![]() |
ສະຫາຍ ວຽງໄຊ ແກ້ວມະນີວົງ ຮອງປະທານແນວລາວສ້າງຊາດແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ, ຕີລາຄາດ້ານດີ, ຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ຖອດຖອນເອົາບົດຮຽນເພື່ອນໍາໄປປັບປຸງ, ແກ້ໄຂ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕາມບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ໄດ້ວາງໄວ້. ຜ່ານມາ ໄດ້ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາ ເພີ່ມທະວີຄວາມມັກຄີເປັນປຶກແຜ່ນ, ມີຄວາມຮັກແພງ, ຊ່ວຍເຫຼືອກັນ ແລະ ກັນ, ມີສະຕິຕື່ນຕົວທາງດ້ານການເມືອງ, ເຮັດໃຫ້ແນວລາວສ້າງຊາດແຕ່ລະຂັ້ນປະຕິບັດພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ. ໃນປີ 2024 ໄດ້ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ແຂວງເທື່ອທຽນເຫວ້ ແລະ ແນວໂຮມແຂວງກວາງຈິ ຊ່ວຍສ້າງເຮືອນມະຫາສາມັກຄີໃຫ້ປະຊາຊົນບ້ານລຽບຕາມຊາຍແດນ 1 ຫຼັງ ມູນຄ່າ 80 ລ້ານດົ້ງ ພ້ອມທຶນການສຶກສາບ້ານແຮກສ່ຽວ 5 ທຶນ ມູນຄ່າ 45 ລ້ານດົ້ງ. ເປີດຂະບວນການສ້າງຕົວແບບຄອບຄົວສາມັກຄີ-ບ້ານສາມັກຄີ ແລະ ເມືອງສາມັກຄີປອງດອງໃນ 8 ຕົວເມືອງ. ທົ່ວແຂວງສາລະວັນ ມີທັງໝົດ 569 ບ້ານ, ມີ 95,616 ຄອບຄົວ, ວຽກງານການສ້າງຄອບຄົວສາມັກຄີ ແລະ ບ້ານສາມັກຄີປອງດອງຂອງອົງການແນວລາວສ້າງຊາດ ໄດ້ປະກາດນາມມະຍຸດມະຍຸດ 569 ບ້ານ, ມີ 95,616 ຄອບຄົວ, ປະກາດເປັນເມືອງສາມັກຄີໄດ້ແລ້ວ 8 ເມືອງ, ປະເມີນຮອບ 2 ໃນ 8 ເມືອງ ມີ: 19,555 ຄອບຄົວ 170 ບ້ານ. ນອກນັ້ນ, ຍັງມີກອງທຶນພັດທະນາຂັ້ນບ້ານ 4 ເມືອງຄື: ເມືອງວາປີ, ຕຸ້ມລານ, ຄົງເຊໂດນ ແລະ ເມືອງສາລະວັນ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນ, ປະກອບຄໍາຄິດເຫັນ ໃນການປັບປຸງຂອດການພົວພັນປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາເມືອງ ໃຫ້ມີຄວາມກົມກຽວ, ທັງເປັນການແລກປ່ຽນບົດຮຽນ, ແບບແຜນວິທີເຮັດວຽກ ແນໃສ່ເຮັດໃຫ້ວຽກງານຂອງອົງການແນວລາວສ້າງຊາດ ມີຄວາມເຂັ້ມແຂງ ແລະ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ຄໍາເຫັນ