ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:

 

ຕໍ່ບົດລາຍງານຂອງ ສປສສ, ທ່ານ ນາງ ສູນທອນ ໄຊຍະຈັກ ມີຄໍາເຫັນເຈາະຈີ້ມດັ່ງນີ້:

1). ການສະຫຼຸບຕີລາຄາຜົນສໍາເລັດການເຄື່ອນໄຫວວຽກງານ 5 ປີ (2021-2025) ຜ່ານມາ ຂອງສານປະຊາຊົນ ໂດຍສະເພາະການພິຈາລະນາຄະດີ ຂອງສານປະຊາຊົນແຕ່ລະຂັ້ນ, ບັນດາທ່ານ ເຫັນວ່າ ການຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງສອດຄ່ອງກັບຕົວຈິງແລ້ວບໍ່?

2). ຕໍ່ກັບຄາດໝາຍສູ້ຊົນ ທີ່ໄດ້ກໍານົດໃນການພິຈາລະນາຕັດສິນຄະດີຂອງສານ ໃຫ້ມີຄວາມວ່ອງໄວບັນລຸຕາມມະຕິສະພາແຫ່ງຊາດ ກໍານົດຄື: ຄະດີແພ່ງ-ການຄ້າ 75% ຂຶ້ນໄປ, ຄະດີຄອບຄົວ-ເດັກ-ແຮງງານ ແລະ ປົກຄອງ 85% ຂຶ້ນໄປ ແລະ ຄະດີອາຍາ 90% ຂຶ້ນໄປ, ອັດຕາການຂໍອຸທອນ ແຕ່ລະປະເພດຄະດີ ບໍ່ໃຫ້ເກີນ 15% ແລະ ການຈັດຕັ້ງປະຕິບັດ 5ແຜນງານ, 23 ໂຄງການ ແລະ 77 ກິດຈະກໍາຕົ້ນຕໍຂອງສານປະຊາຊົນນັ້ນ ບັນດາທ່ານເຫັນວ່າ ຍັງມີຄາດໝາຍແຜນງານ, ໂຄງການ ແລະ ກິດຈະກໍາໃດ ທີ່ບໍ່ທັນບັນລຸຕາມຄາດໝາຍ ທີ່ ສປສສ ຄວນໄດ້ສືບຕໍ່?

3). ຕໍ່ທິດທາງແຜນການ 5 ປີ (2026-2030) ໃນຕໍ່ໜ້າຂອງສານປະຊາຊົນ, ບັນດາທ່ານເຫັນວ່າ ມີເນື້ອໃນຖືກຕ້ອງຄົບຖ້ວນ ແລ້ວບໍ່? ເປັນຕົ້ນ ການກໍານົດຄາດໝາຍ ແລະ ວຽກງານຈຸດສຸມ ປີ 2026 ຂອງສານປະຊາຊົນ? ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດ ບັນດາທ່ານເຫັນວ່າ ສປສສ ຄວນເພີ່ມມາດຕະການຈັດຕັ້ງປະຕິບັດຄືແນວໃດ?

4). ການປະຕິບັດຫຼັກການໂຕ້ແຍ່ງ, ໂຕ້ຖຽງ ໃນທີ່ປະຊຸມສານ ບັນດາທ່ານເຫັນວ່າ ສານໄດ້ໃຫ້ສິດ ແກ່ຄູ່ຄວາມ ໃນການປະຕິບັດຕາມຫຼັກການດັ່ງກ່າວ ຖືກຕ້ອງ, ຄົບຖ້ວນຕາມກົດໝາຍແລ້ວບໍ່ ຫຼື ຄວນເອົາໃຈໃສ່ບັນຫາໃດຕື່ມ?

5). ກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການດໍາເນີນຄະດີ ເຊັ່ນ: ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ, ກະຊວງຍຸຕິທໍາ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ແລະ ການແກ້ໄຂ ຄໍາຮ້ອງຂໍຄວາມເປັນທໍາ ຮ່ວມກັບຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານ ເຫັນວ່າ ຄວນເພີ່ມທະວີກົນໄກການປະສານງານຮ່ວມກັນຄືແນວໃດ ເພື່ອຮັບປະກັນເຮັດໃຫ້ການດໍາເນີນຄະດີ ແລະ ການພິຈາລະນາຕັດສິນ, ພິພາກສາຄະດີຂອງສານຖືກຕ້ອງ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ?

6). ການຕີຄວາມໝາຍຂອງບາງມາດຕາຂອງກົດໝາຍ ໄລຍະຜ່ານມາ ໄດ້ມີການປະຕິບັດຄືແນວໃດເຂົ້າໃນການຕັດສິນຄະດີຕ່າງໆ? ມີຄວາມເປັນເອກະພາບແລ້ວບໍ່?

ຕໍ່ບົດລາຍງານຂອງ ອອປສ, ທ່ານ ນາງ ສູນທອນ ໄຊຍະຈັກ ມີຄໍາເຫັນເຈາະຈີ້ມດັ່ງນີ້:

1). ການສະຫຼຸບຕີລາຄາຜົນສໍາເລັດການເຄື່ອນໄຫວວຽກງານ 5 ປີ (2021-2025) ຜ່ານມາຂອງ ອອປສ ໂດຍສະເພາະ ການພິຈາລະນາຄະດີຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ, ການຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ບັນດາທ່ານເຫັນວ່າ ສອດຄ່ອງກັບສະພາບຄວາມເປັນຈິງແລ້ວ ຫຼື ບໍ່?

2). ການກໍານົດທິດທາງ ແລະ ວຽກງານຈຸດສຸມ 5 ປີ (2026-2030) ຕໍ່ກັບການພັດທະນາວຽກງານລວມຂອງອົງການໄອຍະການປະຊາຊົນ ທີ່ໄດ້ກໍານົດ 6 ແຜນງານ, 27 ໂຄງການ ແລະ 104 ກິດຈະກໍາໄວ້ນັ້ນ ເຫັນວ່າ ການກໍານົດດັ່ງກ່າວມີຄວາມເໝາະສົມແລ້ວ ຫຼື ບໍ່? ຫຼື ຄວນມີການປັບປຸງໃນແຕ່ວຽກງານຄືແນວໃດ?

3). ການກໍານົດທິດທາງແຜນການວຽກງານຈຸດສຸມປີ 2026 ບັນດາທ່ານເຫັນວ່າ ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລ້ວບໍ່ ຫຼື ຄວນເພີ່ມເຕີມເນື້ອໃນໃດຕື່ມ ເພື່ອສຸມໃສ່ແກ້ໄຂບັນຫາຈຸດອ່ອນຂໍ້ຄົງຄ້າງຜ່ານມາ?;

4. ອີງຕາມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2024 ທີ່ໄດ້ກໍານົດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ມີພາລະບົດບາດ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດຕາມກວດກາບັນດາອົງການດໍາເນີນຄະດີ ຕາມຂະບວນການຍຸຕິທໍານັ້ນ, ບັນດາທ່ານ ເຫັນວ່າ ອົງການໄອຍະການປະຊາຊົນ ໄດ້ປະຕິບັດຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ, ເດັດຂາດ ແລ້ວ ຫຼື ບໍ່ ເປັນຕົ້ນ: ແມ່ນການຕິດຕາມກວດກາ ການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ, ໃນການນນໍາໃຊ້ວິທີການສືບສວນ-ສອບສວນ ແລະ ນໍາໃຊ້ 7ມາດຕະການສະກັດກັ້ນ?;

5). ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍ ໂດຍສະເພາະແມ່ນການຕິດຕາມກວດກາໂດຍໜ້າທີ່, ການຕິດຕາມກວດກາ ຄວາມສອດຄ່ອງຂອງກົດໝາຍ ແລະ ການອອກນິຕິກໍາຕ່າງໆ ຂອງບັນດາອົງການລັດ; ການຕິດ ຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ, ບັນດາທ່ານເຫັນວ່າ ອົງການໄອຍະການປະຊາຊົນ ຄວນຕ້ອງໄດ້ເອົາໃຈໃສ່ຕື່ມບັນຫາໃດແດ່ ແລະ ໃຫ້ມີມາດຕະການໃນການແກ້ໄຂ ແນວໃດ?

6). ການກົນໄກການປະສານງານລະຫວ່າງອົງການໄອຍະການປະຊາຊົນ ກັບພາກສ່ວນກ່ຽວຂ້ອງ ທີ່ຮັບຜິດຊອບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາໃນໄລຍະຜ່ານມານັ້ນ ບັນດາທ່ານເຫັນວ່າ ຄວນໄດ້ມີການກໍານົດຄືແນວໃດ ເພື່ອຍົກສູງປະສິດທິພາບຂອງວຽກງານແຕ່ລະພາກສ່ວນ?

(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ (ສປສສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ເພື່ີອເຮັດໃຫ້ແຜນການຕໍ່ໜ້າຂອງ ສປສສ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.
ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ