ແນວຄິດຊີ້ນຳຂອງປະທານຄຳໄຕ ສີພັນດອນກ່ຽວກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ແນວຄິດຊີ້ນຳຂອງປະທານຄຳໄຕ ສີພັນດອນກ່ຽວກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທ່ານ ພັນເອກ ໂພນທອງ ພັນຈະເລີນພັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ ກະຊວງປ້ອງກັນປະເທດ (ກປທ) ໄດ້ສະເໜີຕໍ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 7 ທັນວາ ນີ້ ທີ່ແຂວງຫົວພັນກ່ຽວກັບແນວຄິດຊີ້ນຳຂອງປະທານ ຄຳໄຕ ສີພັນດອນກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບວ່າ: ພາຍໃຕ້ການເປັນປະທານກອງປະຊຸມ ໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ.
ເມື່ອກ້າວເຂົ້າສູ່ຊຸມປີ 1990 ການປ່ຽນແປງໃໝ່ໄດ້ມີຜົນສຳເລັດໃນເບື້ອງຕົ້ນ ແລະ ເຂົ້າສູ່ລວງເລິກຕາມຫຼັກການພື້ນຖານທີ່ວາງໄວ້ທັງໄດ້ຮັັບການສະໜັບສະໜູນ,ເຫັນດີ,ເຫັນພ້ອມຈາກປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ແລະ ເພື່ອນມິດສາກົນ ໃນເດືອນມີນາ ປີ 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມກໍໄດ້ວາງແນວທາງແຜນນະໂຍບາຍກໍຄືທິດທາງໜ້າທີ່ສືບຕໍ່ເສີມຂະຫຍາຍຢ່າງເປັນລະບົບໃນທຸກຂົງເຂດຄື: ຂົງເຂດເສດຖະກິດວັດທະນະທຳ-ສັງຄົມ,ລັດ ແລະ ກົດໝາຍ,ວຽກງານ ປກຊ-ປກສ,ວຽກງານພົວພັນຕ່າງປະເທດ,ແນວໂຮມ,ອົງການຈັດຕັ້ງມະຫາຊົນ,ວຽກພັກ,ວຽກງານພະນັກງານ ແລະ ອື່ນໆ.
ໃນວັນທີ 15 ສິງຫາ  1991 ກອງປະຊຸມສະພາປະຊາຊົນສູງສຸດຊຸດທີ 2 ໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດຂອງ ສປປ ລາວ ພ້ອມນັ້ນກໍໄດ້ຮັບຮອງແຕ່ງຕັ້ງປະທານ ໄກສອນ ພົມວິຫານ ເປັນປະທານປະເທດ ແລະ ທ່ານ ຄຳໄຕ ສີພັນດອນ ເປັນນາຍົກລັດຖະມົນຕີ.
ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ, ກະຊວງປ້ອງກັນປະເທດໄດ້ສົມທົບກັບກະຊວງປ້ອງກັນສະຫງົບເປັນເຈົ້າການຈັດຕັ້ງກຳລັງຫັນລົງກໍ່ສ້າງຮາກຖານການເມືອງຢູ່ຫຼາຍທ້ອງຖິ່ນແຕ່ເໜືອຮອດໃຕ້, ໂດຍສະເພາະແມ່ນສຸມໃສ່ຂອບເຂດຫ່າງໄກສອກຫຼີກ, ເຂດຫຼໍ່ແຫຼມ (ຂອບເຂດທີ່ບໍ່ມີຄວາມສະຫງົບ). ໄດ້ຫັນເອົາກຳລັງພະນັກງານ - ນັກຮົບລົງກໍ່ສ້າງຮາກຖານການເມືອງປີ 1990 - 1995ມີຈໍານວນ 4.765ຄົນ, ຮັບຜິດຊອບ 48 ເມືອງ, 932 ບ້ານຄື: ຢູ່ເຂດຊຽງຮອນ - ຫົງສາ, ໄຊສົມບູນ, ປາກຊັນ, ບໍລິຄັນ, ເພຍລາດ,ຫີນບູນ, ລະຄອນເພັງ, ວິລະບູລີ, ເມືອງໂພນທອງ, ເມືອງພຽງ, ເມືອງທົ່ງມີໄຊ ແລະ ເມືອງອື່ນໆ. ຜ່ານການປະຕິບັດຕົວຈິງເຮັດໃຫ້ປະຊາຊົນຮັບຮູ້, ເຂົ້າໃຈແຈ້ງຕໍ່ແນວທາງ, ແຜນນະໂຍບາຍຂອງພັກ - ລັດ, ຍົກສູງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັບຮູ້ແຈ້ງມິດ ແລະ ສັດຕູ, ພັດທະນາຊີວິດການເປັນຢູ່ດ້ານເສດຖະກິດ,ວັດທະນາທຳ - ສັງຄົມຢ່າງບໍ່ຢຸດຢັ້ງ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ, ທັບມ້າງກົນອຸບາຍຂອງສັດຕູທີ່ຫວັງໂຄ່ນລົ້ມລະບອບປະຊາທິປະໄຕຂອງປະເທດເຮົາ.
ພາຍຫຼັງກອງປະຊຸມຄັ້ງທີ VI ຂອງພັກສຳເລັດລົງ ຄະນະພັກ ກະຊວງປ້ອງກັນປະເທດ  ໄດ້ອອກຄໍາສັ່ງແນະນໍາໃຫ້ແຕ່ລະກົມກອງ, ແຕ່ລະເຫຼົ່າຮົບ, ກຳລັງຫຼວງ, ກຳລັງທ້ອງຖິ່ນ, ຈັດຕັ້ງດຳເນີນກອງປະຊຸມໃຫຍ່ພັກ 3 ຂັ້ນຂອງຕົນຂຶ້ນໄດ້ສໍາເລັດໂດຍພື້ນຖານ, ຈຸດປະສົງແມ່ນເພື່ອປັບປຸງ ແລະ ບູລະນະການຈັດຕັ້ງຂອງກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງເຂັ້ມແຂງທາງດ້ານການຈັດຕັ້ງມີລະບຽບວິໄນເຂັ້ມງວດພື້ນຖານວັດຖຸພາຫະນະ - ເຕັກນິກທັນສະໄໝ ແລະ ມີຄວາມສາມາດພຽງພໍເພື່ອແກ້ໄຂທຸກກໍລະນີເກີດຂຶ້ນ.
ມາຮອດປີ 1996 ສູນກາງພັກໄດ້ຕົກລົງໃຫ້ ກະຊວງປ້ອງກັນປະເທດກວດກາ ແລະ ປັບປຸງລະບົບການຈັດຕັ້ງການປະກອບດ້ານກຳລັງພົນ ເພື່ອປະຕິບັດຕາມທິດຊີ້ນຳຂອງສູນກາງພັກວ່າດ້ວຍ ການປັບປຸງແລະ ຫຼຸດຜ່ອນກໍາລັງ, ໃນວັນທີ 22 ເມສາ 1996 ປັບປຸງກອງພັນນ້ອຍ 428 ຮັກສາເດີ່ນບິນວັດໄຕມາເປັນກອງຮ້ອຍຂຶ້ນກັບກອງພັນໃຫຍ່ 703 ແລະ ວັນທີ 26 ມິຖຸນາ1996 ສ້າງກອງພັນໃຫຍ່ 596 ແລະ  597 ເພື່ອຮັກສາຄວາມສະຫງົບຢູ່ເຂດໄຊສົມບູນ. ນອກຈາກນັ້ນກໍໄດ້ປັບປຸງກົມກອງຈຳນວນໜຶ່ງຕື່ມອີກ.ສ່ວນຢູ່ບັນດາໂຮງຮຽນກໍມີການປັບປຸງ ແລະ ຍົກລະດັບເຊັ່ນ: ໃນວັນທີ 24 ສິງຫາ1996 ໄດ້ ຍົກລະດັບໂຮງຮຽນນາຍທະຫານຊັ້ນສູງຈີນາຍໂມ້ຂຶ້ນເປັນວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະ ໄດ້ ຈັດຕັ້ງພິທີເປີດປ້າຍວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານຂຶ້ນເປັນທາງການໃນວັນທີ 13 ທັນວາປີ 1996. ພ້ອມກັນນັ້ນ, ກໍໄດ້ເພີ່ມທະວີວຽກງານປົກປັກຮັກສາ ແລະ ປ້ອງກັນຊາຍແດນ ໃຫ້ມີຄວາມສະຫງົບ ແລະ ມີການພັດທະນາ.ໂດຍປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 33/ນຍ ລົງວັນທີ 23 ພຶດສະພາປີ 2003 ແລະ ຂໍ້ຕົກລົງຂອງ ກປທ ສະ ບັບເລກທີ 1207/ກປທ ລົງວັນທີ 26 ສິງຫາ, ປີ 2003 ກົມຊາຍແດນ - ແຜນທີ່ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະເປັນຕົວແທນໃຫ້ແກ່ກະຊວງປ້ອງກັນປະເທດຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ສຳຫຼວດ, ປັກຫຼັກໝາຍ, ປະສານກັບທຸກອົງການຈັດຕັ້ງພາກລັດ ແລະ ອົງການປົກຄອງທ້ອງຖິ່ນທີ່ພົວພັນເຖິງ ວຽກງານຄຸ້ມຄອງ - ວຽກງານປົກປັກຮັກສາ, ການແກ້ໄຂບັນຫາຊາຍແດນແຫ່ງຊາດກັບບັນດາປະເທດໃກ້ຄຽງເຊັ່ນ: ການສຳຫຼວດ, ການປັກຫຼັກໝາຍທາງບົກ ແລະ ທາງນໍ້າ.
ສະເພາະທິດທາງໜ້າທີ່ຈຸດສຸມໃນນປີ 2001 - 2005 ຂອງພັກໃນກອງປະຊຸມໃຫຍ່ຄັ້ງທີ VII ບົນພື້ນ ຖານແມ່ນສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງມະຕິກອງປະຊຸມໃຫຍ່ຄັ້ງທີ VI, ແຕ່ໄດ້ກໍານົດຄາດໝາຍສະເພາະແຕ່ລະຂົງເຂດວຽກງານ, ໃນນັ້ນສະເພາະຂົງເຂດວຽກງານ ປກຊ - ປກສ ໄດ້ເນັ້ນໜັກວ່າ: ການປົກປັກຮັກສາປະເທດຊາດ, ການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງດ້ານສັງຄົມ, ແມ່ນເປັນໜ້າທີ່ຍຸດທະສາດອັນທີ່ສໍາຄັນ ແລະ ສ້າງສະພາບສິ່ງແວດລ້ອມອຳນວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາປະເທດຊາດ. 
ທ່າຍນກ່າວຕື່ມວ່າ:ໄປຄຽງຄູ່ກັບການນຳພາແລ້ວ, ພວກເຮົາຕ້ອງເອົາໃຈໃສ່ຊຸກຍູ້ກຳລັງປະກອບອາວຸດ ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກຳລັງປະກອບອາວຸດເວົ້າລວມ, ເວົ້າສະເພາະທະຫານແມ່ນ 3 ທາດແທ້ແລະ 6 ມູນເຊື້ອຂອງກອງທັບປະຊາຊົນລາວ (3 ທາດແທ້ມີຄື: ໜຶ່ງ, ກອງທັບປະຊາຊົນລາວແມ່ນພັກປະຊາຊົນລາວເປັນຜູ້ຈັດຕັ້ງ, ນຳພາ - ບັນຊາ ແລະ ສຶກສາອົບຮົມ, ພັກປະຊາຊົນປະຕິວັດລາວຢຶດ ໝັ້ນລັດທິມາກ - ເລນິນແລະ ມູນເຊື້ອອັນດີງາມຂອງຊາດ ເປັນພື້ນຖານແນວຄິດທິດສະດີຂອງພັກ; ດັ່ງນັ້ນກອງທັບປະຊາຊົນລາວຈຶ່ງມີ “ທາດແທ້ຂອງຊົນຊັ້ນກຳມະກອນ”. ສອງ, ກອງທັບປະຊາຊົນລາວນັບແຕ່ມື້ສ້າງຕັ້ງມາໄດ້ກາຍເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນລາວບັນດາເຜົ່າ, ຕ້ານຈັກກະພັດຜູ້ຮຸກຮານ ແລະ ໂຄ່ນລົ້ມລະບອບສັກດີນາປະຕິການ, ສ້າງຕັ້ງລະບອບໃໝ່ຂຶ້ນແທນ ແລະ ສືບຕໍ່ປົກປັກຮັກສາ ເເລະ ສ້າງສາພັດທະນາປະເທດຊາດໄວ້ໃຫ້ໝັ້ນຄົງ ແລະ ວັດທະນະຖາວອນ, ດັ່ງນັ້ນກອງທັບປະຊາຊົນລາວຈຶ່ງມີ “ທາດແທ້ປະຕິວັດ. ສາມ,ກອງທັບປະຊາຊົນລາວແມ່ນ ກໍາເນີດມາຈາກປະຊາຊົນ, ໂດຍປະຊາຊົນ, ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ, ດັ່ງນັ້ນກອງທັບປະຊາຊົນລາວຈຶ່ງມີ “ທາດແທ້ປະຊາຊົນ”.
6ມູນ ເຊື້ອຂອງກອງທັບມີດັ່ງນີ້: ໜຶ່ງ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະຊາຊົນຕໍ່ປະເທດຊາດ ແລະ ອຸດົມການສັງ ຄົມນິຍົມ.ສອງ,ມີນ້ຳໃຈພິລະອາດຫານກ້າແກ່ນໜຽວແໜ້ນມີໄຫວພິກ ແລະ ປະດິດສ້າງ, ສາມ,ມີນ້ຳໃຈດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ ແລະ ປະຢັດສັດທ່ຽງ. ສີ່,ກອງທັບປະຊາຊົນລາວຍາມໃດກໍມີຄວາມສາມັກຄີ ອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ. ຫ້າ,ກອງທັບໄດ້ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງແລະສະເໜີຕົ້ນສະເໜີປາຍ.ຫົກ,ກອງທັບປະຊາຊົນລາວຍາມໃດກໍຮັກສາມູນເຊື້ອອັນດີງາມ,ມີປະຊາທິປະໄຕ,ມີລະບຽບວິໄນເຂັ້ມງວດ.
 (ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ