ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍຜ່ານຮ່າງກົດ ໝາຍດັ່ງກ່າວ ໃນວັນທີ 20 ສິງຫາ ຜ່ານມາ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດລາຍງານສະບັບສົມບູນ ແລະ ຄຳແນະນຳທາງດ້ານເຕັກນິກ ຊຶ່ງອົງການອະນາໄມໂລກ (WHO) ແລະ ອົງການອຸຕຸນິຍົມວິທະຍາໂລກ (WMO) ໄດ້ປະກາດຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງໃຫ້ມີການເຄື່ອນໄຫວທົ່ວໂລກເພື່ອແກ້ໄຂໄພຂົ່ມຂູ່ຂອງຄື້ນຄວາມຮ້ອນທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນຕໍ່ແຮງງານໃນທົ່ວໂລກ. ພາຍຫຼັງ ປີ 2024, ເປັນປີທີ່ຮ້ອນທີ່ສຸດໃນສະຖິຕິ, ດ້ວຍອຸນຫະພູມໃນຕອນກາງເວັນສູງເຖິງ 40 ອົງສາ ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ໂຮງງານຫັດຖະກຳ Gwat Gwat ຢູ່ນະຄອນຢາງກຸ້ງ ປະເທດມຽນມາ, ວາງສະແດງຜະລິດຕະພັນຈາກຄວາມຄິດສ້າງສັນຫຼາກຫຼາຍຊະນິດທີ່ເຮັດຈາກກະໂປະໝາກພ້າວທີ່ເຫຼືອຖິ້ມ ຊຶ່ງສະແດງໃຫ້ເຫັນວ່າຂີ້ເຫຍື້ອສາມາດປ່ຽນມາເປັນທັງສິລະປະ ແລະ ວັດຖຸທີ່ເປັນປະໂຫຍດໃຊ້ສອຍ.
ເນື່ອງໃນໂອກາດຈະມີກອງປະຊຸມສຸດຍອດອົງການຮ່ວມມືຊາງໄຮ້ (shanghai cooperation organization; SCO) ໃນປີ 2025 ນີ້. ໃນວັນທີ 25 ສິງຫາ ຜ່ານມາ, ສະຖານີໂທລະພາບສາກົນແຫ່ງປະເທດຈີນ (CGTN) ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດງານແນະນຳລາຍການ ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຜ່ານທາງໂທລະພາບ ຊຶ່ງຈະອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO, ໂດຍການເຂົ້າຮ່ວມ ຂອງທ່ານ ເສິ່ນໃຫ່ສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບສູນກາງ ແຫ່ງ ສປ ຈີນ, ທ່ານ ເຢີເມັກບາເຢຟ ເລຂາທິການໃຫຍ່ SCO ແລະ ທ່ານ ຈີເລບາເຢຟ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດກຽກກິດສະຖານ ພ້ອມດ້ວຍບັນດາສື່ຈາກສູນການສື່ສານຂ່າວສານສາກົນແຫ່ງ ສປ ຈີນ (CIPCC) ເຂົ້າຮ່ວມ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 24 ສິງຫາ ຜ່ານມາ, ຢູ່ສະໜາມຫຼວງບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ, ອານຸກຳມະການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໄດ້ຈັດການຝຶກຊ້ອມກຳລັງປະກອບອາວຸດເຂົ້າຮ່ວມການເດີນຂະບວນສວນສະໜາມສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ໂດຍເອີ້ນຫຍໍ້ວ່າ: A80.
ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ພວມຈັດຕັ້ງປະຕິບັດຕາມແນວທາງການເມືອງ (ປັບປຸງ ແລະ ພັດທະນາປີ 2011), ລັດຖະທຳມະນູນປີ 2013, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະ ບັນດາມະຕິຂອງສູນກາງພັກ ໂດຍສຸມໃສ່ "ສາມຍຸດທະສາດການປະຕິຮູບຫຼັກ, 6ພາລະກິດສຳຄັນ ແລະ 12 ກຸ່ມມາດຕະການໃຫຍ່" ເພື່ອຊຸກຍູ້ການປະຕິຮູບຢ່າງຮອບດ້ານ ເຂົ້າກັບພາລະກິດການປ່ຽນແປງໃໝ່, ຮັກສາໄວ້ຢ່າງເດັດຂາດເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ເດັດດ່ຽວຮັກສາຄວາມເປັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ນໍາໃຊ້ຊັບພະຍາກອນ ແລະ ກໍາລັງຂັບເຄື່ອນທຸກດ້ານ ໂດຍສະເພາະ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນສູ່ດີຈີຕອນ ເພື່ອການພັດທະນາທີ່ວ່ອງໄວ ແລະ ຍືນຍົງ. ຍົກສູງລະດັບຄຸນນະພາບຊີວິດການເປັນຢູ່ປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນກັບປະເທດທີ່ກ້າວໜ້າໃນພາກພື້ນ. ຍົກສູງຖານະບົດບາດຂອງປະເທດ ໃນເວທີສາກົນ ແລະ ມຸ່ງໝັ້ນໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກໍາທັນສະໄໝ ໃນກາງສະຕະວັດທີ XXI.
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ນັກຄົ້ນຄວ້າຈາກມະຫາວິທະຍາໄລຢອກ ແລະວິທະຍາໄລສຸຂະອະນາໄມ ແລະ ການແພດເຂດຮ້ອນ ນະຄອນຫຼວງລອນດອນ ປະເທດອັງກິດ ເປີດເຜີຍວ່າ: ໄວໜຸ່ມທີ່ໃຊ້ຢາສູບໄຟຟ້າມີທ່າອ່ຽງເລີ່ມຕົ້ນການສູບຢາແບບດັ່ງເດີມໃນເວລາຕໍ່ມາ ແລະ ປະເຊີນກັບບັນຫາຄວາມສ່ຽງກ່ຽວກັບລະບົບຫາຍໃຈ ແລະ ສຸຂະພາບຈິດ ເພີ່ມຂຶ້ນ.
ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ວະລາດີເມຍ ໂປເຕຊກິນ ຮອງລັດຖະມົນຕີກະຊວງຄົມມະນາຄົມຂອງຣັດເຊຍ ໄດ້ເປີດເຜີຍການຄາດຄະເນວ່າ, ປະມານ 50% ຂອງພາຫະນະຂົນສົ່ງທັງໝົດໃນຣັດເຊຍ ຈະຂັບເຄື່ອນແບບບໍ່ມີຄົນຂັບພາຍໃນປີ 2050. ໂດຍປັດຈຸບັນ ຣັດເຊຍ ພະຍາຍາມສ້າງເງື່ອນໄຂທີ່ຈຳເປັນເພື່ອບັນລຸເປົ້າໝາຍດັ່ງກ່າວ.
ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ, ອີງຕາມແຫຼ່ງຂ່າວຈາກກະຊວງການຄ້າຈີນ ແຈ້ງໃຫ້ຮູ້ວ່າ: ຊຸມປີຜ່ານມານີ້, ການຮ່ວມມືດ້ານເສດຖະກິດໃນພາກພື້ນອົງການຮ່ວມມືຊຽງໄຮ ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ມູນຄ່າການຄ້າສິນຄ້າໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນໆ ຂອງອົງການຮ່ວມມືຊຽງໄຮ ບັນລຸເຖິງ 293 ຕື້ 180 ລ້ານໂດລາ ເພີ່ມຂຶ້ນ 1.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນ “ການທູດ ຫວຽດນາມ - 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ພ້ອມກັບປະເທດຊາດ”.
ຄໍາເຫັນ