ໜ່ວຍພັກພະແນກພາລາທິການ ປກສ ເມືອງຊະນະຄາມ ເປີດກອງປະຊຸມໃຫຍ່ ຄັ້ງທີ II.

ໜ່ວຍພັກພະແນກພາລາທິການ ປກສ ເມືອງຊະນະຄາມ ເປີດກອງປະຊຸມໃຫຍ່ ຄັ້ງທີ II.
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກພະແນກພາລາທິການ ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ມີນານີ້ ທີ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງສະຫາຍ ພັທ ບົວຂາວ ກູດແກ້ວ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ສະຫາຍ ພັທ ບຸນເພັງ ກອງສົງຄາມ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກຊ ເມືອງ, ພ້ອມດ້ວຍຄະນະຮັບຜິດຊອບຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັທ ສັງທອງ ຈັນທະວົງ ເລຂາໜ່ວຍພັກ ພະແນກພາລາທິການ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ. ໜ່ວຍພັກພະແນກພາລາທິການ ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານກອງບັນຊາການ ປກສ ເມືອງຊະນະຄາມ. ຜ່ານການນໍາພາ-ຊີ້ນໍາ ແລະ ຜ່ານການຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ການເມືອງ, ດ້ານວິຊາສະເພາະ, ວຽກງານອົງການຈັດຕັ້ງມະຫາຊົນໃນໄລຍະຜ່ານມາສາມາດຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ຊຶ່ງເຫັນວ່າບັນດາສະມາຊິກພັກຈໍານວນຫຼາຍໄດ້ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິເຄົາລົບກົດໝາຍ, ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂບັັັັັັັັັັັັັັັັັັັັັັັັັນດາປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ບັນດາສະມາຊິກພັກສ່ວນຫຼາຍມີແນວຄິດເພິ່ງຕົນເອງກຸ້ມຕົນເອງ, ມີຄວາມຕັດສິນໃຈສູງ, ເຮັດຫຼ້ອນໜ້າທີ່, ມີລະບຽບວິໄນ, ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ມີນໍ້າໃຈເສຍສະຫຼະ ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ, ພ້ອມກັນນີ້ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ.
ໃນກອງປະຊຸມ, ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ຊຶ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບຮັບຮອງເອົາ ສະຫາຍ ພັທ ສັງທອງ ຈັນທະວົງ ເປັນເລຂາ, ສະຫາຍ ພັຕ ລິດ ລາດສະຈັນດາ ເປັນຮອງ, ສະຫາຍ ພັຕ ຄຳມ່ວນ ສຸລິຍະວົງ ເປັນກຳມະການ ຜູ້ກວດກາໜ່ວຍພັກ.
(ພາບ-ຂ່າວ: ເມືອງຊະນະຄາມ)

ຄໍາເຫັນ

ຂ່າວການເມືອງ

ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ

ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ

ຊຸດຝຶກອົບຮົມຍົກລະດັບວຽກງານຈັດຕັ່ງ ແລະ ພະນັກງານຊຸດທີ 2 ໃຫ້ພະນັກງານຂະແໜງຍຸຕິທໍາທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາຜ່ານມາ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ໄພວີ ສີບົວລະພາ ລັດຖະມົນຕີກະຊວງ ຍຸຕິທຳ.
ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສາລະວັນ (ຮອບທີ 1) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນະທານຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ທັງແມ່ນຫົວໜ້າອະນຸກຳມະການ ໂຄງປະກອບບຸກຄະລາກອນ ແລະ ດຳເນີນຊີວິດການເມືອງຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ທັງແມ່ນຜູ້ຊີ້ນຳເມືອງເລົ່າງາມ.
ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະໂຄສະນາອົບຮົມສູນກາງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງເຂົ້າຮ່ວມ.
ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ປະກາດແຕ່ງຕັ້ງທ່ານ ໂພຄຳ ຈັນທະສຸກ ເປັນຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ

ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບໜ້າທີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ລະຫວ່າງ ຜູ້ເກົ່າ ແລະ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ຢູ່ຫ້ອງປະຊຸມພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທຫລ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ ທຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີສະມາຊິກສະພາບໍລິຫານ ທຫລ, ຄະນະບໍລິຫານງານພັກ, ຄະນະນໍາ ທຫລ ພ້ອມແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 23 ມິຖຸນານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ. ໃນວາລະປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ຊຶ່ງໄດ້ຍົກບາງຄວາມໝາຍສໍາຄັນວ່າ:ຈຸດປະສົງການສ້າງກົດ
ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ປະກາດແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ

ພິທີປະກາດການຈັດຕັ້ງຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ຈໍາປາສັກ​ ລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ X

ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນແຜນພັດທະນາເສດຖະກິດ​ - ສັງຄົມ 5 ປີ ຄັ້ງທີ X (2026​ -2030) ກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ສະໄໝທີ VIII ຂຶ້ນໃນວັນທີ 20 ມິຖຸນານີ້ ​ທີ່ສະໂມສອນ​ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ງານພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ.​
ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານ ທີ່ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາໜ່ວຍພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຂົ້າຮ່ວມເປັນສັກຂີພິຍານ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄອສພ

ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນຂຶ້ນ ໃນວັນທີ 19 ມີຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄອສພ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ; ເປັນກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາແຂກ ແລະ ຜູ້ຕາງໜ້າຈາກ ຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງສູນກາງພັກ ແລະ ສະມາຊິກສະຫະພັນກຳມະບານ ໃນທົ່ວ ຄອສພ.
ເພີ່ມເຕີມ