ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້
ບໍລິສັດ ຫັດຖະກໍາແພງໄໝ ຮ່ວມກັບ ຮ້ານຄໍາພູວົງ ໄດ້ຖະແຫຼງຂ່າວ ໃນວັນທີ 14 ສິງຫາ ຜ່ານມານີ້ ທີ່ສູນວາງ ສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ), ໃຫ້ກຽດຮ່ວມເປັນປະທານງານຖະແຫຼງຂ່າວເປີດ"ງານຄຸນຄ່າພູມປັນ ຍາລາວ" ຄັ້ງທີ່ 1 ຂອງ ທ່ານ ນາງ ອຸສາວະດີ ໄຊສະສິດ ອຳນວຍການຫັດຖະກຳແພງໄໝ. ທ່ານນາງ ວຽງສະຫວັນ ພະມີສິດ ຜູ້ບໍລິຫານຮ້ານຄໍາພູວົງ, ມິບັນດາທ່ານຄະນະປະທານ, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການຈັດງານ ເພື່ອເຊີດຊູ ແລະ ປົກປັກຮັກສາ ບົດບາດຂອງຊຸມຊົນຜູ້ຜະລິດ ແລະ ຜູ້ຊົງຄຸນວຸດທິດ້ານພູມປັນຍາລາວ, ສົ່ງເສີມການອະນຸລັກພູມປັນຍາທ້ອງຖິ່ນ, ສີມືຫັດຖະກຳ ແລະ ຜະລິດຕະພັນທີ່ເປັນເອກະລັກຂອງລາວ ບໍ່ໃຫ້ສູນຫາຍ, ເພື່ອຊຸກຍູ້ ແລະ ພັດທະນາ, ເປີດໂອກາດໃຫ້ ຜູ້ປະກອບການ, ນັກປະດິດຄິດຄົ້ນ, ນະວັດຕະກຳ ແລະ ຜະລິດຕະພັນຈາກພູມປັນຍາ ມາຈັດສະແດງ ແລະ ຈຳໜ່າຍ, ເພື່ອສ້າງເຄືອຂ່າຍເວທີການຄ້າ, ສ້າງເວທີພົບປະແລກປ່ຽນບົດຮຽນ ແລະ ຈັບຄູ່ທຸລະກິດ ລະຫວ່າງ ຜູ້ຜະລິດ ແລະ ຜູ້ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດ.

ງານຄນຄາພມປນຍາລາວ ຄງທ 1 ຈະຈດຂນໃນຕນເດອນກນຍານ - image 1
 

ທ່ານ ນາງ ອຸສາວະດີ ໄຊສະສິດ ກ່າວວ່າ: , "ພູມປັນຍາລາວ" ແມ່ນຊັບສິນທາງປັນຍາອັນລ້ຳຄ່າ ທີ່ຖືກສ້າງສັນ, ສະສົມ ແລະ ຖ່າຍທອດກັນມາຈາກຮຸ່ນສູ່ຮຸ່ນ. ມັນບໍ່ພຽງແຕ່ສະທ້ອນເຖິງ ເອກະລັກ, ວັດທະນະທຳ ແລະ ວິຖີຊີວິດອັນງົດງາມຂອງຊາດລາວເຮົາເທົ່ານັ້ນ, ແຕ່ຍັງເປັນທ່າແຮງບົ່ມຊ້ອນອັນສຳຄັນໃນການຂັບເຄື່ອນເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການພັດທະນາແບບຍືນຍົງ ບໍ່ແມ່ນພຽງແຕ່ວັດຖຸສິ່ງຂອງ ຫຼື ສິ່ງເກົ່າແກ່ທີ່ສືບທອດກັນມາເທົ່ານັ້ນ ແຕ່ມັນຄືອົງຄວາມຮູ້, ທັກສະ, ປະສົບການ ແລະ ວິຖີຊີວິດທີ່ບັນພະບູລຸດລາວໄດ້ສັ່ງສົມ, ຄົ້ນຄິດ ແລະ ຖ່າຍທອດກັນມາຫຼາຍຊົ່ວອາຍຸຄົນ.

ຄຸນຄ່າພູມປັນຍາລາວ ເປັນມໍລະດົກທີ່ປະສົມປະສານພຸທສາສນາ, ສິລປະ, ວັດທະນະທຳພື້ນເມືອງ, ພາສາບູຮານ, ຄວາມເຊື່ອ ແລະ ປະຫວັດສາດຖ້ອງຖິ່ນ, ບໍ່ໄດ້ຢູ່ພຽງແຕ່ວັດຖຸ ແຕ່ຍັງຢູ່ໃນຄວາມໝາຍ ເລື່ອງລາວຄວາມເປັນຈິງ ແລະ ຄວາມຜູກພັນກັບຊຸມຊົນເຊື້ອຊາດລາວ, ສິລະປະພື້ນເມືອງລາວ ສາມາດພັດທະນາເປັນສິນຄ້າວັດທະນະທຳ ແລະ ຂອງສະສົມທີ່ມີມູນຄ່າໄດ້, ຖ້າມີການອະນຸລັກ, ຮັບຮອງ ແລະ ການເລົ່າເລື່ອງທີ່ດີ ພູມປັນຍາລາວ ສາມາດກາຍເປັນພະລັງທີ່ດຶງດູດນັກທ່ອງທ່ຽວ ແລະ ສ້າງພາບພົດທີ່ດີໃຫ້ແກ່ຊາດ. ລາວເຮົາໄດ້ພັດທະນາມໍລະດົກທາງວັດທະນະທຳເປັນລະບົບ (ມີຊຸມຊົນຜູ້ຜະລິດເປັນເຈົ້າຂອງຜົນງານ, ມີນັກສຶກສາ, ຄູ-ອາຈານ ແລະ ນັກຄົ້ນຄວ້າ ເປັນຜູ້ສະສົມ ແລະ ວິເຄາະຂໍ້ມູນ ແລະ ມີກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສະຫະກຳ ແລະການຄ້າ ເປັນຜູ້ປົກປ້ອງຄຸ້ມຄອງ) ເພື່ອສ້າງລາຍຮັບ, ຮັກສາເອກະລັກຂອງຊາດ ແລະ ເພີ່ມບົດບາດຂອງລາວໃນເວທີສາກົນ.

ທ່ານນາງ ວຽງສະຫວັນ ພະມີສິດ ກ່າວວ່າ: ພາຍໃນງານ, ບັນດາຜູ້ເຂົ້າຮ່ວມ ຈະໄດ້ຄວາມຮູ້ດ້ານການເງິນ-ການອອມຄໍາ(ເສວະນາ), ການສົ່ງເສີມກັດຖະກໍາ ເຄື່ອງປະດັບ, ຜົນງານລວດລາຍຂອງລາວ, ແຟຊັນ ປະສົມປະສານກັບຜ້າໄໝ ສະນັ້ນ ຮ້ານຄໍາພູວົງ ຈຶ່ງຂໍເປັນສ່ວນໜຶ່ງໃນການອະນຸລັກ ພັດທະນາ ແລະ ສົ່ງເສີມພູມປັນຍາລາວ ເພື່ອຊຸກດັນ ໃຫ້ກັດຖະກໍາລາວ ກ້າວສູ່ລະດັບສູງ.

ງານຄຸນຄ່າພູມປັນຍາລາວຄັ້ງທີ 1 ຈະຈັດຂຶ້ນໃນວັນທີ 9-13 ກັນຍານີ້, ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ). (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ