![]() |
ໃນພິທີ, ທ່ານ ພັອ ສະໝານ ດວງປັນຍາ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ຕຳຫຼວດ ຫ້ອງວ່າການກະຊວງ ຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ ໂດຍໄດ້ຮັບການເລື່ອນຊັ້ນຈໍານວນ 56 ສະຫາຍ. ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ 4 ສະຫາຍ ຍິງ 1 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 2 ສະຫາຍ, ຮ້ອຍຕີ ຂຶ້ນຮ້ອຍໂທ 2 ສະຫາຍ, ສິບເອກ ຂຶ້ນວາທີຮ້ອຍຕີ 1 ສະຫາຍ, ສິບໂທ ຂຶ້ນສິບເອກ 47 ສະຫາຍ ຍິງ 14 ສະຫາຍ.
![]() |
ໂອກາດນີ້, ທ່ານ ພົຈວ ອານຸເດດ ຄູນຄຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງນາຍຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ກຳ ແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ສອດຄ່ອງ ແລະ ເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕ້ອງເປັນແບບຢ່າງໃນການຝຶກຝົນຫຼ່ໍຫຼອມຄຸນສົມບັດ, ສິນທຳປະຕິວັດ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ຮັກສາຄວາມສາມັກຄີພາຍໃນກົມກອງໃຫ້ເປັນປຶກແຜ່ນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ. ຄຽງຄູ່ກັບການນໍາພາ-ຊີ້ນໍາດ້ວຍຄວາມເປັນເອກະພາບຮ່ວມກັບໝູ່ຄະນະ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມໃຫ້ດີຂຶ້ນເປັນກ້າວໆ.
ຂ່າວ: ນົກແກ້ວ


ຄໍາເຫັນ