ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ

ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ

ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ
ທ່ານ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ຮອງປະທານສະຫະພັນແມ່ ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງເມື່ອບໍ່ດົນມານີ້ ໃນຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງແມ່ຍິງໃນຄອບຄົວ.

 

 

ບົດບາດຂອງແມ່ຍິງໃນການເບິ່ງແຍງຊີວິດການເປັນຢູ່, ຄວາມເປັນລະບຽບຮຽບຮ້ອຍໃນຄອບ ຄົວ: ແຕ່ໃດໆມາແມ່ຍິງເປັນຜູ້ຕິດແທດ ແລະ ຮັບຜິດຊອບຄອບຄົວຫຼາຍຢ່າງກວ່າເພດຊາຍ, ສະເພາະແມ່ຍິງເອງກໍເປັນຄົນມັກຄວາມລະອຽດອ່ອນ, ມັກຄວາມຈົບຄວາມງາມ. ພ້ອມກັນນັ້ນ, ວັດທະນະທຳຮີດຄອງປະເພນີແຕ່ດັ່ງເດີມ ກໍໄດ້ກຳນົດຄຸນສົມບັດຢ່າງໜຶ່ງຂອງແມ່ຍິງຄື: ຮູ້ປະຕິບັດຕາມເຮືອນ 3 ນໍ້າ 4, ຮູ້ແຕ່ງຢູ່ຄົວກິນ, ເປັນກຳລັງແຮງໃນການເພີ່ມພູນຜະລິດຜົນ ແລະ ການຫາລາຍໄດ້ໃຫ້ແກ່ຄອບຄົວ. ປັດຈຸບັນ, ຄອບຄົວຂອງຄົນລາວເຮົາ ໄດ້ມີການພັດທະນາຢ່າງຮອບດ້ານ. ດັ່ງນັ້ນ, ຈຶ່ງໄດ້ສ້າງຄອບຄົວພັດທະນາ, ຄອບຄົວວັດທະນະທຳ, ຄອບຄົວດີມີຄວາມຜາສຸກນັບມື້ນັບຫຼາຍຂຶ້ນ, ການເບິ່ງແຍງຊີວິດການເປັນຢູ່ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄອບຄົວໄດ້ກາຍເປັນຄວາມຮັບ ຜິດຊອບຂອງສະມາຊິກໃນຄອບຄົວ ທັງຍິງ-ຊາຍໄດ້ມີການຊ່ວຍເຫຼືອກັນ, ແບ່ງງານກັນຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງຄອບຄົວ, ແຕ່ແມ່ຍິງຍັງເປັນຜູ້ຕົ້ນຕໍໃນການປະຕິບັດ ແລະ ຕິດຕາມຊຸກຍູ້ສະມາຊິກຂອງຄອບຄົວ ເຮັດໃຫ້ຄອບຄົວມີຄວາມສາມັກຄີປອງດອງ, ສະມາຊິກຄອບຄົວທັງຍິງ-ຊາຍມີຄວາມສະເໝີພາບໃນການປະຕິບັດໜ້າທີ່ໃນການເບິ່ງແຍງຊີວິດການເປັນຢູ່ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງຄອບຄົວ ໄດ້ກາຍເປັນຮູບປະທໍາດີຂຶ້ນ ຊຶ່ງທັງໝົດນີ້ໄດ້ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ໄດ້ຮັບການພັດທະນານັບມື້ນັບດີຂຶ້ນ.

ບົດບາດຂອງແມ່ຍິງໃນການລ້ຽງດູສັ່ງສອນລູກ: ຄອບຄົວມີສໍາຄັນພິເສດ ໃນການຂະຫຍາຍພົນລະເມືອງກໍຄືເຊື້ອເຜົ່າພັນ, ເສີມຂະຫຍາຍ ແລະ ສືບທອດຄຸນຄ່າວັດທະນະທໍາອັນດີງາມຂອງຄົນລາວ ແຕ່ຮຸ່ນຄົນນີ້ຕໍ່ຮຸ່ນຄົນອື່ນ, ໃນຄອບຄົວບໍ່ວ່າຍຸກສະໄໝໃດ ແມ່ຍິງຍັງເປັນຜູ້ຕົ້ນຕໍໃນການລ້ຽງດູ ສຶກສາອົບຮົມລູກເຕົ້າໃນທຸກດ້ານ ຊຶ່ງການສຶກສາອົບຮົມຂອງແມ່ແມ່ນເລີ່ມຕັ້ງແຕ່ຢູ່ໃນທ້ອງ, ເກີດມາ, ເຕີບໃຫຍ່ ແລະ ມີຄອບຄົວສະເພາະຂອງຕົນ. ແມ່ຍິງນອກຈາກຈະມີບົດບາດໃນການຖືພາ, ແມ່ຍິງຍັງມີບົດບາດໃນການລ້ຽງດູເບິ່ງແຍງ, ສຶກສາອົບຮົມລູກ ຊຶ່ງບົດບາດດັ່ງກ່າວແມ່ນເປັນມູນເຊື້ອອັນດີງາມ ຊຶ່ງບໍ່ສາມາດປ່ຽນແທນໄດ້ຂອງແມ່ຍິງລາວມາຫຼາຍຮຸ່ນຄົນຈົນມາເຖິງປັດຈຸບັນ. ການລ້ຽງດູລູກສະແດງອອກລູກໄດ້ຢູ່ໃກ້ຊິດກັບແມ່, ແມ່ຍິງສ່ວນຫຼາຍລ້ຽງດູລູກດ້ວຍນໍ້ານົມຂອງຕົນເອງ. ສະນັ້ນ, ຍາມກິນ, ຍາມນອນ, ຍາມເຈັບເປັນແມ່ກໍເປັນຜູ້ຕົ້ນຕໍໃນການເບິ່ງແຍງລູກໃນທຸກດ້ານ. ສະໄໝກ່ອນບໍ່ມີໂຮງຮຽນອະນຸບານ ແມ່ກໍຍັງສືບຕໍ່ປະຕິບັດບົດບາດຄືທີ່ກ່າວມາ. ນອກຈາກນີ້, ແມ່ຍິງຈໍານວນໜຶ່ງໃນເວລາປະຕິບັດໜ້າທີ່ ຫຼື ສຶກສາຮໍ່າຮຽນໄດ້ເອົາລູກໄປນໍາຕົວຢ່າງ: ເຈ່ຍລູກຂຶ້ນສອນ, ເຈ່ຍລູກຂຶ້ນຫ້ອງຮຽນ ແລະ ເຄື່ອນໄຫວວຽກງານອື່ນໆ. ຕໍ່ສະພາບດັ່ງກ່າວແມ່ຍິງລາວສ່ວນຫຼາຍຖືວ່າບໍ່ໄດ້ເປັນໜ້າທີ່ໜັກໜ່ວງຂອງຕົນ, ແຕ່ກົງກັນຂ້າມຜູ້ເປັນແມ່ພັດຮູ້ສຶກອົບອຸ່ນ ແລະ ພາກພູມໃຈທີ່ຕົນເອງໄດ້ມີໂອກາດໄດ້ຢູ່ໃກ້ຊິດເບິ່ງແຍງລູກຕະຫຼອດເວລາ. ແມ່ຍິງເປັນຜູ້ທີ່ມີຄວາມເປັນຫ່ວງເປັນໄຍເອື້ອເຟື້ອເພື່ອແຜ່ ແລະ ຮັບຜິດຊອບຕໍ່ຊີວິດ ແລະ ສຸຂະພາບ, ຄວາມເປັນຢູ່ຂອງລູກຫຼານ ຕັ້ງແຕ່ມື້ເກີດຈົນຮອດເວລາລູກໃຫຍ່, ມີຜົວ, ມີເມຍ, ມີລູກ, ມີຫຼານ. ນອກຈາກຜູ້ເປັນແມ່ແລ້ວ ແມ່ຍິງຜູ້ຢູ່ໃນຄອບຄົວເຊັ່ນ: ຜູ້ເປັນລູກສາວ, ຜູ້ເປັນເອື້ອຍ, ເປັນປ້າ, ເປັນແມ່ເຖົ້າ ກໍລ້ວນແຕ່ຊ່ວຍກັນລ້ຽງດູສັ່ງສອນເດັກໃນຄອບຄົວ. ສໍາລັບຜູ້ທີ່ເປັນແມ່ເຖົ້າຍິ່ງມີຄວາມເປັນຫ່ວງເປັນໄຍຕໍ່ລູກຫຼານໃນຄອບຄົວດັ່ງຄໍາເວົ້າທີ່ວ່າ: “ຮັກຫຼານຫຼາຍກວ່າຮັກລູກ ຫຼື ລ້ຽງຫຼານດີກວ່າລ້ຽງລູກ”.

ເມື່ອເວົ້າເຖິງການສຶກສາອົບຮົມລູກເຕົ້າແມ່ເປັນຄູຜູ້ທໍາອິດຂອງລູກທຸກຄົນ, ມີຄວາມຮັບຜິດ ຊອບຕໍ່ການສຶກສາອົບຮົມລູກຫຼານຕະຫຼອດຊີວິດຂອງຕົນເຖິງລູກຫຼານມີຄອບຄົວເປັນຂອງຕົນເອງ, ລູກຫຼານມີອາຍຸສູງກໍຕາມແຕ່ແມ່ກໍຍັງສືບຕໍ່ດູແລຊ່ວຍເຫຼືອ, ລ້ຽງດູ, ສັ່ງສອນຈົນສຸດຄວາມສາມາດ, ໝາຍຄວາມວ່າເຖິງແມ່ເຖົ້າແກ່ແລ້ວແມ່ກໍຍັງແມ່ນຜູ້ຕົ້ນຕໍ ໃນການສຶກສາອົບຮົມລູກຫຼານໃນຄອບຄົວ, ແມ່ສອນລູກຕັ້ງແຕ່ລູກຍັງນ້ອຍຈົນໃຫຍ່, ສອນທຸກດ້ານນັບແຕ່ວິທີຄົ້ນຄິດ, ຄຸນສົມບັດສິນທຳ, ກິລິຍາມາລະຍາດ, ແບບແຜນການດໍາລົງຊີວິດ, ການທຳມາຫາກິນ, ການພົວພັນໃນຄອບຄົວ ແລະ ສັງຄົມ. ການສັ່ງສອນລູກຫຼານໃນຄອບຄົວ ຂອງຜູ້ເປັນແມ່ບໍ່ພຽງແຕ່ດ້ວຍຄໍາເວົ້າເທົ່ານັ້ນແຕ່ແມ່ຍັງເປັນແບບ ຢ່າງທີ່ດີໃນການປະພຶດປະຕິບັດໃນຊີວິດປະຈຳວັນ. ນອກຈາກການສັ່ງສອນລູກຫຼານ ແມ່ຍິງຍັງເປັນແບບຢ່າງຕໍ່ກັບສາຍພົວພັນອັນດີງາມກັບລູກຜົວ ແລະ ເປັນທີ່ຮັກແພງຂອງທຸກຄົນໃນຄອບຄົວ.

ເວົ້າລວມແລ້ວ, ແມ່ຍິງມີບົດບາດສໍາຄັນໃນການກໍ່ສ້າງ, ພັດທະນາຄອບຄົວ ໃຫ້ກາຍເປັນຄອບຄົວວັດທະນະທຳ, ຄອບຄົວມີຄວາມຜາສຸກ, ຄອບຄົວພັດທະນາເຮັດໃຫ້ຊີວິດການເປັນຢູ່ຂອງແມ່ຍິງ, ຄອບຄົວນັບມື້ນັບດີຂຶ້ນ ເຮັດໃຫ້ຄອບຄົວມີຄວາມອົບອຸ່ນ, ມີຄວາມຖືກຕ້ອງປອງດອງ, ມີຄວາມສະເໝີພາບ ແລະ ມີຄວາມຮັບຜິດຊອບຮ່ວມກັນໃນທຸກວຽກງານຂອງຄອບຄົວ. ຄຽງຄູ່ກັນນີ້,ແມ່ຍິງລາວ ຍັງມີບົດບາດໃນການລ້ຽງດູລູກ-ຫຼານໃຫ້ເຕີບໃຫຍ່, ໄດ້ຮັບການພັດທະນາໃນທຸກດ້ານກາຍເປັນຜູ້ສືບທອດທີ່ດີຂອງຄອບຄົວ ແລະ ພົນລະເມືອງດີຂອງຊາດ. ພ້ອມກັນນີ້, ແມ່ຍິງລາວ ຍັງມີບົດບາດຄຽງຄູ່ກັບເພດຊາຍ ໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ