບໍ່​ຫານ ​ສປ ຈີນ, ​ເປັນ​ດ່ານ​ດິນ​ຕໍ່ແຜ່ນ ລະ​ຫວ່າງ ​ເມືອງ​ຫຼວງ​ນໍ້າ​ທາ ​ແຂວງ​ຫຼວງ​ນໍ້າ​ທາ ​ແລະ ​ເມືອງ​ຫຼ້າ ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ປະກອບ​ມີ 3 ດ່ານກວດກາ​ ຄື: (1) ດ່ານເທິງ ຊຶ່ງມີ 2 ຈຸດກວດກາຄື: ຈຸດກວດກາ​ທາດຫຼວງ ເປັນ​ຈຸດ​ກວດກາ​ຄົນ​ເຂົ້າ-ອອກ​ເມືອງ ແລະ ຈຸດກວດກາ​ຂາ​ເຂົ້າ​ລົດ​ບັນທຸກ​ສິນຄ້າ ທີ່ອະນຸຍາດ​ແຕ່​ລົດ​ບັນທຸກ​ສິນຄ້າ​ຂາ​ເຂົ້າ​ເທົ່າ​ນັ້ນ ເປີດບໍລິການທຸກວັນເລີ່ມແຕ່ເວລາ 7:30-19:30 ໂມງ ແລະ 7:30-16:30 ໂມງ ຕາມລໍາດັບ; (2) ດ່ານ​ລຸ່ມ (ດ່ານ​ພາສີສາກົນບໍ່ເຕ່ນ) ເປັນຈຸດກວດກາສິນຄ້າເຂົ້າ-ອອກຜ່ານດ່ານ ເປີດໃຫ້ບໍລິການ ເລີ່ມແຕ່ 8:00-16:30 ໂມງ; ສໍາລັບຜູ້ໂດຍສານ, ພາຫະນະລົດທ່ອງທ່ຽວຢ້ຽມຢາມເຂົ້າ-ອອກ ເປີດບໍລິການແຕ່ 6:00-22:00 ໂມງ; ແລະ (3) ດ່ານສາກົນທາງລົດໄຟລາວ-ຈີນ ເປີດບໍລິການເລີ່ມແຕ່ 8:00-16:30 ໂມງ; ສະພາບການນຳເຂົ້າ-ສົ່ງອອກສິນຄ້າ ຢູ່ດ່ານສາກົນບໍ່ເຕ່ນ ຢູ່ຈຸດກວດກາສິນຄ້າຢູ່ສາງແອວໄອຊີດີ ແລະ ສາງແອວເອສ ລົດບັນທຸກສິນຄ້າຂາເຂົ້າສະເລ່ຍ 189 ຄັນຕໍ່ວັນ, ໃນໄລຍະ 8 ເດືອນຜ່ານມາ ມີສິນຄ້າຂາເຂົ້າທັງໝົດຈໍານວນ 1.150,11 ລ້ານໂຕນ, ມູນຄ່າ 1.231,79 ລ້ານໂດລາ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 18,43%; ລົດບັນທຸກສິນຄ້າຂາອອກສະເລ່ຍ 264 ຄັນຕໍ່ວັນ, ມີສິນຄ້າຂາອອກທັງໝົດ 2.235,37 ລ້ານໂຕນ, ມູນຄ່າ 1.270,42 ລ້ານໂດລາ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 21,26%; ສຳລັບລົດບັນທຸກສິນຄ້າຜ່ານແດນ ຈາກປະເທດໄທ ໄປ ສປ ຈີນ ມີທັງໝົດ 23.405 ຄັນ; ລົດບັນທຸກສິນຄ້າຜ່ານແດນ ຈາກ ສປ ຈີນ ໄປປະເທດໄທ ມີທັງໝົດ 17.183 ຄັນ; ຢູ່ຈຸດກວດກາສິນຄ້າຢູ່ສະຖານີລົດໄຟບໍ່ເຕ່ນ ມີສິນຄ້າຂາເຂົ້າ ສະເລ່ຍ 3 ຫາ 5 ຖ້ຽວຕໍ່ວັນ ຫຼື ປະມານ 20 ຫາ 80 ຕູ້ຕໍ່ວັນ; ສິນຄ້າຂາອອກ (ແຮ່ເຫຼັກ) ສະເລ່ຍ 3 ຫາ 5 ຖ້ຽວຕໍ່ວັນ ຫຼື ປະມານ 200 ຫາ 350 ຕູ້ຕໍ່ວັນ; ສິນຄ້າຜ່ານແດນ (ປະເພດໝາກໄມ້ສົດ) ສະເລ່ຍ 1-2 ຖ້ຽວຕໍ່ວັນ ຫຼື ປະມານ 30 ຫາ 60 ຕູ້ຕໍ່ວັນ. ໃນໄລຍະ 8 ເດືອນຜ່ານມາ ສາມາດຈັດເກັບລາຍຮັບງົບປະມານໄດ້ທັງໝົດ 696,08 ຕື້ກີບ ເທົ່າກັບ 73,71% ຂອງ​ແຜນການ​ປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂື້ນ 42,17%, ຄາດຄະເນໝົດປີ ຈະສາມາດປະຕິບັດລາຍຮັບງົບປະມານ ໄດ້ຕາມແຜນການປີ.
ສໍ​າລັບການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໄດ້ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ ​ປັດຈຸບັນໄດ້ສໍາເລັດການປັບໜ້າດິນໃຫ້ພຽງ ແລ້ວຈໍານວນ 800 ຮຕ, ຕາໜ່າງເສັ້ນທາງ ສໍາເລັດ 90%, ຕາໜ່າງໄຟ​ຟ້າ, ນໍ້າປະປາສໍາເລັດ 70%; ສໍາເລັດການສ້າງໂຮງງານນໍ້າປະປາ ທີ່ສາມາດຜະລິດນໍ້າໃຊ້ໄດ້ 10.000 ແມັດກ້ອນຕໍ່ວັນ; ສ້າງຕຶກອາຄານ ປະມານ 20 ກ່ວາຕຶກ ເພື່ອຮອງຮັບການຄ້າ, ການບໍລິການ, ສະຖານທີ່ພັກເຊົາ, ການສຶກສາ, ຮ້ານຄ້າປອດພາສີ, ທະນາຄານ, ໂຮງແຮມ ແລະ ບັນດາຫ້າງຮ້ານ; ໄດ້ກໍ່ສ້າງເສັ້ນທາງ-ອາຄານອ້ອມໜອງນໍ້າ ແລະ ບ້ານນໍ້າທຸງ ເພື່ອສ້າງເປັນເຂດທ່ອງທ່ຽວທາງທໍາມະຊາດ; ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລົງທຶນໄປແລ້ວ 2,11 ຕື້ໂດລາ, ມີບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານ ລວມທັງໝົດ 298 ບໍລິສັດ ມີທຶນຈົດທະບຽນ 490 ລ້ານໂດລາ ບັນດາທຸລະກິດດັ່ງກ່າວແມ່ນມາຈາກປະເທດຈີນ, ມຽນມາ, ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ, ມາເລເຊຍ ຊຶ່ງມີແຮງງານຢູ່ໃນເຂດມີທັງໝົດ 2.232 ຄົນ (ໃນນີ້ຄົນລາວ 1.783 ຄົນ).
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ພາກສ່ວນກ່ຽວຂ້ອງ ແລະ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ສາມາດຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ; ພ້ອມທັງ ຍົກໃຫ້ເຫັນຄວາມສໍາຄັນຂອງດ່ານດັ່ງກ່າວ ຊຶ່ງເປັນດ່ານຜັນຂະຫຍາຍປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ; ເປັນດ່ານບໍລິການ ທີ່ນໍາບັນດາສິນຄ້າສົ່ງອອກ-ນໍາເຂົ້າ ມີປະລິມານຈໍານວນຫຼາຍໃນແຕ່ລະວັນ ໂດຍອີງໃສ່ທ່າແຮງດັ່ງກ່າວ ສາມາດສ້າງລາຍຮັບເຂົ້າງົບປະມານຂອງແຂວງເພີ່ມຂຶ້ນ; ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາຕື່ມອີກເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ເອົາໃຈ ໃສ່ພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເພື່ອເປັນການອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າເຂົ້າ-ອອກດ່ານ ໃຫ້ວ່ອງໄວຂຶ້ນກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ໃນປີ 2024 ສປປ ລາວ ຈະໄດ້ເປັນປະທານອາຊຽນ ແລະ ເປັນປີທ່ອງທ່ຽວລາວ ສະເໜີໃຫ້ເຂດເສດຖະກິດພິເສດ ບໍ່ເຕນແດນງາມ ເອົາໃຈໃສ່ໂຄສະນາປະຊາສໍາພັນ ບັນດາກິດຈະກໍາການທ່ອງທ່ຽວພາຍໃນເຂດໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະ ດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວ ໃຫ້ມີບັນຍາກາດໃໝ່ ຄຽງຄູ່ກັບການສ້າງວຽກເຮັດງານທໍາຂອງປະຊາຊົນ ກໍຄື ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ ແລະ ສະເໜີໃຫ້ບັນດາບໍລິສັດ ກໍຄືຜູ້ປະກອບການ ທີ່ລົງທຶນພັດທະນາຢູ່ເຂດເສດຖະກິດພິເສດບໍ່ເຕນແດນງາມ ລວມທັງຜູ້ອອກແຮງງານຢູ່ພາຍໃນເຂດເປີດບັນຊີເພື່ອທຸລະກໍາທາງດ້ານການເງິນຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນເຄື່ອນໄຫວວຽກຈຸດສຸມ ແລະ ບັນດາເນື້ອໃນນິຕິກໍາ ທີ່ລັດຖະບານໄດ້ກໍານົດ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງຢ່າງແຂງ ແຮງ.
ໃນວັນດຽວກັນທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປເຄື່ອນໄຫວເຮັດວຽກ ແລະ ຕິດຕາມສະພາບຂົນສົ່ງສິນຄ້າເຂົ້າ-ອອກ ຢູ່ທີ່ດ່ານພາສີສາກົນ ແລະ ສາງຄ່ຽນຖ່າຍສິນຄ້າ LICD; ຕິດຕາມສະພາບການຂົນສົ່ງສິນຄ້າເຂົ້າ-ອອກ ຢູ່ທີ່ດ່ານຄົນເຂົ້າ-ອອກເມືອງ ແລະ ດ່ານສະເພາະລົດບັນທຸກສິນຄ້າດ້ວຍລົດ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມດ່ານທາງບົກບໍ່ຫານ, ເຂດຮ່ວມມືພັດທະນາເສດຖະກິດບໍ່ຫານ, ລະບົບການຂົນສົ່ງທາງລົດໄຟ ລາວ-ຈີນ ຢູ່ເມືອງຫຼ້າ ກິ່ງແຂວງສິບສອງພັນນາ ສປ ຈີນ ຕື່ມອີກ.
ຂ່າວ : ຫ​ສນຍ

ຄໍາເຫັນ

ຂ່າວເດັ່ນ

ມອບ-ຮັບໜ້າທີ່ ເລຂາຄະນະພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ. ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຄະນະປະຈຳພັກ, ກຳມະການພັກແຂວງຄຳມ່ວນ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາເຂົ້າຮ່ວມ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2026 ຂອງ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ (ຄຊດລ) ໄດ້ຈັດຂຶ້ນວັນທີ 27 ມັງກອນ ນີ້ ທີີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານ ຄຊດລ ມີບັນດາທ່ານຄະນະກຳມະການ ຄຊດລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 27 ມັງກອນ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ໄປວາງພວງມາລາ ທີ່ ອະນຸສາວະລີນັກຮົບວິລະຊົນ ຫວຽດນາມ ແລະ ສຸສານ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ຄຸນງາມຄວາມດີຂອງ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ.
ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫໍສະພາແຫ່ງຊາດ ສສຫວຽດນາມ.
ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 26 ມັງກອນ ນີ້ ທີ່ ທໍານຽບປະທານປະເທດຫວຽດນາມ,ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ຊຶ່ງການມາຢ້ຽມຢາມລັດຖະກິດ ສສຫວຽດນາມ ຄັ້ງນີ້ ແມ່ນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຊຶ່ງມີຂຶ້ນທ່າມກາງບັນຍາກາດອັນສະຫງ່າລາສີ ພາຍຫຼັງທີ່ສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ຂອງຕົນຢ່າງສະຫງ່າງ່າມ.
ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ເພີ່ມເຕີມ