ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI
ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ໜວຍພກ ຂປລ ດຳເນນກອງປະຊມໃຫຍ ຄງທ XVI - image 1
 

 

ໂອກາດນີ້, ສະຫາຍ ວັນນະສິນ ສິມມະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ທັງສອງພາກ ໂດຍສະຫາຍ ໄດ້ຍົກໃຫ້ເຫັນຜົນສໍາເລັດ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XV ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ ໄລຍະແຕ່ປີ 2020-2025 ກໍຄື ການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຂອງຄະນະໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ. ພ້ອມທັງຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ຂອງສຳນັກຂ່າວສານປະເທດລາວ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງມີຜົນສຳເລັດໃນຫຼາຍດ້ານເປັນກ້າວໆມາ ໂດຍຄະນະພັກ ໄດ້ນໍາພາ-ຊີ້ນໍາ ວຽກງານບັນນາທິການຂ່າວພາຍໃນ ແລະ ບັນນາທິການໜັງສືພິມ ເຮັດພາລະບົດບາດຂອງຕົນ ໃນການຜະລິດຂ່າວ-ບົດ ລົງໃນໜ້າໜັງສືພິມ ທັງແບບພິມ ແລະ ແບບເອເລັກໂຕຣນິກ, ສາມາດສະໜອງຂໍ້ມູນຂ່າວສານທີ່ມີຄວາມຊັດເຈນ, ມີຫຼາຍເນື້ອຫາສາລະ, ກວມເອົາຫຼາຍຂົງເຂດວຽກງານ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ສຶກສາກິລາ, ສິລະປະວັນນະຄະດີ, ສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ອື່ນໆ ຊຶ່ງ 5 ປີຜ່ານມາ, ຜະລິດຂ່າວໄດ້ 33.070 ກວ່າຂ່າວ, ຜະລິດບົດອອກໜັງສືພິມປະເທດລາວ 21.140 ບົດ; ສາມາດຜະລິດ ຂ່າວ-ບົດ ເປັນພາສາຕ່າງປະເທດໄດ້ 11.600 ກວ່າບົດ/ຂ່າວ, ຜະລິດບົດ-ຂ່າວລົງໃນໃບຂ່າວຄົ້ນຄວ້າ 10.700 ກວ່າບົດ/ຂ່າວ. ພ້ອມນີ້, ຍັງສາມາດບັນທຶກ ແລະ ສໍາເນົາຮູບພາບໄດ້ 92.200 ກວ່າຮູບ, ຜະລິດວິດີໂອ ສໍາລັບເຜີຍແຜ່ອອນລາຍໄດ້ 1.330 ກວ່າຫົວຂໍ້, ມີຜູ້ເຂົ້າຊົມເວັບໄຊ ຂອງສຳນັກຂ່າວສານປະເທດລາວ ປະມານ 34 ລ້ານກວ່າເທື່ອຄົນ ຈາກພາຍໃນ ແລະ 100 ກວ່າປະເທດທົ່ວໂລກ, ການນຳສະເໜີຂ່າວຜ່ານ ສື່ສັງຄົມອອນລາຍ(ເຟສບຸກ) ມີຜູ້ຕິດຕາມປະມານ 387.000 ກວ່າຄົນ, ຜູ້ທີ່ນິຍົມຊົມຊອບມີ 288.000 ກວ່າຄົນ ແລະ ຄລິບວິດີໂອອອນລາຍ ບາງຄລິບມີຜູ້ເຂົ້າຊົມ ແລະ ຕິດຕາມເຖິງ 100.000 ກວ່າເທື່ອຄົນ. ພ້ອມນີ້, ສະຫາຍ ວັນນະສິນ ສິມມະວົງ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ. ພ້ອມທັງຍົກໃຫ້ເຫັນ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ ຕື່ມອີກ.

ໜວຍພກ ຂປລ ດຳເນນກອງປະຊມໃຫຍ ຄງທ XVI - image 2
 

ໃນກອງປະຊຸມ ບັນດາສະຫາຍ ສະມາຊິກພັກສົມບູນ ຍັງໄດ້ພ້ອມກັນ ປ່ອນບັດເລືອກເອົາ ຄະນະໜ່ວຍພັກສຳນັກຂ່າວສານປະເທດລາວ ຊຸດໃໝ່, ມີຜູ້ລົງສະໝັກ ທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີ ເປັນເອກະພາບ ເລືອກເອົາ ສະຫາຍ ວັນນະສິນ ສິມມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ສົມບູນ ແກ້ວໄຊຍະຈັກ ເປັນຮອງເລຂາ, ທັງເປັນປະທານກວດກາ, ສະຫາຍ ແສງທອງ ພະສະຫວັດ ເປັນກຳມະການໜ່ວຍພັກ, ທັງເປັນຜູ້ຊ່ວຍວຽກກວດກາ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ແລະ ສະຫາຍ ນາງ ເມັດແກ້ວ ພົມມະຈັນ ເປັນກຳມະການໜ່ວຍພັກ. ພ້ອມນີ້, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ສະໄໝທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໂດຍມີຜູ້ລົງສະໝັກທັງໝົດ 19 ສະຫາຍ, ເລືອກເອົາ 16 ສະຫາຍ. ພ້ອມທັງ ເລືອກເອົາຜູ້ແທນສຳຮອງ 3 ສະຫາຍ.

ໜວຍພກ ຂປລ ດຳເນນກອງປະຊມໃຫຍ ຄງທ XVI - image 3
 

ໂອກາດດັ່ງກ່າວ, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດ ທີ່ໜ່ວຍພັກສຳນັກຂ່າວສານປະເທດລາວ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງ ເນັ້ນໃຫ້ຄະນະພັກຊຸດໃໝ່ ສືບຕໍ່ນຳພາ-ຊີ້ນຳວຽກງານຮອບດ້ານ ພາຍໃນສຳນັກຂ່າວສານປະເທດລາວ ໃຫ້ມີຜົນສຳເລັດ ແລະ ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ ໂດຍສະເພາະ ປຸກລະດົມຂົນຂວາຍສະມາຊິກພັກ-ພະນັກງານ ເປັນເຈົ້າການປະຕິບັດໜ້າທີ່ການເມືອງທີ່ ພັກ-ລັດມອບໝາຍໃຫ້; ເພີ່ມທະວີການນໍາພາຂອງພັກຕໍ່ວຽກງານຂ່າວສານ ເພື່ອສືບຕໍ່ເຮັດບົດບາດເປັນກະບອກສຽງອັນແຫຼມຄົມ ຂອງພັກ-ລັດ, ເຮັດໃຫ້ວຽກງານຂ່າວສານປະເທດລາວ ເຕີບໃຫຍ່ເຂັ້ມແຂງ, ບົນເສັ້ນທາງຮັບໃຊ້ໜ້າທີ່ການເມືອງຂອງຕົນ, ຮັບປະກັນທັງທາງດ້ານປະລິມານ ແລະ ຄຸນນະພາບ ໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ, ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ບັນດາການເຄື່ອນໄຫວຂອງຜູ້ນໍາພັກ-ລັດ, ສະໜອງຂໍ້ມູນຂ່າວສານ ອັນເປັນປະໂຫຍດໃຫ້ແກ່ສັງຄົມ ໄດ້ຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານຂ່າວສານປະເທດລາວ ຕິດພັນກັບການຕອບໂຕ້ຖ້ອຍທໍານອງ ໃສ່ຮ້າຍປ້າຍສີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໂດຍສຸມໃສ່ນໍາພາ-ຊີ້ນໍາ ການຕິດຕາມເກັບກໍາໃຫ້ໄດ້ຫາງສຽງ ກໍຄື ຖ້ອຍທໍານອງໃສ່ຮ້າຍປ້າຍສີຕໍ່ພັກ-ລັດ ຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ ເພື່ອໃຫ້ສາມາດຕອບໂຕ້ຢ່າງທັນການ, ຄ່ອງແຄ້ວ, ນິ້ມນວນ ຮັບປະກັນໄດ້ລັກສະນະຕໍ່ສູ້, ຊີ້ນໍາຕໍ່ຫາງສຽງທີ່ບິດເບືອນຄວາມເປັນຈິງທີ່ອາດຈະເກີດຂຶ້ນ; ເຕົ້າໂຮມຄວາມສາມັກຄີຂອງບັນດາສະມາຊິກພັກ, ອ້າຍນ້ອງພະນັກງານພາຍໃນສຳນັກ ໃຫ້ເປັນປຶກແຜ່ນ, ແໜ້ນໜາ, ມີຄວາມສາມັກຄີປອງດອງກັນຢ່າງແໜ້ນແຟ້ນ; ສືບຕໍ່ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ໃຫ້ພະນັກງານ ເປັນອັນລະອຽດ, ຖືກຕາມພາລະບົດບາດ ແລະ ຕາມຄວາມສາມາດຕົວຈິງ; ສືບຕໍ່ປັບປຸງລະບອບແບບແຜນວິທີເຮັດວຽກຂອງສຳນັກຂ່າວສານ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມພາລະບົດບາດຂອງຕົນເອງ ເພື່ອໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ ຢ່າງຖືກຕ້ອງ, ວ່ອງໄວ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລັດວາງອອກ; ສືບຕໍ່ປັບປຸງກໍ່ສ້າງສະມາຊິກພັກ ໃຫ້ກາຍເປັນສະມາຊິກ ທີ່ເຂັ້ມແຂງ, ໜັກແໜ້ນ, ພ້ອມທັງ ຫັນການຈັດຕັ້ງປະຕິບັດວຽກງານ ໃຫ້ເປັນທັນສະໄໝ ແລະ ສືບຕໍ່ຮ່ວມມືກັບສາກົນ ກໍຄື ບັນດາປະເທດເພື່ອນມິດ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານຕ່າງໆ. ພ້ອມທັງ ໃຫ້ສືບຕໍ່ບຳລຸງກໍ່ສ້າງພະນັກງານ ທາງດ້ານທິດສະດີ, ວຽກງານວິຊາສະເພາະ ເພື່ອຍົກສູງຄວາມຮູ້, ຄວາມສາມາດ ແລະ ແບບແຜນວິທີນຳພາໃຫ້ພະນັກງານ-ລັດຖະກອນ, ສ້າງໃຫ້ເຂົາເຈົ້າມີຄວາມຊຳນິຊຳນານ ໃນວຽກງານວິຊາສະເພາະໃຫ້ດີຂຶ້ນ ແລະ ຫຼາຍຂຶ້ນກວ່າເກົ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃນໄລຍະ 5 ປີຕໍ່ໜ້າ.

(ແຫຼ່ງຂ່າວ: ຂປລ; ຂ່າວ: ທະນູທອງ; ພາບ: ອ່າຍຄຳ)

ຄໍາເຫັນ

ຂ່າວການເມືອງ

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສູນກາງແນວລາວສ້າງຊາດ,ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ.
ເພີ່ມເຕີມ