ເນັ້ນ 5 ຄໍາຖາມເຈາະຈີ້ມໃຫ້ ສສຊ ມີຄໍາເຫັນຕໍ່ກົດໝາຍວ່າດ້ວຍພະນັກງານໄອຍະການ

ເນັ້ນ 5 ຄໍາຖາມເຈາະຈີ້ມໃຫ້ ສສຊ ມີຄໍາເຫັນຕໍ່ກົດໝາຍວ່າດ້ວຍພະນັກງານໄອຍະການ

ເນັ້ນ 5 ຄໍາຖາມເຈາະຈີ້ມໃຫ້ ສສຊ ມີຄໍາເຫັນຕໍ່ກົດໝາຍວ່າດ້ວຍພະນັກງານໄອຍະການ
ພາຍຫຼັງໄດ້ຮັບຟັງການສະເໜີກ່ຽວກັບເຫດຜົນ, ຄວາມຈຳເປັນ ແລະ ຄາດຄະເນຜົນໄດ້ຮັບຈາກການສ້າງຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບສ້າງໃໝ່) ຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງໃນການສ້າງຮ່າງກົດໝາຍສະບັບນີ້ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
 

ດັ່ງນັ້ນ, ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ຕິດຕາມກວດກາ, ການກຳນົດຊັ້ນ, ມາດຕະຖານ ລວມທັງນະໂຍບາຍຕ່າງໆ ຕໍ່ພະນັກງານໄອຍະການ ເພື່ອຮັບປະກັນໃຫ້ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນຂົງເຂດຍຸຕິທໍາມີປະສິດທິພາບ ແລະ ປະສິດທິຜົນຕື່ມ. ສະນັ້ນ, ເພື່ອເປັນບ່ອນອີງໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງມີຈຸດສຸມ. ທ່ານນາງສູນທອນ ໄຊຍະຈັກ ໄດ້ເນັ້ນ 5 ຄໍາຖາມເຈາະຈີ້ມດັ່ງນີ້:

1. ມາດຕາ 13 ມາດຕະຖານລວມຂອງພະນັກງານໄອຍະການ, ມາດຕາ 14 ມາດຕະຖານພະນັກງານໄອຍະການຂັ້ນ 1, ມາດຕາ 15 ມາດຕະຖານພະນັກງານໄອຍະການຂັ້ນ II, ມາດຕາ 16 ມາດຕະຖານພະນັກງານໄອຍະການຂັ້ນ III ແລະ ມາດຕາ 17 ມາດຕະຖານຜູ້ຊ່ວຍພະນັກງານໄອຍະການ ຕໍ່ການກໍານົດເນື້ອໃນບັນດາມາດຕາເຫຼົ່ານັ້ນບັນດາທ່ານເຫັນວ່າຈະແຈ້ງ ແລະ ເໝາະສົມແລ້ວບໍ?, ໂດຍສະເພາະມາດຕະຖານຂອງພະນັກງານໄອຍະການແຕ່ລະຂັ້ນນັ້ນມີຄວາມສອດຄ່ອງກັບເງື່ອນໄຂຕົວຈິງແລ້ວບໍ່?

2. ພາກທີ III ສິດ ແລະ ໜ້າທີ່ຂອງພະນັກງານໄອຍະການ ລວມທັງຜູ້ຊ່ວຍພະນັກງານໄອຍະການແຕ່ມາດຕາ 25 ຫາ ມາດຕາ 29 ເຫັນວ່າການກໍານົດເນື້ອໃນມາດຕາດັ່ງກ່າວ ຄົບຖ້ວນ, ເໝາະສົມ ແລ້ວບໍ ຫຼື ຄວນປັບປຸງບັນຫາໃດຕື່ມ ເພື່ອໃຫ້ເນື້ອໃນທີ່ກຳນົດມີຄວາມສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ?.

3. ມາດຕາ 43 ເງິນອຸດໜູນຂອງພະນັກງານໄອຍະການ ແລະ ຜູ້ຊ່ວຍພະນັກງານໄອຍະການ ຊຶ່ງໄດ້ ກໍານົດເງິນອຸດໜູນຂອງພະນັກງານໄອຍະການປະຊາຊົນຄື: ຂັ້ນ 1 ເທົ່າກັບເງິນອຸດໜູນຕຳແໜ່ງບໍລິຫານປະເພດ 2, ຂັ້ນ II ເທົ່າກັບເງິນອຸດໜູນຕຳແໜ່ງບໍລິຫານປະເພດ 3ແລະ ຂັ້ນ III ເທົ່າກັບເງິນອຸດໜູນຕຳແໜ່ງບໍລິຫານປະເພດ 3 ແລະ ຜູ້ຊ່ວຍພະນັກງານໄອຍະການ ເທົ່າກັບເງິນອຸດໜູນຕຳແໜ່ງບໍລິຫານປະເພດ 5 ບັນດາທ່ານເຫັນວ່າການກຳນົດດັ່ງກ່າວສອດຄ່ອງ ແລະ ເໝາະສົມແລ້ວບໍ?.

4. ມາດຕາ 45 ຂໍ້ຫ້າມສໍາລັບພະນັກງານໄອຍະການ ໄດ້ກໍານົດມີ 14 ຂໍ້ຫ້າມ ບັນດາທ່ານເຫັນວ່າຄົບຖ້ວນແລ້ວບໍ ຫຼື ຄວນປັບປຸງຄືແນວໃດ ເພື່ອຮັບປະກັນການເຄື່ອນໄຫວວຽກງານຂອງພະນັກງານໄອຍະການໃຫ້ມີຄຸນນະພາບ?.

5. ມາດຕາ 50 ນະໂຍບາຍ, ມາດຕາ 51 ການຍ້ອງຍໍຕໍ່ພະນັກງານໄອຍະການ ແລະ ມາດຕາ 65 ນະໂຍບາຍຕໍ່ຜູ້ມີຜົນງານການກໍານົດຂອງບັນດາມາດຕາດັ່ງກ່າວຈະບໍ່ເປັນການຊໍ້າຊ້ອນດ້ານເນື້ອໃນກັນບໍ? ແລະ ມາດຕາ 60 ການໂຈະການປະຕິບັດໜ້າທີ່ຂອງພະນັກງານໄອຍະການ ໃນກໍລະນີຖືກດໍາເນີນຄະດີອາຍາຈົນກວ່າຈະມີຄໍາຕົກລົງວ່າຜູ້ກ່ຽວເປັນຜູ້ບໍລິສຸດ ຕໍ່ການກໍານົດເນື້ອໃນບັນດາມາດຕາດັ່ງກ່າວ ບັນດາທ່ານເຫັນວ່າມີຄວາມຈະແຈ້ງ ແລະ ຮັດກຸມແລ້ວບໍ? ຫຼື ຄວນກໍານົດແນວໃດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.ນອກຈາກບັນຫາທີ່ໄດ້ເຈາະຈີ້ມໄປຂ້າງເທິງນີ້, ບັນດາ ສສຊ ເຫັນວ່າມີປະເດັນໃດຕື່ມທີ່ເນື້ອໃນບໍ່ທັນລະອຽດ, ບໍ່ສອດຄ່ອງກໍສາມາດມີຄໍາເຫັນເພີ່ມຕື່ມໄດ້.(ຂ່າວ: ວັນເພັງ, ພາບ: ພອນປະເສີດ)

ຄໍາເຫັນ

ຂ່າວການເມືອງ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ເພີ່ມເຕີມ