ງານບຸນເກີຣ ບ້ານ ນາແວນ ເມືອງ ພຽງ

ງານບຸນເກີຣ ບ້ານ ນາແວນ ເມືອງ ພຽງ
ໃນວັນທີ 3 ມັງກອນ ປີນີ້, ທີ່ບ້ານໃຫຍ່ພັດທະນາ ນາແວນ ເມືອງພຽງ ແຂວງ ໄຊຍະບູລີ ໄດ້ຈັດງານບຸນ ເກີຣ ຂອງເຜົ່າກື່ມມຸ ປະຈໍາປີຂຶ້ນ, ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມພັນລະຍາ, ທ່ານ ເສີດ ແສງສຸລິນ ເຈົ້າເມືອງ-ເມືອງ ພຽງ,  ມີການນໍາຂອງເມືອງ, ອໍານາດການປົກຄອງບ້ານ,ປະຊາຊົນເຂົ້າຮ່ວມ.
    ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກໂຮງຮຽນ ມໍສໍ ນາແວນ, ຈາກນັ້ນ ທ່ານ ພົນ ຈັນທະລັງສີ ນາຍບ້ານ-ບ້ານໃຫຍ່ພັດທະນາ ນາແວນ ໄດ້ຂຶ້ນເລົ່າຄືນປະຫວັດຄວາມເປັນມາຂອງບຸນເກີຣເຜົ່າກື່ມມຸວ່າ:  ປະຊາຊົນເຜົ່າກື່ມມຸເຄີຍຈັດງານບຸນປະເພນີປີລະເທື່ອໃນໄລຍະຕົ້ນເດືອນຈຽງ ຫາ ກາງເດືອນຍີ່, ພາຍຫຼັງທີ່ໄດ້ເກັບກ່ຽວຜົນຜະລິດລະດູຝົນສໍາເລັດ ພ້ອມທັງເປັນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນຈະນໍາເອົາຜົນຜະລິດ ແລະ ສັດລ້ຽງຂອງຕົນມາປຸງແຕ່ງເປັນອາຫານເພື່ອລ້ຽງຜີພໍ່ແມ່ທີ່ໄດ້ລ່ວງລັບໄປແລ້ວ ແລະ ສິ່ງສັກສິດທີ່ຕົນໄດ້ເຊື່ອຖື ແລະ ໄດ້ກູລາບາສີໃຫ້ສະມາຊິກໃນຄອບຄົວເພື່ອຮັບໂຊກຮັບໄຊໃນປີໃໝ່, ຈາກນັ້ນກໍ່ໄດ້ມີການມ່ວນຊື່ນຕາມຮີດຄອງປະເພນີເປັນຕົ້ນແມ່ນ: ການເປົ່າຕອດ, ເປົ່າປີ່, ເປົ່າແຄນ, ເຈີມຄູ່ຍິງ-ຊາຍ, ດູດເຫຼົ້າໄຫ ແລະ ອື່ນໆ, ບ້ານໃຫຍ່ ນາແວນ ມີ 806 ຄອບຄົວ, ພົນລະເມືອງ 4.443 ຄົນ, ຍິງ 2.163 ຄົນ, ແບ່ງເປັນ 79 ໜ່ວຍຄຸ້ມຄອງ, ມີ 6 ເຜົ່າຢູ່ຮ່ວມກັນ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດສວນປູກພືດເສດຖະກິດ, ເຮັດນາ, ຄ້າຂາຍ ແລະ ລ້ຽງສັດ, ທົ່ວບ້ານມີເນື້ອທີ່ນາປູກເຂົ້າທັງໝົດ 84,5 ເຮັກຕາ, ຜົນຜະລິດໄດ້ 1.606 ໂຕນ, ເນື້ອທີ່ປູກພືດເປັນສິນຄ້າ 1.286 ເຮັກຕາ, ຜົນຜະລິດໄດ້ 9.956 ໂຕນ, ການຜະລິດທີ່ພົ້ນເດັ່ນແມ່ນ: ການປູກມັນຕົ້ນ, ໝາກເດືອຍ ແລະ ສາລີຫົວອາຫານສັດ, ນອກນີ້ຍັງລ້ຽງສັດໃຫຍ່ປະເພດງົວ-ຄວາຍ ມີທັງໝົດເກືອບ 300 ໂຕ, ໝູ-ແບ້ 751 ໂຕ ແລະ ສັດປີກ 7 ພັນກວ່າໂຕ, ສາມາດສ້າງລາຍຮັບໄດ້ທັງໝົດ 84,5 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 19 ລ້ານກີບຕໍ່ຄົນຕໍ່ປີ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ຮ່ວມງານ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີມຕໍ່ຜົນງານທີ່ທາງບ້ານຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ໃຫ້ໝັ້ນຄົງ, ສືບຕໍ່ຮັກສາຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນ, ສືບຕໍ່ສືກສາອົບຮົມປະຊາຊົນ ແລະ ລູກຫຼານພາຍໃນບ້ານໃຫ້ຮ່າງໄກຈາກຢາເສບຕິດ, ເອົາໃຈໃສ່ໃນການປົກປັກຮັກສາເສັ້ນຊາຍແດນ ແລະ ບໍ່ໃຫ້ປະຊາຊົນບຸກລຸກໃນການທໍາມາຫາກິນ, ລ້ຽງສັດໃກ້ຄຽງບໍລິເວນຊາຍແດນ, ພ້ອມດຽວກັນກໍ່ໄດ້ມອບເຄື່ອງນຸ່ງຮົ່ມເຊັ່ນ: ສົ້ງ-ເສື້ອກັນໜາວ, ຜ້າຮົ່ມ ແລະ ເກີບ ລວມມູນຄ່າທັງໝົດ 40 ລ້ານກວ່າກີບ, ເຄື່ອງດັ່ງກ່າວໄດ້ມາຈາກ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ແລະ ບໍລິສັດ ຊະນະໄຊ ກໍ່ສ້າງຄົບວົງຈອນ, ຈາກນັ້ນກໍ່ໄດ້ມີການກູລາບາສີໃຫ້ການນໍາຂອງແຂວງ, ເມືອງ ແລະ ອໍານາດການປົກຄອງບ້ານຕື່ມອີກ.ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ