ນວ ເປີດບັ້ນທົດລອງ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025

ນວ ເປີດບັ້ນທົດລອງ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025
ພິທີເປີດບັ້ນດໍາເນີນການສໍາຫຼວດທົດລອງ ສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ນະຄອນຫຼວງວຽງຈັນ(ນວ) ຈັດຂຶ້ນໃນວັນທີ 23 ພຶດສະພານີ້ ທີ່ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສຸມາລີ ທໍາມະວົງ ຫົວໜ້າພະແນກພາຍໃນຄະນະຊີ້ນຳການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນນະຄອນຫຼວງວຽງຈັນ, ທ່ານ ເລື່ອມ ສົນສີວິໄລ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນຄະນະຊີ້ນໍາລະດັບຊາດແລະ ທ່ານ ສິນລະປະກອນ ພົມມະໄຊສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ນັກກວດກາ ແລະ ເດີນສໍາຫຼວດຂັ້ນນະຄອນຫຼວງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເລື່ອມ ສົນສີວິໄລ ໄດ້ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ມີຜົນສໍາເລັດຕາມແຜນການທີ່ວາງໄວ້ນັ້ນ, ສູນສະຖິຕິແຫ່ງຊາດ ຈະໄດ້ດໍາເນີນການເຮັດທົດລອງ ເພື່ອທົດສອບບັນດາເຄື່ອງມື ແລະ ຂະບວນການຕ່າງໆ ຂອງການສໍາຫຼວດ ຊຶ່ງພວກເຮົາເອີ້ນວ່າການສໍາຫຼວດທົດລອງ ໂດຍຈະດໍາເນີນການໃນລະຫວ່າງວັນທີ 27 ພຶດສະພາ ຫາ 14 ມິຖຸນາ 2024 ຊຶ່ງເປົ້າໝາຍການສໍາຫຼວດແມ່ນປະຊາຊົນທຸກຄົນ ແລະ ອາຄານທີ່ຢູ່ອາໄສ ທີ່ຢູ່ໃນຂອບເຂດສໍາລັບການທົດລອງເທົ່ານັ້ນທີ່ຈະໄດ້ຖືກຈົດນັບ. ອີງຕາມແຜນຈັດຕັ້ງປະຕິບັດແມ່ນໄດ້ກໍານົດເອົາ 4 ແຂວງຄື: ແຂວງບໍ່ແກ້ວ, ຫົວພັນ, ເຊກອງ ແລະ ນະຄອນຫຼວງວຽງຈັນ. ໃນໄລຍະນີ້, ຈະມີຄະນະຊີ້ນໍາການສໍາຫຼວດຂັ້ນສູນກາງ, ຂັ້ນແຂວງ, ບັນດາຊ່ຽວຊານ, ນັກກວດກາ ແລະ ນັກເດີນສໍາຫຼວດ ຈະໄດ້ລົງໄປຫາຄົວເຮືອນປະຊາຊົນໃນແຕ່ລະບ້ານ ແລະ ເຂດສໍາຫຼວດ ໂດຍການນໍາໃຊ້ແທັບເລັດເຂົ້າໃນການເກັບກຳຂໍ້ມູນ. ສະເພາະ ນະຄອນຫຼວງວຽງຈັນ ແມ່ນກໍານົດເອົາ 30 ເຂດສໍາຫຼວດຈາກ 12 ບ້ານ, ໃນ 3 ເມືອງ ຄື: ເມືອງຈັນທະບູລີ ມີ 10 ເຂດສໍາຫຼວດ (ບ້ານຫ້ວຍຫົງ 4 ເຂດສໍາຫຼວດ, ໂພນສະຫວ່າງ 3 ເຂດສໍາຫຼວດ, ບ້ານສີຫອມ 1 ເຂດສໍາຫຼວດ, ບ້ານອານຸ 1 ເຂດສໍາຫຼວດ, ບ້ານມີໄຊ 1 ເຂດສໍາຫຼວດ); ເມືອງສີໂຄດຕະບອງ ມີ 2 ເຂດສໍາຫຼວດ (ບ້ານນາຄໍາ 2 ເຂດສໍາຫຼວດ) ແລະ ເມືອງໄຊເສດຖາ ມີ 18 ເຂດສໍາຫຼວດ (ບ້ານຈອມມະນີ 4 ເຂດສໍາຫຼວດ, ບ້ານໂພນໄຊ 2 ເຂດສໍາຫຼວດ, ບ້ານວຽງຈະເລີນ 2 ເຂດສໍາຫຼວດ, ບ້ານແສງສະຫ່ວາງ 4 ເຂດສໍາຫຼວດ, ບ້ານຄໍາສະຫວາດ 3 ເຂດສໍາຫຼວດ, ບ້ານຊຽງດາ 3 ເຂດສໍາຫຼວດ).
ທ່ານ ນາງ ສຸມາລີ ທໍາມະວົງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການທົດລອງ ການສໍາຫຼວດພົນລະເມືອງຄັ້ງນີ້ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ເກີນ 6 ເດືອນຂຶ້ນໄປ, ລວມທັງເກັບກໍາສະພາບການຂະຫຍາຍຕົວຂອງພົນລະເມືອງ ເພື່ອເກັບກຳຂໍ້ມູນພື້ນຖານຂອງພົນລະເມືອງລາວກ່ຽວກັບການສຶກສາ, ການບໍລິການດ້ານສຸຂະພາບ, ສະພາບຄວາມພິການ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກຳລັງແຮງງານ, ສະພາບການມີວຽກເຮັດງານທຳ ແລະ ຄຸນລັກສະນະຂອງທີ່ຢູ່ອາໄສການດຳລົງຊີວິດ ຊຶ່ງຈະເປັນຖານຂໍ້ມູນສຳຄັນໃຫ້ແກ່ການຄາດຄະເນພົນລະເມືອງ ແລະ ເປັນຖານຂໍ້ມູນອັບເດດໃຫ້ແກ່ການຕິດຕາມການຂຶ້ນສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ທັງເຮັດໃຫ້ການສ້າງ ແລະ ປັບປຸງລະບົບຖານຂໍ້ມູນພົນລະເມືອງແຫ່ງຊາດ ໃຫ້ມີຄວາມຄົບຖ້ວນສົມບູນທີ່ສາມາດທຽບທັນ ແລະ ສົມທຽບກັບພາກພື້ນ ແລະ ສາກົນ, ອີກດ້ານໜຶ່ງແມ່ນເປັນຂໍ້ມູນພື້ນຖານທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນດ້ານສັງຄົມ ແລະ ຄວາມສະເໝີພາບຍິງ-ຊາຍ.
(ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ