ແຂວງໄຊຍະບູລີ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX

ໜ່ວຍພັກຮາກຖານຄະນະຈັດຕັ້ງເມືອງໄຊຍະບູລີດຳເນີນກອງປະຊຸມໃຫຍ່ຄັ້ງທີIX

ໜ່ວຍພັກຮາກຖານຄະນະຈັດຕັ້ງເມືອງໄຊຍະບູລີດຳເນີນກອງປະຊຸມໃຫຍ່ຄັ້ງທີIX
ໜ່ວຍພັກຮາກຖານຄະນະຈັດຕັ້ງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂຶ້ນໃນວັນທີ 22 ກັນຍາຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ

 ເລຂາໜ່ວຍພັກຮາກຖານຄະນະຈັດຕັ້ງເມືອງ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດເມືອງ ຫົວໜ້າຄະນະຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ມີໜ່ວຍປະຕິບັດງານຂອງເມືອງ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ສົມລິດ ແສງຈັນ ຮອງເລຂາໜ່ວຍພັກຮາກຖານຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ, ຊຶ່ງມີບາງຕອນກ່າວວ່າ: ໜ່ວຍພັກຄະນະຈັດຕັ້ງເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບການນໍາພາ - ຊີ້ນໍາໂດຍກົງຮອບດ້ານຂອງອົງຄະນະພັກເມືອງ, ມີພາລະບົດບາດເປັນແກນນຳໃນລະບົບການເມືອງ, ນຳເອົາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດໝາຍມາຜັນຂະຫຍາຍລົງສູ່ຮາກຖານ ແລະ ມີໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,ພະນັກງານ, ພ້ອມນີ້ ໃນກອງປະຊຸມກໍໄດ້ຮັບຟັງການຜ່ານແຜນພັດທະນາວຽກງານຈັດຕັ້ງ 5 ປີ ຕໍ່ໜ້າ 2025-2029. ຈາກນັ້ນ ໃນກອງປະຊຸມຄະນະໜ່ວຍພັກຊຸດເກົ່າກໍ່ໄດ້ຜ່ານບົດສຳຫຼວດການນຳພາລວມ ພ້ອມກ່າວລາໜ້າທີ່. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນໂດຍການຍົກບັດປະຊາມະຕິ ຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ຄຳພຽນ ປັນຍາວົງ ເປັນເລຂາໜ່ວຍພັກ, ສະຫາຍ ສົມລິດ ແສງຈັນ ເປັນຮອງເລຂາໜ່ວຍພັກ (ຜູ້ກວດກາພັກ), ສະຫາຍ ບີ່ ລໍ ເປັນຄະນະໜ່ວຍພັກ.

(ຂ່າວ-ພາບ: ສົມພົງ ສີສະຫວັດ)

ຄໍາເຫັນ

ຂ່າວການເມືອງ

ກອງບັນຊາການທະຫານເມືອງບຸນໃຕ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ກອງບັນຊາການທະຫານເມືອງບຸນໃຕ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ກອງບັນຊາການທະຫານເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃນວັນທີ 21 ພຶດສະພາຜ່ານມາ, ທີ່ສະໂມສອນກອງບັນຊາການທະຫານເມືອງບຸນໃຕ້ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍ ພົຈວ ຊຽງເພັງ ບົວລະວົງ ກຳມະການພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ພອນ ສານສຸກ ຄະນະພັກ ກອງບັນຊາການທະຫານແຂວງ, ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງ, ສະຫາຍ ພັນໂທ ທອງດີ ພົມປັນຍາ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ໃນວັນທີ 18 ມີນານີ້ ທີ່ຫໍຄໍາ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກພາຍໃນ ຫສປທ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ໃນວັນທີ 23 ເມສາ ຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຂຶ້ນທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຕະຫຼອດຮອດສະມາຊິກພັກ-ພະນັກງານ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມຢ່າງພ້ອມພຽງ.
ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນວັນທີ 7 ເມສານີ້, ໂດຍການເປັນປະທານເຜີຍແຜ່ຂອງສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ສະຫາຍ ພົຕ ສຸລິນະ ແກ້ວປະ ເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ, ກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ ພ້ອມດ້ວຍນາຍຕຳຫຼວດເຂົ້າຮ່ວມ.
ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງເຜີຍແຜ່ເອກະສານສຳຄັນຂອງພັກ

ອົງການກາແດງແຫ່ງຊາດລາວ (ກດລ) ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71ປີ, ໃນວັນທີ 31 ມີນານີ້ ທີ່ຫ້ອງປະຊຸມ ຂອງສະຖາບັນເລືອດແຫ່ງຊາດ, ໂດຍການເປັນປະທານ ພ້ອມທັງໃຫ້ກຽດ ເຜີຍແຜ່, ເຊື່ອມຊຶມ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ, ປະທານອົງການກາແດງອຫ່ງຊາດລາວ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ.
ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ໃນວັນທີ 18 ມີນານີ້ ທີ່ສະໂມສອນຂອງ ຄອສພ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກສະຫຼຸບວຽກງານ 5 ປີ ແລະ ທິດທາງແຜນການຕໍ່ໜ້າ

ສະພາທິດສະດີສູນກາງພັກສະຫຼຸບວຽກງານ 5 ປີ ແລະ ທິດທາງແຜນການຕໍ່ໜ້າ

ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ (2026-2030) ຂຶ້ນໃນວັນທີ 13 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ສະພາທິດສະດີສູນກາງພັກ (ສທພ) ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ສະຫາຍ ຄຳມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ສະຫາຍ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ, ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກເຂົ້າຮ່ວມ.
ແຂວງວຽງຈັນ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ແຂວງວຽງຈັນ ເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໃນວັນທີ 12 ມີນານີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງວຽງຈັນ, ມີ ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ບັນດາເມືອງ ພາຍໃນແຂວງເຂົ້າຮ່ວມຮັບຟັງ.
ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ອອປສ ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 10 ມີນາ ຜ່ານມາ ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ), ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະນໍາກົມ, ພະນັກຫຼັກແຫຼ່ງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນທ້ອງຖິ່ນ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ວັນທີ 11 ມີນານີ້ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໂດຍເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ, ພະແນກການ-ກົມກອງ, ບັນດາເມືອງ-ນະຄອນ ຫຼວງພະບາງເຂົ້າຮ່ວມ.
ເພີ່ມເຕີມ