ງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປະຈຳປີ 2026

ງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປະຈຳປີ 2026

ງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປະຈຳປີ 2026
ວັນທີ 26 ສິງຫາຜ່ານມານີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດງານສະເຫຼີມສະຫຼອງວັນໄວໜຸ່ມສາກົນປະຈຳປີ 2026 ພາຍໃຕ້ຫົວຂໍ້ “ສະພາບການທີ່ແຕກຕ່າງກັນ, ຄວາມມຸ່ງຫວັງຄືກັນ”.
ງານສະເຫມສະຫອງວນໄວໜມສາກນ ປະຈຳປ 2026 - image 1
 

 

ເຂົ້າຮ່ວມໃນພິທີເປີດງານມີ ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສຊປລ, ທ່ານ ຄຳບິສ ຄາບີຣີ (Kambiz Kabiri) ຜູ້ຮັກສາການແທນຫົວໜ້າອົງການ UNFPA ປະຈຳ ສປປ ລາວ, ພ້ອມດ້ວຍຕົວແທນພາກລັດ, ຄູ່ຮ່ວມພັດທະນາ, ອົງການສາກົນ, ພາກເອກະຊົນ, ສະຖາບັນການສຶກສາ, ສະມາຄົມ, ສື່ມວນຊົນ ແລະ ຕົວແທນເຍົາວະຊົນ-ໄວໜຸ່ມເຂົ້າຮ່ວມ.

ຫົວຂໍ້ຂອງງານປີນີ້ເນັ້ນໃຫ້ເຫັນວ່າ: ເຖິງວ່າ ໄວໜຸ່ມຈະດຳລົງຊີວິດຢູ່ໃນສະພາບແວດລ້ອມ ແລະ ບໍລິບົດທີ່ແຕກຕ່າງກັນແຕ່ພວກເຂົາຍັງມີຄວາມມຸ່ງຫວັງຮ່ວມກັນເຊັ່ນ: ການໄດ້ຮັບການສຶກສາທີ່ມີຄຸນນະ ພາບ, ມີວຽກເຮັດງານທຳທີ່ໝັ້ນຄົງ, ມີສຸຂະພາບດີ, ມີໂອກາດທີ່ເທົ່າທຽມ ແລະ ມີສ່ວນຮ່ວມຢ່າງມີຄວາມໝາຍໃນການກຳນົດອະນາຄົດຂອງຕົນເອງ.

ງານສະເຫມສະຫອງວນໄວໜມສາກນ ປະຈຳປ 2026 - image 2
 

ພາຍໃນງານຜູ້ເຂົ້າຮ່ວມຍັງມີຕົວແທນໄວໜຸ່ມ ແລະ ພາກສ່ວນຕ່າງໆໂດຍໃຫ້ຄວາມສຳຄັນຕໍ່ສຽງຂອງໄວໜຸ່ມທຸກກຸ່ມລວມທັງແມ່ຍິງ ແລະ ເດັກຍິງ, ໄວໜຸ່ມຜູ້ພິການ, ໄວໜຸ່ມຈາກກຸ່ມຫຼາກຫຼາຍ, ໄວໜຸ່ມຊົນເຜົ່າຕະຫຼອດຮອດໄວໜຸ່ມທີ່ອາໄສຢູ່ເຂດຊົນນະບົດ ແລະ ຫ່າງໄກ.

ທ່ານ ສຸລິຍາ ແກ້ວພິລາວົງ ກ່າວວ່າ: “ເຍົາວະຊົນ ແລະ ໄວໜຸ່ມແມ່ນກຳລັງແຮງສຳຄັນຂອງການພັດທະນາປະເທດເພາະເປັນຜູ້ນຳເອົາຄວາມຄິດສ້າງສັນ, ພະລັງແຮງ ແລະ ມຸມມອງໃໝ່ໆມາສູ່ຄອບຄົວ, ຊຸມຊົນ ແລະ ສັງຄົມ. ພ້ອມຢືນຢັນວ່າ ສຊປລ ຈະສືບຕໍ່ຮ່ວມມືກັບໄວໜຸ່ມ ແລະ ຄູ່ຮ່ວມງານເພື່ອຮັບຟັງສຽງ, ສົ່ງເສີມສັກກະຍະພາບ ແລະ ສ້າງໂອກາດໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມໃນການສ້າງອະນາຄົດຂອງຊາດ.”; ສຳລັບກິດຈະກຳພາຍໃນງານປະກອບມີການສະແດງລະຄອນເວທີແບບມີສ່ວນຮ່ວມທີ່ສ້າງແລະສະແດງໂດຍໄວໜຸ່ມ, ສະທ້ອນບັນຫາດ້ານການສຶກສາ, ການຈ້າງງານ, ການເຂົ້າເຖິງດິຈິຕອນ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດແລະສຸຂະພາບຈິດ. ນອກນັ້ນຍັງມີເວທີສົນທະ ນາລະຫວ່າງເຍົາວະຊົນ-ໄວໜຸ່ມກັບຜູ້ກຳນົດນະໂຍບາຍ ແລະ ຜູ້ບໍລິຫານເພື່ອແລກປ່ຽນມຸມມອງ ແລະ ສະເໜີປະເດັນທີ່ສຳຄັນຕໍ່ຊີວິດ ແລະ ອະນາຄົດຂອງໄວໜຸ່ມ; ພ້ອມກັນນີ້ຍັງມີການທົບທວນຜົນການສົນ ທະນາເຍົາວະຊົນອາຊຽນປີ 2024 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ, ພ້ອມທັງລາຍງານຄວາມຄືບໜ້າໃນການຜັກດັນຍຸດທະສາດການພັດທະນາໄວໜຸ່ມ ແລະ ເຍົາວະຊົນສົກປີ 2021–2030.

ທ່ານ ຄຳບິສ ຄາບີຣີ ກ່າວວ່າ: “ການເຮັດໃຫ້ຄວາມມຸ່ງຫວັງຂອງໄວໜຸ່ມເປັນຈິງຕ້ອງກ້າວໄປພ້ອມກັນທັງສອງຝ່າຍ. ດ້ານໜຶ່ງ, ໄວໜຸ່ມຕ້ອງມີຄວາມຫ້າວຫັນ. ພວກເຂົາຕ້ອງມີຄວາມກ້າຫານ, ມີຝັນທີ່ຍິ່ງໃຫຍ່, ສົ່ງສຽງຂອງພວກເຂົາອອກມາ, ຮຽນຮູ້ທັກສະໃໝ່ໆ ແລະ ເປັນເຈົ້າການໃນຊີວິດ ແລະ ຊຸມຊົນຂອງພວກເຈົ້າເອງ. ອີກດ້ານໜຶ່ງ, ລັດຖະບານ ແລະ ສະຖາບັນຕ່າງໆຕ້ອງສະໜອງສະພາບແວດລ້ອມທີ່ເອື້ອອຳນວຍ, ສົ່ງເສີມ ແລະ ຈະຕ້ອງຮັບປະກັນວ່າເດັກຍິງທຸກຄົນສາມາດຮຽນຕໍ່ຢູ່ໂຮງຮຽນ ແລະ ຕັດສິນໃຈຢ່າງມີອິດສະຫຼະວ່າຈະແຕ່ງງານເມື່ອໃດ ແລະ ຈະແຕ່ງງານ ຫຼື ບໍ່; ເຍົາວະຊົນສາມາດເຂົ້າເຖິງຂໍ້ມູນຂ່າວສານດ້ານສຸຂະພາບ ແລະ ສຸຂະພາບຈະເລີນພັນ ແລະ ເພດສຶກສາຢ່າງຖືກຕ້ອງໂດຍບໍ່ຕ້ອງມີຄວາມຢ້ານກົວຫຼືການຕັດສິນ; ແລະ ໄວໜຸ່ມພິການສາມາດມີສ່ວນຮ່ວມໃນການເຮັດວຽກ ແລະ ຊີວິດສາທາລະນະຢ່າງເທົ່າທຽມກັນ.”

ກິດຈະກຳຫຼັກອີກອັນໜຶ່ງແມ່ນງານວາງສະແດງວຽກງານການສຶກສາຈາກອົງການຈັດຕັ້ງທີ່ນຳພາໂດຍຊາວໜຸ່ມ, ໜ່ວຍງານລັດຖະບານ, ຄູ່ຮ່ວມພັດທະນາ, ສະຖາບັນການສຶກສາ, ອົງການຈັດຕັ້ງສັງຄົມແລະ ພາກສວ່ນເອກະຊົນ. ສິ່ງນີ້ຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດແລກປ່ຽນຂໍ້ມູນ, ຮຽນຮູ້ກ່ຽວກັບການບໍລິການທີ່ມີຢູ່, ຄົ້ນຫາໂຄງການໃໝ່ໆ, ແລະ ສະແດງແນວຄວາມຄິດ ແລະ ວິທີແກ້ໄຂບັນຫາທີ່ນຳພາໂດຍຊາວໜຸ່ມ.

ງານສະເຫມສະຫອງວນໄວໜມສາກນ ປະຈຳປ 2026 - image 3
 

ງານຄັ້ງນີ້ຍັງໄດ້ຮັບການສະໜັບສະໜູນຜ່ານກິດຈະກຳກ່ອນ ແລະ ຫຼັງງານລວມທັງກິດຈະກຳອອນລາຍຜ່ານສື່ສັງຄົມ ແລະ ກິດຈະກຳທີ່ນຳໂດຍໄວໜຸ່ມໃນຫຼາຍແຂວງໂດຍໄດ້ຮັບການສະໜັບສະໜູນຈາກ UNFPA; ການຈັດງານຄັ້ງນີ້ສະທ້ອນເຖິງບົດບາດ ແລະ ສັກກະຍະພາບຂອງເຍົາວະຊົນ ແລະ ໄວໜຸ່ມລາວໃນການເປັນຜູ້ນຳ, ສ້າງນະວັດຕະກຳ, ພັດທະນາຊຸມຊົນ, ຮັບມືກັບບັນຫາສະພາບດິນຟ້າອາກາດແລະ ສ້າງອາຊີບ. ສຊປລ ແລະ UNFPA ພ້ອມດ້ວຍພາກສ່ວນຮ່ວມມືຈະສືບຕໍ່ຮ່ວມມືກັບໄວໜຸ່ມເພື່ອຂະຫຍາຍໂອກາດທີ່ກວມລວມ ແລະ ໃຫ້ໄວໜຸ່ມທຸກຄົນໄດ້ຮັບການຍອມຮັບໃນຖານະທັງຜູ້ຮັບຜົນປະໂຫຍດ, ຄູ່ຮ່ວມງານ ແລະ ຜູ້ນຳໃນການພັດທະນາ.

(ຂ່າວ: UNFPA)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ