ນວ ໄດ້ຮັບໃບຢັ້ງຢືນ ແລະ ຮັບຮອງເອົາເປັນຫົວໜ່ວຍຍຸດທະສາດ

ນວ ໄດ້ຮັບໃບຢັ້ງຢືນ ແລະ ຮັບຮອງເອົາເປັນຫົວໜ່ວຍຍຸດທະສາດ
ພິທີມອບໃບຢັ້ງຢືນ ນະຄອນຫຼວງວຽງຈັນ (ນວ) ເປັນຫົວໜ່ວຍຍຸດທະສາດ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ຜ່ານມາ ທີ່ສຳນັກງານອົງການປົກຄອງ ນວ ພາຍໃຕ້ການເປັນປະທານ, ຂຶ້ນມອບໃບຢັ້ງຢືນ ແລະ ໂອ້ລົມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ຂຶ້ນຮັບ; ມີບັນດາທ່ານການນໍາຂັ້ນສູງຂອງບັນດາກະຊວງກ່ຽວຂ້ອງ ພ້ອມດ້ວຍການນໍາຂອງອົງການປົກຄອງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະປີ 2016 – 2020 ໃຫ້ຮູ້ວ່າ: ນວ ໄດ້ປະຕິບັດຕາມທິດນໍາ, ມະຕິຂອງສູນກາງພັກ, ບົດແນະນໍາກ່ຽວກັບການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສະເພາະຂັັ້ນນະຄອນຫຼວງວຽງຈັນ ກໍໍໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັັ້ງຄະນະກໍາມະການປະເມີນ ແລະ ບົດແນະນໍາວ່າດ້ວຍທິດທາງ, ເປົ້າໝາຍ, ມາດຕະການເພື່ອເປັນທິດທາງໃຫ້ແກ່ການຈັດຕັັ້ງປະຕິບັດ, ສິ່ງສໍາຄັນແມ່ນໄດ້ຈັດຕັັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັັ້ງການປະເມີນຕາມພາລະບົດບາດ, ຄວາມຮັບຜິດຊອບຂອງບັນດາຂະແໜງການ, ເມືອງ, ຕາມເນື້ອໃນສ້າງແຂວງນະຄອນຫຼວງວຽງຈັນເປັນຫົວໜ່ວຍຍຸດທະສາດໃນ 7 ດ້ານ, 66 ຕົວຊີ້ບອກ ດັ່ງນີ້:
ຍຸດທະສາດດ້ານການກໍ່ສ້າງພັກ-ພະນັກງານລວມມີ 7 ຕົວຊີ້ບອກ, ບັນລຸ 6 ຕົວຊີ້ບອກ, ເທົ່າກັບ 85,71%, ບໍ່ບັນລຸ 1 ຕົວຊີ້ບອກ, ເທົ່າກັບ 14,29%; ຍຸດທະສາດດ້ານການປົກຄອງ ແລະ ບໍລິຫານລັດລວມມີ 10 ຕົວຊີ້ບອກ, ບັນລຸ 9 ຕົວຊີ້ບອກ ເທົ່າກັບ 90%, ບໍ່ບັນລຸ 1 ຕົວຊີ້ບອກ, ເທົ່າກັບ 10%; ຍຸດທະສາດໃນການຊຸກດັນການຂະຫຍາຍຕົວເສດຖະກິດແຫ່ງຊາດ ລວມມີ 9 ຕົວຊີ້ບອກ, ບັນລຸ 8 ຕົວຊີ້ບອກ ເທົ່າກັບ 88,88 %, ບໍ່ບັນລຸ 1 ຕົວຊີ້ບອກ, ເທົ່າກັບ 11,12 %; ຍຸດທະສາດດ້ານການເງິນຂອງ ນວ ສາມາດບັນລຸ 6 ຕົວຊີ້ບອກ, ເທົ່າກັບ 100%; ຍຸດທະສາດດ້ານການຄຸຸ້ມຄອງຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ, ຊັບສິນ ແລະ ການຮັກສາສິ່ງແວດລ້ອມ: 13 ຕົວຊີ້ບອກ, ບັນລຸ 11 ຕົວຊີ້ບອກ ເທົ່າກັບ 84,61%, ບໍ່ບັນລຸ 2 ຕົວຊີ້ບອກເທົ່າກັບ 15,39%; ຍຸດທະສາດການຄຸຸ້ມຄອງວັດທະນະທໍາ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ມີ 16 ຕົວຊີ້ບອກ ບັນລຸ 15 ຕົວຊີ້ບອກ, ເທົ່າກັບ 93,75% ), ບໍ່ບັນລຸ 1 ຕົວຊີ້ບອກ, ເທົ່າກັບ 6,25%; ຍຸດທະສາດດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບັນລຸ 4 ຕົວຊີ້ບອກ ເທົ່າກັບ 80%, ບໍ່ບັນລຸ 1 ຕົວຊີ້ບອກ, ເທົ່າກັບ 20%.
ໂດຍລວມແລ້ວ, ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ ຕາມ 7 ດ້ານ, 66 ຕົວຊີ້ບອກ: ບັນ ລຸ 60 ຕົວຊີ້ວັດ ເທົ່າກັບ 90, 90%, ບໍ່ບັນລຸ 6 ຕົວຊີ້ບອກເທົ່າກັບ 9,1%. ພ້ອມດຽວກັນນີ້, ກໍໄດ້ສ້າງເມືອງ ທີ່ຄົບມາດຖານເງື່ອນໄຂເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ ບັນລຸໄດ້ 8 ເມືອງ, ເທົ່າກັບ 88,89%, ບໍ່ບັນລຸ 1 ເມືອງ, ເທົ່າກັບ 11,11% ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຊຶ່ງ ນວ ມີ 481 ບ້ານ, ບ້ານທີ່ບັນລຸຕາມ 4 ດ້ານ, 30 ຕົວຊີ້ບອກ, ມີ 437 ບ້ານ, ເທົ່າກັບ 90,85%, ບໍ່ບັນ 44 ບ້ານ, ເທົ່າກັບ 9,14%. ນອກນີ້, ທ່ານຮອງເຈົ້າຄອງ ນວ ກໍຍັງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ວິທີແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງໃຫ້ຮູ້ 6 ທິດທາງແຜນການວຽດຈຸດສຸມຮອດປີ 2025.
ໃນພິທີ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງນາຍົກ ລັດຖະມົນຕີ ເລກທີ 66/ນຍ, ລົງວັນທີ 12/05/2023 ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາ ນວ ເປັນຫົວໜ່ວຍຍຸດທະສາດ ໃນປີ 2020. ຈາກນັ້ນ, ກໍໄດ້ມີການມອບ-ຮັບ ໃບຢັ້ງຢືນດັ່ງກ່າວ.
ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວໂອ້ລົມໂດຍສະແດງຄວາມຊົມເຊີຍ, ປິຕິຍິນດີ ແລະ ຕີລາຄາສູງຕໍ່ຄະນະພັກ, ອົງການປົກຄອງ ນວ ທີ່ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ 3 ສ້າງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IX, XI ຂອງພັກ ຈົນສາມາດຍາດໄດ້ຜົນສຳເລັດ ແລະ ໄດ້ຮັບນາມມະຍົດທີ່ສູງສົ່ງດັ່ງກ່າວ ແລະ ພ້ອມດຽວກັນນີ້ກໍໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງ ນວ ທຸກຂັ້ນ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບ ພ້ອມກັນສຸມທຸກຄວາມພະຍາຍາມ ເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ປະຕິບັດໃຫ້ສອດຄ່ອງກັບທິດນາ 3 ສ້າງ ເປັນຕົ້ນຄື:
1). ໃນຖານະເປັນຫົວໜ່ວຍຍຸດທະສາດ ຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການປຸກລະດົມທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ປະຊາຊົນ ທຸກຊັ້ນຄົນ ຂຸດຄົ້ນທຸກທ່າແຮງທີ່ມີ ພັດທະນາທ້ອງຖິ່ນຂອງຕົນເຂົ້າໃນທຸກໆດ້ານ ທັງດ້ານການເມືອງ-ການປົກຄອງ, ດ້ານເສດຖະກິດ ແລະ ຫົວໜ່ວຍຍຸດທະສາດດ້ານການເງິນ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
2). ຕິດຕາມ ແລະ ສືບຕໍ່ແບ່ງຂັ້ນຄຸ້ມຄອງ ລະຫວ່າງເມືອງ ແລະ ບ້ານຢ່າງເໝາະສົມ ຊຶ່ງ ນວ ໃນຖານະເປັນອົງການປົກຄອງຂັ້ນສູງສຸດຢູ່ທ້ອງຖິ່ນ ຕ້ອງເຮັດໜ້າທີ່ຕິດຕາມກວດກາການແບ່ງຂັ້ນຄຸ້ມຄອງ ທີ່ກະຊວງ-ອົງການຂັ້ນສູນກາງ ໄດ້ແບ່ງໃຫ້ທ້ອງຖິ່ນແຕ່ລະຂັ້ນ ຢ່າງຈະແຈ້ງ ລະຫວ່າງຂັ້ນນະຄອນຫຼວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ສາມາດຈດຕັ້ງປະຕິບັດຢ່າງມີປະສິດທິພາບ.
3). ຕິດຕາມ, ຊຸກຍູ້ ແລະ ຊີ້ນໍາເມືອງ ໃນການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດ
ໝາຍ ຕາມທິດ 3 ສ້າງຢ່າງແຂງແຮງ ໃຫ້ລະບົບການເມືອງເຂັ້ມແຂງ, ຊາວບ້ານໄດ້ຮັບການສຶກສາອົບຮົມແນວຄິດ-ການເມືອງ, ບ້ານມີພື້ນຖານໂຄງລ່າງ ຫຼື ພື້ນຖານວັດຖຸເຕັກນິກຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ໃນລະດັບທີ່ສາມາດຮັບປະກັນໃຫ້ຊາວບ້ານໄດ້ເປັນປົກກະຕິ, ບ້ານມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ.
ທັງນີ້, ກໍເພື່ອສືບຕໍ່ນໍາເອົາພາລະຫກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບໃຫ້ດີຂຶ້ນເປັນກ້າວໆ.
(ຂ່າວ-ພາບ: ສຸກສະຫວັນ)
 

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ