ແນະນໍາຜົນງານໃນການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ຄົບຮອບ 10 ປີ

ແນະນໍາຜົນງານໃນການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ຄົບຮອບ 10 ປີ
ປີນີ້ແມ່ນຄົບຮອບ 10 ປີແຫ່ງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”. ມາຮອດທ້າຍເດືອນມິຖຸນາ 2023, ປະເທດຈີນໄດ້ເຊັນເອກະສານຮ່ວມມື 200 ກວ່າສະບັບ ໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ກັບ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ. ນັບແຕ່ປີ 2013 ຫາ ປີ 2022, ມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ລະຫວ່າງຈີນ ກັບ ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີເຖິງ 19.100 ຕື້ໂດລາ, ສະເລ່ຍແລ້ວ ໄດ້ເພີ່ມຂຶ້ນ 6,4% ຕໍ່ປີ.
ຕະຫຼອດ 10 ຜ່ານມາ, ຈີນເປັນຄູ່ການຄ້າຕົ້ນຕໍຂອງ 110 ປະເທດ ໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງໄດ້ເຊັນສັນຍາການຄ້າເສລີ 14 ສະບັບ ກັບ 20 ປະເທດໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”. ຕະຫຼອດ 10 ຜ່ານມາ, ມູນຄ່າການລົງທຶນຕໍ່ກັນລະຫວ່າງຈີນກັບປະເທດໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີຫຼາຍກວ່າ 380 ຕື້ໂດລາ. ຕະຫຼອດ 10 ຜ່ານມາ, ມູນຄ່າການລົງທຶນຂອງປະເທດໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕໍ່ຈີນມີຫຼາຍກວ່າ 140 ຕື້ໂດລາ, ວິສາຫະກິດຕ່າງປະເທດທີ່ສ້າງຕັ້ງໃໝ່ຢູ່ຈີນມີເກືອບ 67.000 ແຫ່ງ.
ມູນຄ່າການຮັບເໝົາກໍ່ສ້າງໂຄງການໃນປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ໄດ້ສໍາເລັດປະມານ 130 ຕື້ໂດລາ ຊຶ່ງໄດ້ກໍ່ສ້າງໂຄງການທາງລົດໄຟລາວ-ຈີນ, ທາງລົດໄຟຄວາມໄວສູງຈາກາຕາ-ບັງດຸງ, ທາງລົດໄຟມົມບາຊາ-ໄນໂຣປີ ແລະ ໂຄງການສັນຍາລັກອື່ນໆ.
ຂ່າວ: ຢຸນນານ
 

ຄໍາເຫັນ

ຂ່າວຕ່າງປະເທດ

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ ເປັນ​ວັນ​ສາ​ກົນແຫ່ງຄວາມ​ຮັບ​ຮູ້​ດ້ານການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ. ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫຼື FAO ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫຼຸດ​​ຜ່ອນຄວາມ​ກົດ​ດັນ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.
70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນ​​ປີ​ນີ້​, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຊາ 77,256 ໂຕນ​, ສ້າງລາຍ​ຮັບໄດ້ 143.5 ລ້ານ​ໂດລາ​.
ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 27 ກັນ​ຍາ ຜ່ານມາ, ຕຳຫຼວດ​ເນ​ປານ​ລາຍ​ງານ​ວ່າ, ​ເກີດ​ເຫດ​ຫິ​ມະ​ຖະຫຼົ່ມຢູ່​ພູ​ຮິມ​ລຸງທາງ​ພາກ​ເໜືອ​ຂອງ​ເນ​ປານ ແລະ ​ໄດ້​ພົບ​​ຜູ້​ເສຍ​ຊີ​ວິດ 2 ຄົນ.
ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ອົງ​ການ​ອາ​ຫານ ແລະ ການກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື FAO ໄດ້​ປະ​ກາດບົດ​ລາຍ​ງານ “ສະ​ພາບ​ປ່າ​ໄມ້​ທົ່ວ​ໂລກ​ປີ 2026”, ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ຄາດ​ວ່າ ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ຂອງ​ໂລກ​ສູງ​ເຖິງ 878 ຕື້​ໂດ​ລາ ຫາ 6,300 ຕື້​ໂດ​ລາ​​ຕໍ່​ປີ. ບົດ​ລາຍ​ງານ​ຍັງ​ເນັ້ນ​ໜັກ​ວ່າ, ການ​ຟື້ນ​ຟູ​ປ່າ​ໄມ້ ແລະ ທິວ​ທັດ​ແມ່ນ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ບຽງ​ອາ​ຫານ ແລະ ສິ່ງ​ທ້າ​ທາຍ​ດ້ານ​ການ​ພັດ​ທະ​ນາ.
ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ກັນຍາ ຜ່ານມາວ່າ: ຄະ​ນະກຳມະການ​ເລືອກ​ຕັ້ງ​ສູນ​ກາງ ປາ​ແລັດ​ສະ​ຕິນ ພວມ​ກະ​ກຽມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ອົງ​ການ​ນິ​ຕິບັນຍັດ ຢູ່​ເຂດກາ​ຊາ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 28 ພະ​ຈິກ ​ຈະ​ມາ​ເຖິງ. ວຽກ​ງານ​ກະ​ກຽມ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພາກ​ພື້ນ​ພວມ​ຖືກ​ທຳ​ລາຍເປັນ​ວົງ​ກວ້າງ ແລະ ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຍັງ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ.
ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນສິງກະໂປເພີ່ມຂຶ້ນ 1.6% ຫຼື 97,300 ຄົນ ເປັນ 6.21 ລ້ານຄົນ ໃນເດືອນມິຖຸນາ 2026, ເພີ່ມຂຶ້ນຈາກ 6.11 ລ້ານຄົນໃນປີກ່ອນ. ໂດຍແຮງງານທີ່ບໍ່ແມ່ນພົນລະເມືອງແມ່ນກຸ່ມທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດ.
ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກອບ​ຄວາມ​ເຫັນ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫຼງ​ການ ແລະ ໂຄງ​ການ​ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດ.
ເພີ່ມເຕີມ