ນາຍົກເນັ້ນໃຫ້ຂະແໜງສາທາລະນະສຸກ ສ້າງຄວາມເຂັ້ມແຂງວຽກງານໃຫ້ດີຂຶ້ນເທື່ອລະກ້າວ

ນາຍົກເນັ້ນໃຫ້ຂະແໜງສາທາລະນະສຸກ ສ້າງຄວາມເຂັ້ມແຂງວຽກງານໃຫ້ດີຂຶ້ນເທື່ອລະກ້າວ

ນາຍົກເນັ້ນໃຫ້ຂະແໜງສາທາລະນະສຸກ ສ້າງຄວາມເຂັ້ມແຂງວຽກງານໃຫ້ດີຂຶ້ນເທື່ອລະກ້າວ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງສາທາລະນະສຸກທົ່ວປະເທດປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການຄຸ້ມຄອງບໍລິຫານ, ການບໍລິການສາທາລະນະສຸກໃຫ້ມີຄຸນນະພາບ, ທັນສະໄໝ ແລະ ເປັນເຈົ້າຕົນເອງ ເທື່ອລະກ້າວ” ໃນວັນທີ10 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ (ນວ), ໂດຍມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຜູ້ອໍານວຍການມະຫາວິທະຍາໄລວິທະຍາສາດສຸຂະພາບ, ມີບັນດາຮອງປະທານຄະນະກຳມະການປົກຄອງແຂວງ, ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນາຍກເນນໃຫຂະແໜງສາທາລະນະສກ ສາງຄວາມເຂມແຂງວຽກງານໃຫດຂນເທອລະກາວ - image 1
 

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດຂອງຂະແໜງສາທາລະນະສຸກຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກບາງບັນຫາໃຫ້ຂະແໜງສາທາລະນະສຸກ ສືບຕໍ່ເອົາໃຈໃສ່ວຽກງານທີ່ສໍາຄັນຈໍານວນໜຶ່ງ ເປັນຕົ້ນໃຫ້ສຸມໃສ່ປະຕິບັດ 14 ຄາດໝາຍ ທີ່ຕິດພັນກັບການປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ໜ້າວຽກໃນການຈັດຕັ້ງຜັນຂະຫຍາຍ ທີ່ລະບຸໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026 ວ່າດ້ວຍການກໍາໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2026, ພ້ອມສູ້ຊົນປະຕິບັດບັນດາຄາດໝາຍໃຫຍ່ຂອງຂະແໜງການສາທາລະນະສຸກ ໃຫ້ບັນລຸຕາມແຜນທີ່ວາງໄວ້. ພ້ອມກັນນັ້ນ, ໃຫ້ສຸມໃສ່ປະຕິບັດບັນດາຄາດໝາຍ 11 ຕົວຊີ້ບອກ ທີ່ຜ່ານມາບໍ່ສາມາດບັນລຸໄດ້ (4 ຕົວຊີ້ບອກ); ສ້າງຄວາມເຂັ້ມແຂງວຽກງານສົ່ງເສີມສຸຂະພາບ, ກັນພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ ໄປພ້ອມກັບການສ້າງຄວາມເຂັ້ມແຂງວຽກງານຮັກສາສຸຂະພາບຂັ້ນຕົ້ນ; ຊຸກຍູ້, ສົ່ງເສີມໃຫ້ຊຸມຊົນເຂົ້າຮ່ວມ ແລະ ເປັນເຈົ້າການໃນວຽກງານຮັກສາສຸຂະພາບ ໃຫ້ເປັນຂະບວນການກວ້າງຂວາງ ແລະ ຟົດຟື້ນ; ປັບປຸງການສະໜອງການຮັກສາສຸຂະພາບຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ, ວຽກງານໂພຊະນາການໃນເດັກລຸ່ມ 5 ປີໃຫ້ມີຄຸນນະພາບ, ມີຄວາມເຊື່ອມສານຢ່າງເປັນລະບົບ ແລະ ທົ່ວເຖິງ; ຫັນປ່ຽນໃໝ່ວິທີການສັກວັກຊິນປ້ອງກັນພະຍາດ ດ້ວຍການບໍລິການຢູ່ສະຖານທີ່ບໍລິການ (ໂຮງໝໍ ແລະ ສຸກສາລາ), ປັບປຸງລະບົບສຸຂະອະນາໄມ, ນໍ້າສະອາດ ແລະ ສຸຂາພິບານໃຫ້ມີຄຸນນະພາບ, ທົ່ວເຖິງຊົນນະບົດ, ຫ່າງໄກສອກຫຼີກ ແລະ ບ່ອນເຂົ້າເຖິງຍາກ; ສ້າງຄວາມເຂັ້ມແຂງວຽກເຝົ້າລະວັງ ແລະ ໂຕ້ຕອບທຸກເຫດການສຸກເສີນດ້ານສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຍົກສູງວຽກງານວິເຄາະການແພດໃຫ້ໄດ້ມາດຕະຖານເທົ່າທຽມກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຄຸນນະພາບໃນການບົ່ງມະຕິ ພະຍາດ; ສ້າງຄວາມເຂັ້ມແຂງໃນການຄວບຄຸມບັນດາພະຍາດຕິດຕໍ່ ທີ່ເປັນບັນຫາດ້ານສາທາລະນະສຸກ ເປັນຕົ້ນ ພະຍາດເອດ, ວັນນະໂຣກ, ມະລາເລຍ, ການຕິດຕໍ່ພະຍາດຈາກສັດສູ່ຄົນ, ແມ່ກາຝາກ ແລະ ພະຍາດອື່ນໆ, ຮັບປະກັນໃຫ້ສາ ມາດຄວບຄຸມໄດ້ ແລະ ລົບລ້າງບາງພະຍາດໃນປີ 2030; ປັບປຸງ, ຍົກລະດັບໂຄງລ່າງພື້ນຖານດ້ານສາທາລະນະສຸກທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ມາດຕະຖານ ໄປພ້ອມກັບການສະໜອງອຸປະກອນການແພດທີ່ທັນສະໄໝ, ຮັບປະກັນການມີຢາທີ່ມີຄຸນນະພາບ ແລະ ພຽງພໍ ຕໍ່ການສະໜອງການບໍລິການ; ຫັນໂຮງໝໍລັດຢູ່ຂັ້ນສູນກາງ, ແຂວງ ສູ່ກົນໄກກຸ້ມຕົນເອງ ແລະ ຄວາມທັນສະໄໝເທື່ອລະກ້າວ, ປັບປຸງຊຸດບໍລິການໃຫ້ສົມຄູ່ກັບການບໍລິການຢູ່ໂຮງໝໍແຕ່ລະຂັ້ນ ຕາມນະໂຍບາຍ 5 ດີ, 1 ພໍໃຈ; ດັດສົມລາຄາຄ່າບໍລິການໃຫ້ສົມເຫດສົມຜົນ, ສ້າງຄວາມເຂັ້ມແຂງລະບົບສົ່ງຕໍ່ຄົນເຈັບ, ຄຸ້ມຄອງສະຖານທີ່ບໍລິການປິ່ນປົວທັງພາກລັດ ແລະ ພາກທຸລະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນການບໍລິການປິ່ນປົວ ແລະ ເສີມຄວາມງາມຕາມລະບຽບກົດໝາຍ; ເພີ່ມທະວີຄວາມອາດສາມາດໃນການຜະລິດຢາປິ່ນປົວ ແລະ ຮັກສາສຸຂະພາບ ທັງຢາຫຼວງ ແລະ ຢາພື້ນເມືອງ ເພື່ອສະໜອງໃຫ້ການຊົມໃຊ້ພາຍໃນ, ມີສ່ວນສົ່ງອອກໄປຕ່າງປະເທດ, ຄຸ້ມຄອງການນໍາເຂົ້າຢາ, ອາຫານ, ເຄື່ອງດື່ມ, ເຄື່ອງສໍາອາງຢ່າງມີປະສິດທິຜົນ, ດັດສົມການໍາເຂົ້າ ແລະ ການຜະລິດພາຍໃນຢ່າງມີປະສິດທິຜົນ ແລະ ມີຄວາມກົມກຽວກັບຂະແໜງການກ່ຽວຂ້ອງ; ເພີ່ມທະວີຄວາມເອົາໃຈໃສ່ການອະນຸລັກພືດ-ສັດ, ເຄື່ອງປ່າຂອງດົງເປັນຢາທີ່ຫາຍາກໃກ້ຈະສູນພັນ; ຊຸກຍູ້, ສົ່ງເສີມ ການຄົ້ນຄວ້າ, ການຜະລິດ ແລະ ການສົມທົບການນໍາໃຊ້ຢາພື້ນເມືອງ ແລະ ຢາຫຼວງເຂົ້າໃນການປິ່ນປົວ ແລະ ຮັກສາສຸຂະພາບຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ຫຼາຍຂຶ້ນ; ຍົກສູງຄວາມສາມາດການກໍ່ສ້າງ, ການນໍາໃຊ້ບຸກຄະລະກອນສາທາລະນະສຸກທີ່ມີຄຸນນະພາບ, ຮັບປະກັນໃຫ້ສະຖານທີ່ບໍລິການສາທາລະນະສຸກຢູ່ແຕ່ລະຂັ້ນມີແພດຊ່ຽວຊານ, ຜູ້ຊຳນານງານຄົບຕາມມາດຖານຂອງການບັນຈຸບຸກຄະລາກອນ ເພື່ອຮັບປະກັນການບໍລິການ ທີ່ມີຄຸນນະພາບ; ປະຕິຮູບສະຖາບັນການສຶກສາ-ສາທາລະນະສຸກໃຫ້ມີມາດຕະຖານ ແລະ ຄຸນນະພາບ ເທົ່າທຽມກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສ້າງບຸກຄະລາກອນທີ່ມີຄຸນນະພາບ; ສົມທົບແໜ້ນການຍົກສູງຄຸນນະພາບການບໍລິຫານຄຸ້ມຄອງ, ການບໍລິການ, ການສຶກສາສາທາລະນະສຸກ ໄປພ້ອມກັບການຍົກສູງວຽກງານການຄົ້ນຄວ້າວິທະຍາສາດສາທາລະນະສຸກ ເພື່ອເພີ່ມປະສິດທິພາບຂອງການພັດທະນາສາທາລະນະສຸກຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ຖັນແຖວແພດໝໍໃຫ້ຮັກສານາມມະຍົດ “ນັກຮົບເສື້ອຂາວ” ເພື່ອສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຕະຖານ ນັບມື້ນັບສູງຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງສະພາບການປະເທດເຮົາ ທັງກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆ. ຂະແໜງການສາທາລະນະສຸກ ກໍຄືບັນດາແພດ, ໝໍ, ພະຍາບານ ຕ້ອງເປັນຜູ້ສະດຸ້ງໄວ, ຮຽນຮູ້ສິ່ງໃໝ່ໆ ຢູ່ທຸກເວລາ, ຕິດຕາມສະພາບການ ແລະ ນໍາທັນສະຖານະການດ້ານການເຝົ້າລະວັງ, ແຈ້ງການລ່ວງໜ້າ, ປ້ອງກັນພະຍາດ ແລະ ປິ່ນປົວພະຍາດໃຫ້ທັນການ; ສືບຕໍ່ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ, ຖືເອົາວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາວຽກງານປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ ຍຸຕິທຳ ແລະ ສະເໝີພາບ ເປັນສໍາຄັນ; ໂຄສະນາສຸຂະສຶກສາ, ສະໜອງຂໍ້ມູນຂ່າວສານ ແລະ ສ້າງຄວາມເຂົ້າໃຈ, ຄວາມຕື່ນຕົວໃນການຮັກສາສຸຂະພາບຂອງປະຊາຊົນໃຫ້ນັບມື້ນັບກວ້າງຂວາງ, ໃຫ້ເປັນວຽກງານປະຈຳ, ຊ່ວຍໃຫ້ພົນລະເມືອງຮູ້ຂໍ້ມູນໃໝ່ໆ ຢ່າງເປັນປົກກະຕິ, ໂດຍຜ່ານພາຫະນະສື່ມວນຊົນໃຫ້ຫຼາຍຂຶ້ນ ປະຕິບັດຫຼັກການ “ຖືເອົາການປ້ອງກັນຮັກສາສຸຂະພາບເປັນບຸລິມະສິດ ຕົ້ນຕໍ, ຖືເອົາການປິ່ນປົວເປັນສໍາຄັນ”. ປັບປຸງກອງທຶນປະກັນສຸຂະພາບໃຫ້ເຂັ້ມແຂງ, ມີປະສິດທິພາບ, ຮັບປະກັນໃຫ້ປະຊາຊົນ ເຂົ້າເຖິງການບໍລິການທີ່ນັບມື້ນັບທົ່ວເຖິງ. ພ້ອມກັນນັ້ນ, ກໍປັບປຸງຂອດການບໍລິຫານສໍາລັບຜູ້ທີ່ນໍາໃຊ້ກອງທຶນປະກັນສັງຄົມ-ປະກັນສຸຂະພາບໃຫ້ວ່ອງໄວ; ຍົກສູງຄຸນນະພາບການບໍລິການສຸຂະພາບຢູ່ໂຮງໝໍຂັ້ນຕ່າງໆ, ຫັນໂຮງໝໍສູນກາງ ແລະ ໂຮງໝໍແຂວງໄປສູ່ຄວາມທັນສະໄໝເທື່ອລະກ້າວ, ທັງທາງດ້ານພື້ນຖານໂຄງລ່າງ, ອຸປະກອນການແພດ ແລະ ປະກອບບຸກຄະລາກອນທີ່ເກັ່ງ, ຊຳນິຊຳນານ, ມີມາດຕະຖານນັບມື້ນັບສູງຂຶ້ນ. ລະບົບການບໍລິຫານຈັດການຂອງໂຮງໝໍ ຕ້ອງຫັນໄປນໍາໃຊ້ລະບົບໄອທີໃຫ້ໄດ້, ສ້າງໃຫ້ໂຮງໝໍ ສາມາດກຸ້ມຕົນເອງເທື່ອລະກ້າວ; ເອົາໃຈໃສ່ພັດທະນາອຸດສາຫະກໍາການຢາໃຫ້ເຂັ້ມແຂງ ທັງໂຮງງານຜະລິດຢາຂອງລັດ ແລະ ການລົງທຶນຂອງພາກເອກະຊົນທີ່ມີແລ້ວພາຍໃນປະເທດ ທັງມີການສົ່ງເສີມໃຫ້ເອກະຊົນມາລົງທຶນຕື່ມດ້ານຜະລິດຕະພັນການແພດ, ສົ່ງເສີມນໍາໃຊ້ທ່າແຮງຢາພື້ນເມືອງຂອງປະເທດເຮົາ ທີ່ມີຄວາມອຸດົມສົມບູນຢ່າງແຂງແຮງ ເພື່ອຊຸກຍູ້ສົ່ງເສີມສົມທົບການປິ່ນປົວຢາຫຼວງ ແລະ ຢາພື້ນເມືອງ (ການແພດສະໄໝໃໝ່ ແລະ ການແພດພື້ນເມືອງ) ໃຫ້ພຽງພໍກັບການນໍາໃຊ້ຄຽງຄູ່ກັບການຮັກສາມາດຕະຖານທີ່ມີຢູ່ ແລະ ປັບປຸງຄຸນນະພາບໃຫ້ຍັບເຂົ້າມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ; ການຮັກສາສຸຂະພາບທີ່ດີທີ່ສຸດແມ່ນການມີວິໄນ ແລະ ຖືກຫຼັກການ ຕາມຫຼັກວິທະຍາສາດຕາມກົດເກນທຳມະຊາດ ໃນການ ອອກກໍາລັງກາຍ, ເຮັດວຽກ ແລະ ຮັບປະທານອາຫານ ຫາກບໍ່ແມ່ນການປິ່ນປົວ ຫຼື ຮັບປະທານຢາຕາມພະຍາດທີ່ເກີດຂຶ້ນ ຍ້ອນແນວນັ້ນຕ້ອງຖືເປັນບຸລິມະສິດໃນການຮັກສາສຸຂະພາບ, ຖືເອົາການປິ່ນປົວເປັນສໍາຄັນ; ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງ, ດັດສົມບັນດາໂຮງໝໍ ແລະ ຄຣີນິກເອກະຊົນໃຫ້ເປັນລະບົບ, ທັງເສີມຂະຫຍາຍບົດບາດຄວາມເປັນເຈົ້າການຂອງໂຮງໝໍເອກະຊົນໃນການສະໜອງບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ມີຄຸນນະພາບ ແລະ ລາຄາສົມເຫດສົມຜົນ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ມີທາງເລືອກຫຼາຍຂຶ້ນ; ຕ້ອງຄຸ້ມຄອງດ້ານຈັນຍາບັນ-ຈັນຍາທໍາ ບໍ່ໃຫ້ກາຍເປັນການເອົາປຽບ, ເອົາລັດ ໃນການບໍລິການປິ່ນປົວຄົນເຈັບ; ສືບຕໍ່ເປັນເຈົ້າການຮ່ວມມືກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ເພື່ອພັດທະນາວຽກງານສາທາລະນະສຸກໃຫ້ເຂັ້ມແຂງ.
ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວເດັ່ນ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ເພີ່ມເຕີມ