![]() |
ມົນຕີແຫ່ງ ສປປ ລາວ, ທ່ານ ນາງ ບຸນຄໍາ ວໍລະຈິດຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນລັດຖະມົນຕີ ຮອງລັດຖະມົນຕີ ບັນດາທະນາຄານ ແລະ ສະຖາບັນການເງິນເຂົ້າຮ່ວມ.
ງານມະຫາກຳການເງິນລາວ 2025 ຈະໄດ້ດໍາເນີນໄປເປັນເວລາ 7 ວັນ ຈົນເຖິງວັນທີ 21 ທັນວາ 2025 ໂດຍມີຈຸດ ປະສົງຕົ້ນຕໍ ເພື່ອເປັນບ່ອນລວມສູນການເຜີຍແຜ່ ແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ ດ້ານເສດຖະກິດ ການເງິນ ການທະນາຄານ ລະຫວ່າງຫຼາກຫຼາຍກຸ່ມຄົນ ຈາກທັງພາກລັດ, ເອກະຊົນ ແລະ ຈາກສາກົນ ເພື່ອປະກອບສ່ວນເສີມສ້າງ ຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ມວນຊົນ ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ; ການພັດທະນາ ດ້ານການບໍລິການຂອງລະບົບສະຖາບັນການເງິນ, ດ້ານເຕັກໂນໂລຊີດ້ານການເງິນຂອງຫົວໜ່ວຍທຸລະກິດ ຢູ່ ສປປ ລາວ ໃນປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ; ບົດຮຽນ ແລະ ທ່າອ່ຽງຂອງການພັດທະນາເຕັກໂນໂລຊີດ້ານການເງິນ ຢູ່ພາກພື້ນ ແລະ ສາກົນ; ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ ເຂົ້າເຖິງການບໍລິການດ້ານການເງິນ ຮູບແບບຕ່າງໆ; ການປົກປ້ອງຜູ້ບໍລິໂພກທາງດ້ານການເງິນເປັນຕົ້ນ. ພ້ອມທັງເປັນການສ້າງເງື່ອນໄຂໃຫ້ພາກລັດ ແລະ ເອກະຊົນ ໂດຍສະເພາະໃນລະບົບສະຖາ ບັນການເງິນ ຂອງ ສປປ ລາວ ໄດ້ມີໂອກາດເຮັດວຽກຮ່ວມກັນຢ່າງໃກ້ສິດ ແລະ ທົ່ວເຖິງ ຫຼາຍຂຶ້ນ.
ເພື່ອໃຫ້ບັນລຸໄດ້ຈຸດປະສົງຕົ້ນຕໍ່ທີ່ວາງໄວ້, ຄຽງຄູ່ກັບການຈັດວາງສະແດງຂອງ 83 ຫົວໜ່ວຍ ພາຍໃນງານ, ຕະຫຼອດໄລຍະການຈັດງານ ໃນແຕ່ລະມື້ ຍັງມີຫຼາກຫຼາຍກິດຈະກໍາໄວ້ສໍາລັບຜູ້ທີ່ເຂົ້າມາຮ່ວມງານ ເຊັ່ນ: ການສົນທະນາ ແລກປ່ຽນຄວາມຮູ້ທັດສະນະດ້ານວິຊາການ ລະຫວ່າງບັນດາຜູ້ທີ່ມີຄວາມຊ້ານານຈາກຫຼາກຫຼາຍຂົງເຂດ ໃນຫຼາກຫຼາຍ ຫົວຂໍ້ ທີ່ເຫັນວ່າກຳລັງເປັນທີ່ສົນໃຈ ຢູ່ໃນລະດັບປະເທດ ແລະ ລະດັບສາກົນ ເປັນຕົ້ນ ຂໍ້ມູນຂ່າວສານກ່ຽວກັບຊັບ ສິນດິຈິຕອນ ຢູ່ ສປປ ລາວ; ທ່ຽງອ່ຽງການພັດທະນາດ້ານການເງິນ ພາຍໃນ 3-5 ປີຕໍ່ໜ້າ; ທິດທາງການພັດທະນາການ ເງິນສີຂຽວ; ການກະກຽມຄວາມພ້ອມຂອງລະບົບທະນາຄານໃນຍຸກດິຈິຕອນ;ສະພາບການພັດທະນາຂອງຕະຫຼາດທຶນຄື: ນະໂຍ
ບາຍສົ່ງເສີມດ້ານແຫຼ່ງທຶນຈາກພາກລັດ ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ; ທັກສະດ້ານການເງິນ ແລະ ການສ້າງເງື່ອນໄຂອໍານວຍສໍາລັບການລົງທຶນ ເພື່ອຜູ້ປະກອບການໃໝ່; ຂໍ້ມູນຂ່າວສານກ່ຽວກັບການປົກປ້ອງຜູ້ບໍລິໂພກດ້ານການເງິນ; ຂໍ້ມູນກ່ຽວກັບການປະເມີນຄຸນະພາບຂອງທະນະບັດ (ໃບເງິນ). ຄຽງຄູ່ກັນນີ້, ໃນງານນີ້ຍັງໄດ້ເປີດໂອກາດໃຫ້ໄວໜຸ່ມເຍົາວະຊົນໄດ້ເຂົ້າຮ່ວມແຂ່ງຂັນວັດແທກລະດັບຄວາມຮູ້ຄວາມສາ
ມາດ ດ້ານການເງິນການທະນາຄານ, ການຄໍານວນຄະນິດສາດ, ການວາງແຜນດ້ານການເງິນເພື່ອອະນາຄົດ, ການແຕ້ມຮູບ, ການສະແດງສິລະປະ (ພ້ອນ, ຮ້ອງເພງ) ແລະ ດ້ານຄວາມຄິດສ້າງສັນຕ່າງໆ. ພ້ອມນີ້, ຍັງມີກິດຈະກຳໃນການຊ່ວຍເຫຼືອສັງຄົມ ເຊັ່ນ: ການບໍລິຈາກເລືອດໃຫ້ແກ່ສະພາກາແດງລາວ. ນອກຈາກນີ້, ພາຍໃນງານຍັງມີການແຈກເຄື່ອງທີ່ ລະນຶກ ເຊັ່ນ: ຖົງ, ເສື້ອ, ບິກ, ປື້ມ, ພວງກະແຈ, ສາຍຄ້ອງຄໍ ແລະ ຄູປອງເງິນສົດ ຄຽງຄູ່ກັບເຄື່ອງທີ່ລະນຶກອັນ ສະເພາະຈາກແຕ່ລະຫົວໜ່ວຍທີ່ເຂົ້າຮ່ວມວາງສະແດງ.
![]() |
ງານມະຫາກຳການເງິນລາວໃນຄັ້ງນີ້ ຄາດວ່າຈະສາມາດເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ ທຸກກຸ່ມດິນ ທັງຜູ້ທີ່ສົນໃຈ ເລີ່ມຮຽນຮູ້ ກ່ຽວກັບການຄຸ້ມຄອງມະຫາພາກດ້ານເງິນຕາ, ການບໍລິການຕ່າງໆຂອງລະບົບສະຖາບັນການເງິນ, ການພັດທະນາເຕັກໂນໂລຊີດ້ານການເງິນ ລວມທັງຜູ້ທີ່ຕ້ອງການຕໍ່ຍອດຄວາມຮູ້ທີ່ມີຢູ່ແລ້ວໃຫ້ຫຼາກຫຼາຍ, ກວ້າງຂວາງ ແລະ ເລິກເຊິ່ງ ຫຼາຍຂຶ້ນ ໃນທ່າມກາງຂະບວນວິວັດແຫ່ງການພັດທະນາ ທີ່ປ່ຽນແປງໄວ ແລະ ຕໍ່ເນື່ອງ ທັງມີຄວາມ ສະຫຼັບສັບຊ້ອນຫຼາຍຂຶ້ນ ທີ່ຮຽກຮ້ອງໃຫ້ພວກເຮົາທຸກຄົນຕ້ອງສືບຕໍ່ຮຽນຮູ້ໃຫ້ໄດ້ຫຼາຍ ແລະ ໄວ ຍິ່ງຂື້ນ ເພື່ອໃຫ້ ສາມາດບົບໂຕໄດ້ທັນກັບທ່າອ່ຽງຂອງການພັດທະນາຢູ່ພາກພື້ນ ແລະ ສາກົນ ພ້ອມທັງເປັນການປະກອບສ່ວນໃນ ການຈັດຕັ້ງປະຕິບັດແຜນເງິນຕາ ແຜນພັດທະນາລະບົບສະຖາບັນການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ມີປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ ນັບມີຄວາມສົມບູນພູນສຸກ ຍິ່ງໆຂຶ້ນ.(ທຫລ)


ຄໍາເຫັນ